Tuesday, February 11, 2025

ຂະ​ແໜງ​ບໍ​ລິ​ການທ່ອງ​ທ່ຽວ​ ຕ້ອງ​ພ້ອມ​ກັນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ ໃຫ້ໄດ້ 4.5 ລ້ານ​ຄົນ

ໂດຍ: ທິດ​ກ່ຳ

ຄືດັ່ງພວກເຮົາໄດ້ຮັບຮູ້ນຳກັນມາແລ້ວວ່າ, ໃນປີ 2018 ຜ່ານມາກໍເປັນປີທ່ອງທ່ຽວລາວ ຫລ້າສຸດໄດ້ເຮັດພິທີສະຫລຸບໃນວັນທີ 11 ກຸມພາ 2019 ທີ່ຜ່ານມານີ້ເອງ, ສ່ວນວ່າຜົນໄດ້ຜົນເສຍ ແນວໃດນັ້ນທິດກ່ຳຈະຄ່ອຍທະຍອຍເອົາອອກມາສະເໜີ ສູ່ກັນຟັງໃນຄໍລຳຕໍ່ໄປເປັນໄລຍະໆ.

ມາໃນປີ 2019 ນີ້ອີກກໍຈັດໃຫ້ເປັນປີທ່ອງທ່ຽວ ລາວ-ຈີນ, ເຊິ່ງມີພິທີເປີດຢ່າງເປັນທາງການ ຢູ່ທີ່ນະຄອນ ຫລວງວຽງຈັນໃນໂອກາດບຸນປີໃໝ່ຂອງຊາວ ຈີນ (ກຸດ ຈີນ) ທີ່ຍັງພວມສົດໆຮ້ອນໆ.

ສຳລັບປີທ່ອງທ່ຽວລາວ-ຈີນນີ້ ເພື່ອເປັນການກະຕຸກຊຸກຍູ້ ແລະ ດຶງດູດເອົານັກທ່ອງທ່ຽວຕ່າງ ປະເທດເຂົ້າມາລາວໃຫ້ຫລາຍຂຶ້ນ, ໂດຍສະເພາະໄດ້ວາງເປົ້າໃຫ້ນັກທ່ອງທ່ຽວທີ່ຈະມາຈາກຈີນທາງສອງພັກ- ສອງລັດ ກໍຄືສອງປະເທດ ຈຶ່ງໄດ້ຕົກລົງເຫັນດີພ້ອມກັນຈັດຂຶ້ນໃຫ້ມີຄວາມໝາຍທາງດ້ານປະຫວັດສາດ ແລະ ຄວາມສາ ມັກຄີ.

ເບື້ອງລາວເຮົາກໍໄດ້ ມອບໝາຍໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າ ການຈັດ ຕັ້ງປະຕິບັດໃຫ້ໄດ້ ຮັບໝາກຮັບຜົນ. ອັນສຳຄັນກວ່າໝູ່ໝົດກໍແມ່ນໃຫ້ສູ້ ຊົນປະຕິບັດຕົວເລກຄາດໝາຍດຶງ ດູດນັກທ່ອງທ່ຽວ ໃຫ້ໄດ້ຕາມເປົ້າເປັນຕົ້ນໃນປີ 2018 ຜ່ານມາຕົວເລກ ຄາດໝາຍໃຫ້ໄດ້ 5 ລ້ານເທື່ອຄົນສຸດທ້າຍກໍໄດ້ແຕ່  4,1 ລ້ານເທື່ອຄົນ.

ສ່ວນປີທ່ອງທ່ຽວ ລາວ- ຈີນ ກໍໃຫ້ໄດ້ 4,5 ລ້ານເທື່ອ ຄົນ, ໃນນີ້ສະເພາະນັກທ່ອງ ທ່ຽວທີ່ມາຈາກຈີນຄາດກະ ໃຫ້ໄດ້ 1 ລ້ານເທື່ອຄົນ, ແຕ່ ຈະບັນລຸໄດ້ສ່ຳໃດນັ້ນພວກ ເຮົາກໍຕ້ອງໄດ້ລໍຟັງໄປເບິ່ງ ຕອນສະຫລຸບໝົດປີຢູ່ທີ່ນະ ຄອນຫລວງປັກກິ່ງໃນໂອ ກາດທ້າຍປີນີ້.

ແນວໃດກໍດີ, ຕາມທິດ ກ່ຳວ່າ ຜ່ານການຈັດຕັ້ງປະ ຕິບັດກິດຈະກຳປີທ່ອງທ່ຽວ ລາວ 2018 ພວກເຮົາໄດ້ ສຳ ເລັດໜ້າທີ່ດ້ວຍຄວາມ ເພິ່ງພໍໃຈມີທັງອັນດີ, ອັນ ອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ສະ ດວກຫຍຸ້ງຍາກທີ່ຕ້ອງໄດ້ແກ້ ໃນອະນາຄົດຍາວນານ.

