Saturday, February 8, 2025

ປີນີ້! ສາລະວັນຈະສ້າງລາຍຮັບໄດ້ຈາກນັກທ່ອງທ່ຽວ 16,5 ລ້ານໂດລາ

ວຽກງານທ່ອງທ່ຽວກໍ່ເປັນອີກວຽກງານໜຶ່ງທີ່ສຳຄັນຊື່ງຍາມໃດພັກ-ລັດຖະບານ, ອຳນາດການປົກຄອງທຸກຂັ້ນ ກໍ່ໄດ້ຖືກວຽກງານດັ່ງກ້າວນີ້ເປັນບູລິມະສິດທີ່ສຳຄັນຍ້ອນວ່າ: ວຽກງານທ່ອງທ່ຽວແມ່ນຂະແໜງເສດຖະກິດທ່າແຮງທີ່ໄດ້ປ່ຽນອຸດສາຫະກຳສົ່ງອອກກັບທີ່ບໍ່ມີວັນບົກແຫ່ງເປັນຈັກເທື່ອ ແລະທັງເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບແບບທະວີຄູນຕິດພັນກັບການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຫຼຸດລົງເທື່ອລະກ້າວ, ແລະໃນປີ 2018 ທີຜ່ານມານີກໍ່ແມ່ນເປັນປີທ່ອງທ່ຽວລາວ ຊຶ່ງພາກສ່ວນທີ່ກ່ຽວຂ້ອງຕ່າງໆກໍ່ໄດ້ເອົາໃຈໃສ່ສຸມທຸກເຮື່ອແຮງສືບຕໍ່ພັດທະນາແຫ່ງທ່ອງທ່ຽວຂອງແຂວງທີ່ມີແລ້ວໂດຍສະເພາະກໍ່ແມ່ນແຫ່ງທ່ອງທ່ຽວພູຜາສຸກ, ປັບປຸງຕາດເລາະ, ຕາດຮັງ, ແກ້ງກຸ-ປາກເສັດ, ສີພັນຂຸມບ້ານທ່າ, ຮອຍພະບາດນາດູ່ ແລະອື່ນໆ, ພ້ອມທັງສ້ອມແປງບູລະນະເສັນທາງເຊື່ອມຕໍ່ໄປສູ້ແຫຼ່ງທ່ອງທ່ຽວຕ່າງໆໃຫ້ມີຄວາມສະດວກສະບາຍແກ່ຜູ້ທີ່ເຂົ້າມາທ່ຽວມາຊົມຄວາມງາມຂອງທຳມະຊາດພາຍໃນແຂວງສາລະວັນ.

