ຂະ​ແໜງ​ສຶກ​ສາ ໂຄ​ສະ​ນາ​ໃຫ້​ຄວາມ​ຮູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການ ການສຶກສາໂລກ ໃຫ້ຄວາມຮູ້ກ່ຽວກັບອັນຕະລາຍ ຈາກລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ 88 ເມືອງ ໃນ 10 ແຂວງ ຄື: ແຂວງຫົວ ພັນ, ຫລວງພະບາງ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື ເພື່ອຮັບປະກັນວ່ານັກຮຽນຊັ້ນປະຖົມ ແລະ ຊຸມຊົນ ທີ່ມີຄວາມສ່ຽງ ໄດ້ຮັບການຮຽນຮູ້ ຈາກອັນຕະລາຍຂອງລະເບີດບໍ່ທັນແຕກ, ໂດຍຜ່ານການສ້າງຄວາມສາມາດໃຫ້ຄູສອນ ຜູ້ທີ່ສົ່ງຄວາມຮູ້.

      ການເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການໃຫ້ຄວາມຮູ້ ກ່ຽວກັບອັນຕະລາຍ ຈາກລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ມີຂຶ້ນທີ່ ກະຊວງສຶກສາທິການ ແລະ ກິລາ ລະ ຫວ່າງ ທ່ານນາງ  ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິ ລາ ແລະ ທ່ານ ນາງ ຊາຣາ ບຣູນາກີ ຫົວໜ້າອົງການ ການສຶກສາໂລກ ປະຈໍາ ສປປ ລາວ, ໂດຍມີທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິກາ ແລະ ທ່ານ ຣີນາ ບິດເຕີ້ ເອັກອັກຄະລັດຖະທູດ ແຫ່ງ ສາຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດຽວພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

      ໂຄງການດັ່ງກ່າວ, ເປັນໂຄງການທີ່ ຮັບການສະໜັບສະໜູນ ຈາກກະຊວງການຕ່າງປະ ເທດ ສະຫະລັດອາເມລິກາ ມູນຄ່າ ປະມານ 17 ຕື້ກວ່າກີບ, ເຊິ່ງຈະໄດ້ຈັດຕັ້ງປະຕິບັດ ຢູ່ແຂວງຫລວງພະບາງ ຈໍານວນ 12 ເມືອງ, ແຂວງ ຊຽງຂວາງ 7 ເມືອງ, ແຂວງຫົວພັນ 10 ເມືອງ, ແຂວງຄໍາມ່ວນ 10 ເມືອງ, ແຂວງສະຫວັນນະເຂດ 15 ເມືອງ, ແຂວງສາລະວັນ 8 ເມືອງ, ແຂວງເຊກອງ 4 ເມືອງ, ແຂວງຈໍາປາສັກ 10 ເມືອງ, ແຂວງອັດຕະປື 5 ເມືອງ ແລະ ແຂວງບໍລິຄໍາໄຊ 7 ເມືອງ.

ສໍາລັບກິດຈະກໍາຫລັກຂອງໂຄງການ ແມ່ນເຊື່ອມສານຫລັກສູດ ໃຫ້ຄວາມຮູ້ກ່ຽວກັບອັນຕະລາຍ ຈາກລະ ເບີດບໍ່ທັນແຕກ ທີ່ໄດ້ປັບປຸງເຂົ້າໃນຫລັກສູດແຫ່ງຊາດ ຊັ້ນປະຖົມສຶກສາ, ພັດທະນາຫລັກສູດ ການໃຫ້ຄວາມຮູ້ກ່ຽວ ກັບອັນຕະລາຍຈາກລະເບີດບໍ່ທັນແຕກ ສໍາລັບຫລັກສູດແຫ່ງຊາດ ຊັ້ນມັດທະຍົມສຶກສາ​, ພັດທະນາຫລັກສູດການໃຫ້ຄວາມຮູ້ ກ່ຽວກັບອັນຕະລາຍຈາກ ລະເບີດບໍ່ທັນແຕກເອກະສານ ແລະ ແຜນການສອນສໍາລັບວິທະຍາ ໄລຄູເພື່ອສົ່ງຄວາມຮູ້ ໃຫ້ນັກສຶກສາສາຍຄູ ຊັ້ນປະຖົມສຶກສາແລະອື່ນໆ.  

ທີ່​ມາ: ຂ​ປ​ລ                     

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...