Friday, July 18, 2025
Kbank Laos โอน รับ จ่าย

ຄອບຄົວ​ໄຊ​ຍະ​ສອນ ເປີດ​ມູນ​ນິທິ​ສອງ​ມືນາງ ເພື່ອ​ຊ່ວຍ​ເຫຼືອ​ສັງຄົມ ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ

​ທີ່​ນະຄອນຫລວງ​ວຽງ​ຈັນ, ​ຄອບຄົວ​ໄຊ​ຍະ​ສອນ ໄດ້​ເປີດ​ມູນ​ນິທິ​ສອງ​ມືນາງ ​​ເພື່ອ​ຊ່ວຍ​ເຫລືອ​ສັງຄົມ​ ໃນ​ການ​ຕ່ຳຫູກ​ທໍ​ໄໝ, ປູກ​ມອນ​ລ້ຽງ​ມ້ອນ ແລະ ເພື່ອ​ເປັນ​ການ​ຂະຫຍາຍ ​ໃຫ້​ປະຊາ ຊົນ​ລາວ ​ໂດຍ​ສະ​ເພາະ​ແມ່ຍິງ ​ແລະ ​ເດັກນ້ອຍ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ, ​ ພ້ອມ​​ໃຫ້​ເຂົາ​ເຈົ້າ​ສາມາດ​ນຳ​ໃຊ້​ພູມ​ປັນຍາ​ຂອງ​ຕົນ​ເອງ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ລາຍ​ໄດ້​ຫລັກ​ ໃຫ້​ແກ່​ຄອບຄົວ.

ທ່ານ ນາງ ​ແກ້ວ​ສາຍ​ໃຈ ​ໄຊ​ຍະ​ສອນ ປະທານ​ມູນ​ນິທິ​ສອງ​ມືນາງ​ ​ກ່າວ​ວ່າ: ການ​ສ້າງ​ຕັ້ງ​ມູນ​ນິທິ​ສອງ​ມືນາງ​ ​ຂຶ້ນ​ມາ​ແມ່ນ​ໄດ້​ແຮງ​ບັນດານ​ໃຈ​, ການ​ສະໜັບສະໜູນ ​ແລະ ​ໄດ້​ຮັບ​ຄຳ​ແນະນຳ​ຈາກ ທ່ານ ຈູມມາລີ ​ໄຊ​ຍະ​ສອນ ອະ​ດິດປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​​​ຊຸກຍູ້​ສົ່ງ​ເສີມຊີວິດ​ການ​ເປັນ​ຢູ່ຂອງ​​ແມ່ຍິງ ​ແລະ ​ເດັກນ້ອຍ ທີ່​ທຸກ​ຍາກ ​ແລະ ດ້ອຍ​ໂອກາດ ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ເພື່ອ​ເພີ່ມ​ລາຍ​ຮັບ ​ແລະ ສ້າງ​ເສດຖະກິດ​ຄອບຄົວ​ເຂົາ​ເຈົ້າ.

ມູນ​ນິທິ​ສອງ​ມືນາງ ຕັ້ງ​ຢູ່​ບ້ານ​ທາດຫລວງ​ກາງ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ, ​​ໂດຍ​ມີ​ກິດຈະກຳ​ຫລັກ ​ຄື: ສ້າງ​​ເງື່ອນ​ໄຂ​ໃຫ້​ຜູ້​ດ້ອຍ​ໂອກາດ​ ດ້ານ​ການ​ສຶກສາ ​ໃຫ້​ໄດ້​ເຂົ້າ​ເຖິງ​ການ​ສຶກ ສາທຸກ​ລະດັບ, ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​​ ໃຫ້​​ເດັກນ້ອຍ​ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ເປັນ​ຕົ້ນ​ດ້ານ​ພາສາ, ດ້ານ​ສີມື​ແຮງ​ງານ, ອຸດ​ໜູນ ​ແລະ ສົ່ງ​ເສີມ​ໂຄງການ​ພັດທະນາ​ດ້ານ​ສຸຂະພາບ​ຊຸມ​ຊົນ, ສົ່ງ​ເສີມ​ການ​ສ້າງ​ສຸກສາລາ ​ປະຈຳ​ບ້ານ​ໃຫ້​ປະຊາຊົນ​ ໄດ້​​ຮັບ​ການ​ປິ່ນປົວ​ສຸຂະພາບ, ຊ່ວຍ​ຟື້ນ​ຊີບ​ຜູ້​ສູງ​ອາຍຸ​ປ່ວຍ​ໄລຍະ​ສຸດ​ທ້າ​ຍ ​ແລະ ຊ່ວຍ​ຈັດ​ງານ​ສົບ​ ຄອບຄົວ​ທີ່​ຕ້ອງການ​ໃຫ້​ຄວາມ​ຊ່ວຍ​ເຫລືອ. ພ້ອມ​​ນີ້, ຍັງ​ໄດ້​ສົ່ງ​ເສີມ​ໃຫ້​ປະຊາຊົນ​ ​ປູກຝັງ​ລ້ຽງສັດ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​​ຄອບຄົວ, ສົ່ງ​ເສີມ​ກາ​ນສ້າງ​ທຸລະ​ກິດ​ຂະ​ໜາດ​ນ້ອຍ ​ແລະ ຂະໜາດ​ກາງ ຂອງ​ຊຸມ​ຊົນ​ກ່ຽວ​ກັບ​ຜະລິດ​ຕະພັນ​ກະສິກຳ ທີ່​ບໍ່​ມີ​ຜົນ​ກະທົບ​ຕໍ່​ສຸຂະພາບ ​ແລະ ສິ່ງ​ແວດ​ລ້ອມ, ສົ່ງ​ເສີມ​ການ​ປູກ​ມອນ​ລ້ຽງ​ມ້ອນ​ ເພື່ອ​ສ້າງ​ອາຊີບ​ເສີມ​ໃຫ້​​ແມ່ຍິງ​​ເຂດຊົນນະບົດ.

ນອກຈາກ​ນີ້, ມູນ​ນິທິ​ດັ່ງກ່າວ ຍັງ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ສັງຄົມ​ ໃນ​ກໍລະນີ​ເກີດ​ໄພພິບັດ​ເປັນ​ຕົ້ນ ອັກຄີ​ໄພ, ອຸ​ທົກ​ກະ​ໄພ, ວາຕະ​ໄພ ​ແລະ ​ໂລ​ຂະ​ໄພ​. ສຳລັບຜູ້​ທີ່​ສົນ​ໃຈ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຢາກ​ມີ​ສ່ວນ​ຮ່ວມ​ໃນ​ມູນ​ນິທິ​ສອງ​ມືນາງ ສາມາດ​ປະສານ​ງານ​ໄດ້​ທີ່​ ເບີ​ໂທ: 021 900747, 020 55578979 ຫລື facebook: songmeunangfoundation, email: songmeunang-foundation@outlook.com.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.