ນອກຈາກນັ້ນ ກໍ່ໄດ້ມີແຜນວາງຕາງຕະລາງໃນການຈັດງານສະເຫຼີມສະຫຼອງປີທ່ອງທ່ຽວຂອງແຕ່ລະເມືອງ, ໄດ້ສຳເລັດພ້ອມທັງຈັດງານເປີດປີທ່ອງທ່ຽວຂອງເມືອງໃນ 8 ຕົວເມືອງ ແລະຂອງແຂວງສາລະວັນຕື່ມອີກ, ຕິດພັນກັບງານປະກວດສີລະປະວັນນະຄະດີຕ່າງໆໄດ້ສຳເລັດຕາມແຜນ, ຊຶ່ງພາຍໃນງານກໍ່ຍັງໄດ້ມີການຊື້ຂາຍຕ່າງໆ, ທັງນີ້ກໍ່ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງສາລະວັນໃຫ້ໄດ້ຫຼາຍຂື້ນກວ່າເກົ່າ, ອັນໂດນເດັ່ນແມ່ນມັນໄດ້ສະແດງອອກໃຫ້ເຫັນວ່າ, ໃນການຈັດງານປີທ່ອງທ່ຽວຂອງແຕ່ລະເມືອງ, ແມ່ນປະຊາຊົນບັນດາເຜົ່າໄດ້ມີການນຸ່ງຖືກຊຸດທີ່ເປັນເອກະລັກຂອງເຂົາເຈົ້າເຊິ່ງເຫັນໄດ້ເຖິງການດຳລົງຊີວິດ ແລະວິຖີຊີວິດການເປັນຢູ່, ປະເພນີວັດທະນະທຳ, ພູມປັນຍາ ແລະທ່າແຮງອັນບົ່ມຊອນໃນດ້ານຕ່າງໆ, ອີກອັນໜຶ່ງກໍ່ເພື່ອເປັນການອະນຸລັກ ແລະສົ່ງເສີມວັດທະນະທຳຮິດຄອງປະເພນີອັນດີງາມຂອງຊາດອອກໄປສູ່ສາຍຕາສັງຄົມໃຫ້ຫຼາຍຂື້ນ, ໃຫ້ສັງຄົມໄດ້ຮັບຮູ້ໃນຄວາມແຕ້ກຕ່າງກັນຂອງແຕ່ລະເຜົ່າ, ດັ່ງຄຳສູພາສິດທີ່ວ່າ: ( ເສຍວັດທະນະທຳແມ່ນເສຍຊາດ ), ສຳລັບໃນປີທີ່ຜ່ານມານີ້ມີນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ຽວຊົມແຂວງສາລະວັນທັງໝົດ 110.836 ຄົນລື່ນຄາດໝາຍທີ່ວາງໃວ້ 10,83%, ສາມາດສ້າງລາຍຮັບໂດຍທາງກົງ ແລະທາງອ້ອມ 15 ລ້ານກວ່າໂດລາສະຫາລັດ

ທິດທາງປີ 2019 ນີ້ແມ່ນສືບຕໍ່ພັດແຫ່ງທ່ອງທ່ຽວຕ່າງໆເພື່ອຮອງຮັບໃຫ້ແກ່ການເຊື່ອມຕໍ່ການທ່ອງທ່ຽວ 4 ແຂວງພາກໃຕ້ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກໃຫ້ມີມົນສະເໜ, ປະທັບໃຈ ແລະມີຄວາມສະດວກປອດໄພ, ເປັນຕົ້ນແຫ່ງທ່ອງທ່ຽວອຸທິຍານພູຜາສຸກ, ຕາດເລາະ-ຕາດຮັງ ແລະປັບປຸງເສັນທາງຕ່າງໆເພື່ອໃຫ້ນັກທ່ອງທ່ຽວມີຄວາມສະດວກ, ສະບາຍສາມາດເຂົ້າເຖິງຈຸດແຫ່ງທ່ອງທ່ຽວຕ່າງໆຂອງແຂວງຫຼາຍຂື້ນ, ຄາດຄະເນໃນປີ 2019 ນີ້ຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງສາລະວັນ, ໃຫ້ບັນລຸ 110.000 ຄົນ ແລະສາມາດສ້າງລາຍຮັບໂດຍທາງກົງ ແລະທາງອອ້ມ 16,5 ລ້ານໂດລາສະຫາລັດ, ພ້ອມທັງໂຄສະນາປະສາສຳພັນດ້ວຍຫຼາຍຮູບແບບເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມພາຍແຂວງ ແລະເອົາໃຈໃສ່ຄຸ້ມຄອງສະຖານທີ່ທ່ອງທ່ຽວຕ່າງໆ, ຊຸກຍູ້ບັນດາຫົວໜ່ວຍທຸລະກິດທີ່ສຳປະທານແຫຼ່ງທ່ອງທ່ຽວໃຫ້ມີການພັດທະນາຖືກຕ້ອງຕາມລະບຽບກົດໝາຍທີ່ກຳນົດໃວ້, ພ້ອມທັງອະນຸລັກປົກປັກຮັກ ສາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ອີງຕາມຕາມການລາຍງານຂອງ ທ່ານ ສມໃຈອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວແຂວງສາລະວັນທີ່ໄດ້ລາຍງານຕໍ່ກອງປະຊຸມສະໃໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ໃນອາທິດທີ່ຜ່ານມາ

ທີ່ມາ: facebook.com/819985441682017

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: