Thursday, November 13, 2025
Kbank Laos โอน รับ จ่าย

ທະນາຄານພັດທະນາລາວ ແລະສະພາການຄ້າ ພ້ອມສ້າງເງື່ອນໄຂສູ່ແຫຼ່ງທຶນSMEs


ໃນວັນທີ 13 ກຸມພາ 2019 ທີ່ສໍານັກງານ ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ, ທະນາຄານພັດທະ ນາລາວ (ທພລ) ແລະສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດຕັ້ງການພົບປະຫາລື ແລະ ໄດ້ຕົກລົງກັນຢ່າງເປັນທາງການກ່ຽວກັບການເປີດໂຕະໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ໄດ້ເຂົ້າມາສອບຖາມການເຂົ້າເຖິງແຫຼ່ງທຶນຂອງ ທພລ ໄດ້ຢ່າງສະດວກ, ງ່າຍດາຍ ແລະ ວ່ອງໄວ ຊຶ່ງເປັນການຮັບໃຊ້ນະໂຍບາຍຂອງລັດຖະບານ ແລະ ໄດ້ເປັນນິມິດໝາຍທີ່ດີ ທີ່ຈະເຮັດໃຫ້ຜູ້ປະກອບການໃນພາກ SMEs ທີ່ກວມອັດຕາສ່ວນຫຼາຍກ່ວາໝູ່ ໄດ້ສາມາດເຂົ້າເຖິງແຫຼ່ງທຶນ ໂດຍການພົບກັນລະຫວ່າງ ທ່ານ ປອ. ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ.

ການພົບປະຄັ້ງນີ້ ເປັນປະຕິບັດຕາມບົດບັນທຶກຊ່ວຍຈຳ (MOU) ຂອງທັງສອງຝ່າຍໃນເດືອນພຶດສະພາ 2018 ແລະ ໄດ້ມີການຈັດຕັ້ງປະຕິບັດຫຼາຍກິດຈະກຳຮ່ວມກັນເຊັ່ນ: ການຈັດສຳມະນາໃນຫົວຂໍ້: “ການເຂົ້າຫາແຫຼ່ງທຶນ” ແລະການເປີດໂຕະໃຫ້ຄໍາປຶກສາແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະກາງ (SMEs)ທັງໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ຈະຂະຫຍາຍໄປແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງອື່ນໆຕື່ມອີກໃນຕໍ່ໜ້ານີ້ ແລະ ນັບແຕ່ນີ້ເປັນຕົ້ນໄປ ການເປີດໂຕະໃຫ້ຄໍາປຶກສາແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SMEs)ຈະຈັດໃນວັນພຸດຂອງທຸກອາທິດ ຊຶ່ງໃຫ້ເວລາຫຼາຍຂຶ້ນ ແລະ ເມື່ອກ່ອນແມ່ນເດືອນລະຄັ້ງ.

ການເປີດໂຕະໃຫ້ຄຳປຶກສາດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາ 3 ຄັ້ງ ຊຶ່ງເດືອນລະຄັ້ງຄື: ເດືອນກັນຍາ, ຕຸລາ, ພະຈິກ 2018 ລວມມີ 13 ຫົວໜ່ວຍທຸລະກິດເຂົ້າຮ່ວມ ແລະ ມີ 3 ຜູ້ປະກອບການໄດ້ມາພົວພັນກັບ ທພລ ເພື່ອປະກອບເອກະສານການຂໍກູ້ຢືມ ເພື່ອຂະຫຍາຍທຸລະກິດ ແລະ ປັດຈຸບັນ ທພລ ໄດ້ອະນຸມັດເງິນກູ້ຢືມໃຫ້ລູກຄ້າແລ້ວ 1 ລາຍ ສ່ວນທີ່ເຫຼືອກໍ່ຍັງຢູ່ໃນຂັ້ນຕອນພິຈາລະນາ. ສໍາລັບການເປີດໂຕະໃຫ້ຄຳປຶກສາ 1 ມື້ ແກ່ຜູ້ປະກອບການ ກໍ່ເພື່ອເປັນການເປີດໂອກາດໃຫ້ຜູ້ປະກອບການທຸລະກິດSMEsສາມາດປຶກສາຫາລືກ່ຽວກັບຫຼາຍຫົວຂໍ້ເຊັ່ນ: ການເຂົ້າຫາແຫຼ່ງທຶນຂອງທະນາຄານ, ການຕະຫຼາດ, ການຄ້າ, ວຽກງານການລົງບັນຊີ ເປັນຕົ້ນ ໂດຍຈະມີພະນັກງານຈາກທພລ ແລະ ສຄອຊ ໃຫ້ຄຳປຶກສາ; ຫາກຜູ້ປະກອບການທ່ານໃດມີຄວາມສົນໃຈກະລຸນາເຂົ້າໄປປຶກສາຫາລືຕາມວັນ ແລະ ເວລາດັ່ງກ່າວ (ກໍານົດເວລາ 1 ຊົ່ວໂມງ ກັບ 30 ນາທີ / 1 ທ່ານ ຫຼື ວິສາຫະກິດໃນທຸກໆວັນພຸດ) ໂດຍບໍ່ມີຄ່າທໍານຽມໃດໆ;ກະລຸນາຕິດຕໍ່ພົວພັນໄດ້ທີ່ສູນໃຫ້ບໍລິການທຸລະກິດຂະໜາດນ້ອຍ ແລະ ກາງ  (LNCCI SME Service Center; ໂທລະສັບ: 021-416266-7, 020 5954 8789, 020 9916 5564; ອີເມວ : psonevongxay@gmail.com ; smeservicecenter.laos@gmail.com

ໂຄງການຮ່ວມມືທັງສອງຝ່າຍລະຫ່ວາງ ທພລ ແລະ ສຄອຊ ແມ່ນໜຶ່ງໃນໂຄງການພາຍໃຕ້ການຮ່ວມມືຂອງອົງການໄຈກ້າ (JICA) ໃນການຊຸກຍູ້ສົ່ງເສີມຂະແໜງການທຸລະກິດລະກິດ SMEsໃນລາວ ແລະ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການທຸລະກິດໄດ້ມີທຶນເຂົ້າໃນການຜະລິດ ແລະ ທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ແຜນການ 5 ປີ)ຄັ້ງທີ 8 (NSEDP).

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.