Thursday, November 13, 2025
Kbank Laos โอน รับ จ่าย

ສາຍນ້ຳພາກ ຈະ​ກາຍ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ໃໝ່ທີ່​ໜ້າ​ສົນ​ໃຈ ຂອງ​ແຂວງ​ອຸ​ດົມ​ໄຊ

ພິທີເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວສາຍນ້ຳພາກ (ນ້ຳພາກສະບາຍດີ) ໄດ້ຈັດຂຶ້ນເມື່ອທ້າຍເດືອນມັງກອນຜ່ານມາທີ່ແຂວງອຸດົມໄຊ ລະຫ່ວາງອົງການປົກຄອງແຂວງອຸດົມໄຊຕາງໜ້າໂດຍ: ພະແນກແຜນການ ແລະການລົງທຶນກັບບໍລິສັດວິໄລພັດທະນາສ້ອມແປງເຄຫາສະຖານຂົວທາງ ແລະຊົນລະປະທານຈຳກັດ.

ຊຶ່ງໃນສັນຍາໄດ້ກຳນົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຈັດຕັ້ງປະຕິບັດ, ການເຄື່ອນ ໄຫວ, ການຄຸ້ມຄອງການກວດກາວຽກງານ ການດໍາເນີນໂຄງການເພື່ອເຮັດໃຫ້ການເຄື່ອນໄຫວ, ການລົງທຶນພັດທະນາໂຄງການໃຫ້ມີປະສິດທິຜົນສູງແນໃສ່ນຳໃຊ້ທ່າແຮງຂອງຊັບພະຍາກອນທີ່ດິນ ແລະ ຊັບພະຍາກອນນໍ້າຢ່າງມີປະສິດທິຜົນ ແລະຍືນຍົງ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ກຳນົດສິດ, ພັນທະຂອງສອງຝ່າຍໃນການຈັດຕັ້ງປະຕິບັດໂຄງການພັດທະນາແຫຼ່ງທ່ອງທ່ຽວລ້ອງສາຍນ້ຳພາກ (ນ້ຳພາກສະ ບາຍດີ) ຢູ່ບ້ານວຽງຄໍາ ເມືອງຫຼາ ແຂວງອຸດົມໄຊ ໃຫ້ມີປະສິດທິຜົນສູງ, ຖືກຕ້ອງ ແລະສອດຄ່ອງກັບກົດໝາຍ ແລະລະບຽບການຕ່າງໆ.

ໂດຍໄດ້ກຳນົດເອົາເຂດພັດທະນາໂຄງການມີເນື້ອທີ່ທັງໝົດ 3,72 ເຮັກຕາມອບສິດໃຫ້ບໍລິສັດພັດທະນາ ແລະ ນຳໃຊ້ທີ່ດິນຕາມຂອບເຂດທີ່ໄດ້ອະນຸຍາດໃຫ້ບໍລິສັດໃນການພັດທະນາໃຫ້ມີປະສິດທິຜົນສູງ, ການກຳນົດຂອບເຂດໂຄງການດັ່ງກ່າວຕ້ອງເປັນດິນທີ່ຂຶ້ນກັບກຳມະສິດຂອງລັດ, ບໍ່ແມ່ນເຂດຍຸດທະສາດ ປ້ອງຊາດ, ບໍ່ແມ່ນເຂດອະນຸລັກອື່ນໆ, ບໍ່ເປັນດິນທີ່ແຕະຕ້ອງເຖິງສິດ, ຜົນປະໂຫຍດ ແລະການດຳລົງຊີວິດຂອງປະຊາຊົນ, ຖ້າເປັນດິນຂອງປະຊາຊົນກໍ່ຕ້ອງມີການໄກ່ເກ່ຍ, ແກ້ໄຂດ້ວຍຮູບການຖືຫຸ້ນ, ສົດເສີຍ ແລະຮູບການຕ່າງໆຮັບປະກັນໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ບໍລິສັດຍິນດີນຳເອົາທຶນເຂົ້າມາພັດທະນາໂຄງການທັງໝົດຈຳນວນ 5 ຕື້ກີບ ແລະເປັນຜູ້ຮັບຜິດຊອບພຽງຜູ້ດຽວທາງດ້ານທຶນຮອນ 100% ໃນການຊອກຫາ ແລະຈັດສັນແຫຼ່ງທຶນເພື່ອຕອບສະໜອງໃຫ້ແກ່ການດຳເນີນໂຄງການຕາມມູນຄ່າຂອງການລົງທຶນທີ່ລະບຸໄວ້, ອາຍຸຂອງການສຳປະທານໂຄງການແມ່ນ 30 ປີ (ເລີ່ມແຕ່ວັນທີ 18 ມັງກອນ 2019 ຫາວັນທີ 30 ມັງກອນ 2049) ແລະສາມາດຕໍ່ໄດ້ຕາມການປະເມີນ ແລະຕົກລົງຂອງແຂວງອຸດົມໄຊ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.