Friday, April 18, 2025

ອຸດົມໄຊ ກວດພົບສານຕົກຄ້າງສູງ ໃນພືດຜັກ ແລະໝາກໄມ້ນຳເຂົ້າຈາກ ຈີນ

ທ້າຍອາທິດຜ່ານມາ ແຂວງອຸດົມໄຊ ໂດຍສະເພາະແມ່ນພະແນກກະສິກຳ ແລະປ່າໄມ້ແຂວງ ຊຶ່ງນຳໂດຍທ່ານ ພອນປະສິດ ປັນຍາສະຫວັດ ຮອງຫົວໜ້າພະ ແນກກະສິກຳ ແລະປ່າໄມ້ແຂວງສົມທົບກັບຫ້ອງການກະສິກຳ ແລະປ່າໄມ້ ແລະ ອຸດສາຫະກຳ ເມືອງໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະວິໄຈສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ຢູ່ທີ່ຕະຫຼາດກະສິກຳນວນຕາບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ.

ການລົງເຄື່ອນໄຫວວິໄຈໃນຄັ້ງນີ້ກໍເພື່ອຊອກຮູ້ກ່ຽວກັບສານພິດທີ່ຕົກຄ້າງຢູ່ໃນພືດຜັກ ແລະໝາກໄມ້ທີ່ແມ່ຄ້າ, ຊາວຂາຍນຳມາຈຳໜ່າຍຢູ່ທ້ອງຕະຫຼາດໂດຍແນໃສ່ໃນການຊອກຫາແນວທາງສະກັດກັ້ນ ແລະແກ້ໄຂໃຫ້ທັນສະພາບການ, ຫຼີກລ້ຽງບໍ່ໃຫ້ປະຊາຊົນບໍລິໂພກພືດຜັກ ແລະໝາກໄມ້ທີ່ມີສານພິດຕົກຄ້າງເກີ ນປະລິມານຊຶ່ງຈະສົ່ງຜົນສະທ້ອນຕໍ່ສຸຂະພາບຂອງຄົນເຮົາ. ທັງເປັນການໂຄສະນາ, ເຜີຍແຜ່ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຢ່າງກວ້າງຂວາງຕໍ່ກັບຜົນຮ້າຍດັ່ງກ່າວ ແລະຫັນມາເອົາໃຈໃສ່ໃນການບໍລິໂພພືດຜັກ ແລະໝາກໄມ້ທີ່ສະອາດ ແລະປອດສານພິດ.

ສຳລັບຕົວຢ່າງທີ່ນຳມາວິເຄາະ, ວິໄຈໃນຄັ້ງນີ້ ປະກອບມີທັງໝົດ 68 ຕົວຢ່າງ ໃນນັ້ນປະເພດພືດຜັກສົດມີ 48 ຕົວຢ່າງ ແລະໝາກໄມ້ສົດມີ 20 ຕົວຢ່າງ ຜ່ານການວິໄຈຕົວຢ່າງທັງໝົດເຫັນວ່າ:

ປະເພດພືດຜັກສົດທີ່ມີສານຕົກຄ້າງສູງມີຄືພັກກາດຂາວ, ຫົວພັກທຽມ, ມັນຝຣັ່ງ, ຫົວຜັກບົ່ວໃຫຍ່, ໝາກເລັ່ນ, ຖົ່ວເບີ, ໝາກເຜັດນ້ອຍ, ໝາກເຂືອຍາວ, ໝາກກະດອມ, ຜັກບົ້ງ, ຜັກຊີ, ຂີງໃຫຍ່, ຜັກກາດມົນ. ນອກນັ້ນແມ່ນມີສານຕົກຄ້າງປານກາງ ແລະຕົກຄ້າງໜ້ອຍເຊັນກະລໍ່າປີ, ໝາກເຜັດໃຫຍ່, ຫົວກະລົດແດງ, ໝາກອຶ, ຜັກຫອມ, ຜັກກາດຊ່ອມ, ຍອດໝາກຖົ່ວນ້ອຍ ແລະອື່ນໆ. ສ່ວນປະເພດໝາກໄມ້ສົດທີ່ມີສານຕົກຄ້າງສູງປະກອບມີ: ໝາກໂປມ, ໝາກຈຸກນ້ອຍ, ສະຕໍເບີຣີ, ມັງກອນ, ລາແຊັງ, ມັງຂຸດ, ໝາກມ່ວງໃຫຍ່, ກະທັນໃຫຍ່ ແລະໝາກນາວບໍ່ມີແກ່ນຊຶ່ງໝາກໄມ້ທີ່ມີສານຕົກຄ້າງປານກາງແມ່ນໝາກລຳໄຍ.

ບັນດາພືດຜັກ ແລະໝາກໄມ້ທີ່ເຫັນວ່າມີສານຕົກຄ້າງສູງສ່ວນຫຼາຍແມ່ນສິນ ຄ້າທີ່ນຳມາເຂົ້າມາຈາກປະເທດໃກ້ຄຽງ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.