Monday, May 19, 2025
Kbank Laos โอน รับ จ่าย

ສາລະວັນ ມີຊົນລະປະທານ 46 ໂຄງການທີ່ຕ້ອງສ້ອມແປງ ອະນຸມັດແລ້ວ 31 ໂຄງການ

ເພື່ອຄໍ້າປະກັນການສະໜອງນໍ້າໃນລະດູແລ້ງໃຫ້ພຽງພໍກັບຄວາມຕ້ອງການ ເພື່ອການຜະລິດ ແລະ ປູກພືດຕ່າງໆ, ແຂວງສາລະວັນ ຈຶ່ງໄດ້ມີການກວດກາຄືນບັນດາໂຄງການຊົນລະປະທານທົ່ວແຂວງໃນຈຳນວນ 224 ແຫ່ງ, ໃນນັ້ນຊົນລະປະທານຝາຍນໍ້າລົ້ນ+ອ່າງເກັບນໍ້າມີ 106 ແຫ່ງ, ຊົນລະປະທານດ້ວຍໄຟຟ້າ ມີ 48 ແຫ່ງ ແລະ ຊົນລະປະທານຂະໜາດນ້ອຍ+ຝາຍປະຖົມປະຖານຂອງຊຸມຊົນມີ 90 ແຫ່ງ, ຜ່ານການກວດກາຕົວຈິງເຫັນຫຼາຍໂຄງການເປ່ເພບໍ່ສາມາດສະໜອງນໍ້າໄດ້ໂດຍສະເພາະແມ່ນຝາຍນໍ້າລົ້ນ, ຕາດໂຕນ, ຄອງເໝືອງແມ່, ຄອງເໝືອງຊອຍ, ເຮືອແພ, ຈັກສູບດ້ວຍໄຟຟ້າ, ລະບົບອາຄານຕາມຄອງເໝືອງ ແລະ ອື່ນໆ.

ສາລະວັນ ຈຶ່ງນຳສະເໜີຂໍງົບປະມານຈຳນວນ 5,9 ຕື້ກີບເພື່ອບູລະນະສ້ອມແປງໃນ 46 ໂຄງການທີ່ຈຳເປັນ, ແຕ່ໄດ້ຮັບອະນຸມັດຈາກລັດຖະບານ 3,7 ຕື້ກີບມີ 31 ໂຄງການ ແລະ ບ້ວງເງິນດັ່ງກ່າວກໍໄດ້ນຳໄປຈັດຕັ້ງປະຕິບັດຕາມຂັ້ນຕອນຂອງກົດໝາຍການລົງທຶນ ແລະ ກໍ່ເຫັນວ່າມີຜົນສຳເລັດ, ສາມາດສະໜອງນໍ້າໄດ້ຕາມ ຄາດໝາຍ, ນອກຈາກສ້ອມ ແປງທີ່ນຳໃຊ້ງົບປະມານຍັງໄດ້ແຕ່ງຕັ້ງການນຳພະແນກ, ຂະແໜງ ແລະ ວິຊາການລົງ ສົມທົບກັບການນຳຂອງເມືອງ, ກຸ່ມບ້ານ ແລະ ບ້ານ ເພື່ອປຸກ ລະດົມກຳລັງແຮງຈາກຫຼາຍ ພາກສ່ວນເປັນຕົ້ນພໍ່ແມ່ປະຊາ ຊົນ, ນັກຮຽນ, ພະນັກງານ ແລະທະຫານ-ຕຳຫຼວດເຂົ້າໃນການສ້ອມແປງຫົວງານ, ຄອງເໝືອງ ແລະ ອະນາໄມຄອງເໝືອງ ຊຶ່ງມີຄວາມຍາວ 75.670 ແມັດ, ມີ ແຮງງານທັງໝົດ 4.700 ກວ່າຄົນ.