ສຳລັບຈຸດດີນັ້ນ, ພວກ ເຮົາສາມາດສ້າງລາຍຮັບ ເຂົ້າປະເທດຊາດໄດ້ເຖິງ  755 ລ້ານໂດລາສະຫະລັດ, ສ່ວນຈຸດອ່ອນຄົງຄ້າງນັ້ນ ເຮົາເຫັນວ່າແຫລ່ງທ່ອງທ່ຽວຫລາຍແຫລ່ງຍັງບໍ່ທັນ ໄດ້ຮັບການພັດທະນາເທົ່າ ທີ່ຄວນ, ການບໍລິການອ່າວ ຊັກຊ້າເຢີບໆຢາບໆລາຄາ ແພງບໍ່ທັນເໝາະສົມ, ບໍ່ໄດ້ ມາດຕະຖານ, ການໄປມາ ຫຍຸ້ງຍາກ, ບາງບ່ອນເສັ້ນ ທາງເຂົ້າແຫລ່ງທ່ຽວເປ່ເພ ແລະ ອື່ນໆ.

ສ່ວນວ່າໃນປີທ່ອງທ່ຽວ ລາວ-ຈີນ 2019 ຈະປະຕິບັດໄດ້ຕາມຄາດໝາຍ ຫລື ບໍ່ນັ້ນມັນກໍຂຶ້ນກັບປັດໄຈ ແລະ ເງື່ອນໄຂຕ່າງໆໃນຫລາຍ ດ້ານ ເພາະວ່າບັນຫາການ ທ່ອງທ່ຽວຢູ່ບ້ານເຮົາມັນກໍຍັງມີສິ່ງກີດຂວາງ ແລະ ຫຍຸ້ງ ຍາກຫລາຍດ້ານດັ່ງທີ່ໄດ້ຍົກ ຕົວຢ່າງມາຂ້າງເທິງ.

ເຖິງຢ່າງໃດກໍດີ, ຕາມ ທິດກ່ຳວ່າ ເພື່ອບັນລຸຕົວເລກ ຄາດໝາຍທີ່ໄດ້ກ່າວມາຂ້າງ ເທິງນັ້ນກ່ອນອື່ນໝົດພວກ ເຮົາຕ້ອງເອກະພາບກັນທາງດ້ານແນວຄິດກ້າວໄປເຖິງ ຂອດຈັດຕັ້ງປະຕິບັດໃຫ້ມີ ໝາກມີຜົນ ແລະ ເປັນຮູບປະ ທຳດີຂຶ້ນເລື້ອຍໆເພາະວ່າ   ເທົ່າ ທີ່ຜ່ານມາທິດກ່ຳສັງເກດ ເຫັນເບິ່ງຢ່າງໜຶ່ງຄືວ່າເປັນ ພາລະຂອງກະຊວງຖະ ແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຕ່ຝ່າຍດຽວ.

ເປັນຫຍັງຈຶ່ງວ່າ ແນວ ນັ້ນ? ຍ້ອນຂະແໜງການອື່ນ ເຮັດຄືໂສ້ບໍ່ເຄັ່ງ, ສີອືດໆອາດໆ ຕົວຢ່າງເປີດປີທ່ອງທ່ຽວໄປ ແລ້ວຜູ້ເຮັດໃຫ້ການເຂົ້າ-  ອອກສະດວກກໍແມ່ນທ່ານ ກະຊວງຕ່າງປະເທດ, ຜູ້ເຮັດ ໃຫ້ເສັ້ນທາງດີໄປມາສະ ດວກກໍແມ່ນທ່ານກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ເຮັດໃຫ້ນັກທ່ອງທ່ຽວໝັ້ນໃຈໃນຄວາມປອດໄພໄປມາທາງ ໃດໃຫ້ສະດວກໂລ່ງລ່ຽນກໍ ຕ້ອງແມ່ນທ່ານ ປກສ ກັບ ປກຊ, ຜູ້ຜະລິດສິນຄ້າອາຫານການກິນ, ເຄື່ອງໃຊ້ສອຍ ສະໜອງໃຫ້ນັກທ່ອງທ່ຽວ ຫລາກຫລາຍສີສັນຈົນລົ້ນ ເຫລືອທັງລາຄາສົມເຫດຜົນ ກໍແມ່ນທ່ານກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກໍຍັງມີຂົງເຂດອື່ນໆ ທີ່ປິ່ນ ອ້ອມຂັບເຄື່ອນເປັນຈັງຫວະ ພ້ອມກັນເຢີກນັ້ນລະຄືເສັ້ນ ທາງເງິນກີບໄຫລມາເງິນ ໂດລາໄຫລເຂົ້າຢະເອີຍ./.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: