ກະຊວງການເງິນ ສຳເລັດການເຈລະຈາກູ້ຢືມເງິນ 20 ລ້ານ ໂດລາ ກັບທະນາຄານໂລກ

ບໍ່ດົນຜ່ານມານີ້, ທີ່ຫ້ອງປະຊຸມຂອງ ທະນາຄານໂລກ ປະຈຳ ສປປ ລາວ, ກະຊວງການເງິນ ໂດຍມີ ທ່ານ ອັງຄານສະດາ ມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ເປັນຫົວໜ້າຄະນະ ຕາງ​ໜ້າ​ໃຫ້ ຝ່າຍ ສປປ ລາວ ແລະ ທ່ານ ນາງ ແຟນນີ່ ໄວເນີ (Fanny Weiner) ເປັນຫົວໜ້າຄະນະ ຕາ​ງ​ໜ້າ​ໃຫ້ຝ່າຍ ກຸ່ມການພັດທະນາສາກົນ, ທະນາຄານໂລກ ໄດ້ເຂົ້າຮ່ວມພິທີການເຈລະຈາຂໍກູ້ຢືມເງິນ ມູນຄ່າ  20 ລ້ານໂດລາສະຫະລັດ ກັບທະນາຄານໂລກ.

ເງິນກູ້ຢືມດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຈັດຕ້ັງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂທຼນິກ (Enhancing PFM through ICT and Skill Project: E–FITS) ເຊິ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ສຳລັບປີ 2019-2025 ແລະ ເປັນການຈັດຕັ້ງປະຕິບັດ ຍຸດທະສາດ ການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ກໍ່ຄືຈັດຕັ້ງປະຕິບັດ ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025; ໂດຍຈະນຳໃຊ້ບ້ວງເງິນດັ່ງກ່າວເຂົ້າໃນ 03 ອົງປະກອບໜ້າວຽກ ດັ່ງນີ້:

  • ອົງປະກອບທີ 01 ລວມມີການຈັດຊື້ ແລະ ການຈັດຕັ້ງປະຕິບັດ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ ແຫ່ງລັດ (Financial Management Information system: FMIS);
  • ອົງປະກອບທີ 02 ການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການ ທີ່ຕິດພັນກັບ ການຄຸ້ມຄອງການເງິນພາກລັດ ແລະ ການຝຶກອົບຮົມຜູ້ນຳໃຊ້ ລະບົບ FMIS;
  • ອົງປະກອບທີ 03 ການບໍລິຫານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ໂດຍມີໜ່ວຍງານປະສານງານ (Project Implementation Unit: PIU).

ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂທຼນິກ (E–FITS) ແມ່ນຄວາມຮັບຜິດຊອບຂອງກະຊວງການເງິນ ເປັນຜູ້ຈັດຕັ້ງປະຕິບັດ, ພ້ອມກັນນັ້ນ, ໜ່ວຍງານຈັດຕັ້ງປະຕິບັດແຜນງານການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດ (Project Implementation Unit: PIU) ໄດ້ຮັບການແຕ່ງຕັ້ງ ໂດຍພາຍໃຕ້ການຊີ້ນຳຂອງ ກົມນະໂຍບາຍການເງິນ ແລະ ນິຕິກຳ ໃນນາມກອງເລຂາ ຄະນະຈັດຕັ້ງປະຕິບັດ ການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດ.

ຜ່ານການ​ເຈ​ລະ​ຈາກັນໃນ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ແມ່ນໄດ້ຕົກລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່ຮ່າງ ສັນຍາເງິນກູ້ມູນຄ່າ 20 ລ້ານ ໂດລາ ແລະ ຈະນຳສະເໜີລາຍງານຄະນະນຳກະຊວງການເງິນ ເພື່ອຂໍທິດຊີ້ນຳໃນການດຳເນີນຂັ້ນຕອນການເຊັນສັນຍາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...