ຜ່ານການບູລະນະສ້ອມ ແປງ ແລະ ການສູ້ຊົນນຳພາການຜະລິດລະດູແລ້ງປີ 2019 ມາຮອດວັນທີ 20 ມັງກອນ ຜ່ານມາ ສາມາດສັງລວມເນື້ອທີ່ການຜະລິດໄດ້ຄື: ພືດສະບຽງນອກເຂດຊົນລະປະທານປະຕິບັດໄດ້ 5.550 ເຮັກຕາ, ເທົ່າກັບ 104,7%, ເກັບກູ້ຜົນຜະລິດໄດ້ແລ້ວປະມານ 2.500 ກວ່າໂຕນ, ເນື້ອທີ່ໃນຊົນລະປະທານປະຕິບັດໄດ້ 13.260 ເຮັກຕາ, ເທົ່າກັບ 100,45% ແລະ ເຂົ້ານາແຊງມີ 11.700 ເຮັກຕາ ເທົ່າກັບ 97,5%, ການຜະລິດເຂົ້ານາແຊງປີນີ້ທາງພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນກໍໄດ້ມີການປະສານຮ່ວມມືກັບພະແນກກະສິກຳແລະ ພັດທະນາຊົນນະບົດແຂວງກຽນຊາງ ສສ ຫວຽດນາມ ຕາມບົດບັນທຶກການນຳຂັ້ນສູງທັງສອງແຂວງ ແລະ ແຂວງກຽນຊາງກໍໄດ້ສົ່ງວິຊາການທີ່ຊຳນານກ່ຽວກັບເຂົ້າມາຊ່ວຍຈຳນວນ 2 ທ່ານ, ປະຈຳຢູ່ສູນໜອງແດງ, ເພື່ອປຽບທຽບທົດລອງແນວພັນເຂົ້າຈຳນວນ 7 ສາຍພັນ, ໃນນັ້ນແນວພັນຈາກແຂວງກຽນຊາງ 4 ສາຍພັນ ແລະ ແນວພັນສູນໜອງແດງ 3 ສາຍພັນ, ພ້ອມທັງຈັດຕັ້ງກຸ່ມການຜະລິດຕິດພັນກັບການຍົກສະມັດຖະພາບເຂົ້າໃຫ້ໄດ້ 5-6 ໂຕນ/ເຮັກຕາໃນ 3 ເມືອງຄື: ກຸ່ມບ້ານພ້າວ ເມືອງສາລະວັນ 5 ເຮັກຕາ, ກຸ່ມບ້ານສະເໜ້ຍ ເມືອງວາປີ 5 ເຮັກຕາ ແລະ ກຸ່ມບ້ານຄຳທອງ ເມືອງຄົງເຊໂດນ 5 ເຮັກຕາ.

ສຳລັບໃນປີ 2018 ສາມາດຜະລິດເຂົ້າໄດ້ 354.466 ໂຕນ, ເທົ່າກັບ 80,25%, ພືດສະບຽງອາຫານຜະລິດໄດ້ 55 ພັນກວ່າໂຕນ, ການຕອບສະໜອງຊີ້ນປາ, ໄຂ່ກໍແມ່ນພຽງພໍ ສະເລ່ຍການ ບໍລິໂພກແມ່ນ 49,3 ກິໂລ/ຄົນ ແລະ ການສັກຢາປ້ອງກັນພະ ຍາດສັດປະຕິບັດໄດ້ 89% ຂອງຈຳນວນຝູງສັດ. ນອກຈາກນັ້ນ ວຽກງານຂະຫຍາຍແນວພັນເຂົ້າກໍໄດ້ມີກຸ່ມຜະລິດແນວພັນເຂົ້າໂດຍສະເລ່ຍປີລະ 400 ກວ່າໂຕນ, ພ້ອມທັງຈັດສົ່ງແນວພັນເຂົ້າໃຫ້ 4 ແຂວງຈຳນວນ 70 ໂຕນຄື: 

ສົ່ງໃຫ້ແຂວງຄຳມ່ວນ 20 ໂຕນ, ສະຫວັນນະເຂດ 30 ໂຕນ, ເຊກອງ 10 ໂຕນ ແລະ ອັດຕະປື 10 ໂຕນ, ໃນນັ້ນເດັ່ນກວ່າໝູ່ແມ່ນສາມາດຮັບຮອງໄດ້ເຂົ້າແນວພັນສາລະວັນ 1 ຈາກສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້, ເພື່ອເປັນການຮັບປະກັນໃນການຕອບສະໜອງດ້ານສະບຽງອາຫານໃຫ້ແກ່ບັນດາແຂວງພາກກາງ ແລະ ພາກເໜືອຕາມແນວທາງນະໂຍບາຍຂອງລັດຖະບານກໍຄືການນຳຂອງແຂວງທາງພະແນກ ຈຶ່ງໄດ້ວາງໂຕເລກສູ້ຊົນ 18.500 ເຮັກຕາ ແລະ ຄາດໝາຍຜົນຜະລິດ 98 ພັນໂຕນ, ໃນນັ້ນ ພືດສະບຽງນອກເຂດຊົນລະປະທານ 5.300 ເຮັກຕາ, ພືດ ແລະ ເຂົ້າໃນເຂດຊົນລະປະທານ 13.200 ເຮັກຕາ ( ເຂົ້າ 12 ພັນເຮັກຕາ ແລະ ພືດ 1.200 ເຮັກຕາ, ອີງຕາມການລາຍງານຂອງທ່ານ ອະນຸສັກ ຈຳປາຄຳ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ໃນອາທິດທີ່ຜ່ານມາ. 

ທີ່ມາ: ນສພ ປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້