Sunday, November 9, 2025
Kbank Laos โอน รับ จ่าย

ສຸດຍອດ!ລາວ-ຈີນ ຮ່ວມມືໂຄງການ ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລານຊ້າງ

ລັດຖະບານຈີນ ໄດ້ລົງນາມເຊັນສັນຍາ ກັບ ລັດຖະບານລາວ ຂອງການຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປະຈຳປີ 2018 ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ທີ່ໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງໃນເດືອນທັນວາ 2018 ທີ່ຜ່ານມາ ຊຶ່ງໄດ້ຮັບຮອງເອົາທັງໝົດ 138 ໂຄງການຂອງ 6 ປະເທດສະມາຊິກ ໃນນັ້ນ ສປປລາວ ໄດ້ຮັບຈຳນວນ 21 ໂຄງການລວມມູນຄ່າ 4,55 ລ້ານໂດລາ ເທົ່າກັບ 38,9 ຕື້ກວ່າກີບ.

ພິທີເຊັນສັນຍາໄດ້ຈັດຂຶ້ນວັນທີ 15 ກຸມພາ 2018 ທີ່ນະຄອນຫຼວງວຽງຈັນ ໂດຍຕາງໜ້າຝ່າຍລາວແມ່ນທ່ານ ທອງຜ່ານ ສະຫວັດເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າຝ່າຍຈີນໂດຍທ່ານ ຈຽງຈາຍຕົງ ເອກອັກຄະລັດທູດແຫ່ງ ສປ ຈີນ ປະຈຳລາວ ພ້ອມບັນດາທ່ານຈາກກະຊວງ ແລະ ຂະແໜ່ງການກ່ຽວຂ້ອງເຂົ້າຮ່ວມ.

 ການລົງນາມເຊັນສັນຍາຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນເດືອນທັນວາ 2018 ຊຶ່ງກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາທັງໝົດ 138 ໂຄງການຂອງ 6 ປະເທດສະມາຊິກເຊັ່ນ: ກຳປູເຈຍ, ສປ ຈີນ, ສປປລາວ, ມຽນມາ,ໄທ ແລະ ຫວຽດນາມ ໃນນັ້ນສຳລັບລາວແມ່ນໄດ້ຮັບຈຳນວນ 21 ໂຄງການລວມມູນຄ່າ 4,55 ລ້ານໂດລາ ເທົ່າກັບ 38,9 ຕື້ກວ່າກີບ ຊຶ່ງປະກອບມີ 7 ກະຊວງ,ຂະແໜງການຄື: ກະຊວງການຕ່າງປະເທດ,ກະຊວງສຶກສາທິການ ແລະກິລາ,ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ສື່ສານ,ກະຊວງໂຍທາທິການ ແລະຂົນສົ່ງ,ກະຊວງວິທະຍາສາດ ແລະເຕັກໂນໂລຊີ,ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະປ່າໄມ້ ເພື່ອໃຫ້ແຕ່ລະພາກສ່ວນໄດ້ຮັບໂຄງການນຳໄປສືບຕໍ່ຈັດຕັ້ງປະຕິບັດໃຫ້ເກີດຜົນ.

ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນໂຄງການທີ່ຢູ່ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກອງທຶນດັ່ງກ່າວໄດ້ຮັບສ້າງຕັ້ງຂຶ້ນໃນໂອກາດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 1 ໃນປີ 2016 ທີ່ເມືອງຊັນຢາ ແຂວງໄຫໜານ, ສປ ຈີນ ສຳລັບປີ 2017 ສປປລາວ ໄດ້ຮັບທັງໝົດຈຳນວນ 13 ໂຄງການ ຊຶ່ງປະກອບມີ 5 ກະຊວງ, ຂະແໜງການ ລວມມູນຄ່າ 3 ລ້ານໂດລາ ເທົ່າກັບ 25,6 ຕື້ກວ່າກີບ ປະຈຸບັນກຳລັງຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວ່າງໄວ້, ສ່ວນໂຄງການທີ່ໄດ້ຮັບອະນຸມັດໃນປີ 2018 ຈຳນວນ 21 ໂຄງການນີ້ແມ່ນຈະໄດ້ຈັດຕັ້ງປະຕິບັດໃນປີ 2019.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.