Sunday, March 23, 2025

​ລະ​ວັງ​ກັນ​ແດ່! ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວ ເກືອບ 200 ຄົນ

ຕາມການລາຍງານຂອງກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍທົ່ວນະຄອນຫຼວງວຽງຈັນ, ທີ່ໄດ້ຈັດຂຶ້ນຫວ່າງບໍ່​ດົນ​ມານີ້, ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໄຂ້ຍຸງລາຍ ເປັນພະຍາດບົ່ມຊ້ອນ ໃນນະຄອນຫຼວງວຽງຈັນມາແຕ່ປີ 2013, ມີຜູ້ຕິດເຊື້ອຫຼາຍເຖິງ 8.453 ຄົນ, ເສຍຊີວິດ 26 ຄົນ, ມີອັດຕາຄວາມຮຸນແຮງ 0,3%, ສະເພາະປີ 2016 ມີຜູ້ຕິດເຊື້ອ 128 ຄົນ, ເສຍຊີວິດ 2 ຄົນ ແລະ ປີ 2018 ມີຜູ້ຕິດເຊື້ອ 1.200 ກວ່າຄົນ, ເສຍຊີວິດ 2 ຄົນ, ອັດຕາຄວາມຮຸນແຮງ 0,16% ແລະ ນຮ້າຍແຮງກວ່ານັ້ນ ສະເພາະປີ 2019 ນີ້ ຄື: ນັບແຕ່ວັນທີ 1 ມັງກອນ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 198 ຄົນ, ມີຜູ້ເສຍຊີວິດແລ້ວ 4 ຄົນ, ມີອັດຕາຄວາມຮຸນແຮງ 2% ຕໍ່ປະຊາກອນ 1 ພັນຄົນ, ຊຶ່ງຕາມການນິຍາມຂອງອົງການອະນາໄມໂລກໄດ້ກໍານົດໄວ້ວ່າ: ອັດຕາຄວາມຮຸນແຮງຂອງການຕິດເຊື້ອໄຂ້ຍຸງລາຍແມ່ນບໍ່ໃຫ້ສູງກວ່າ 0,2%.

ດັ່ງນັ້ນ, ໃນປີ 2019 ນີ້ ນະຄອນຫຼວງວຽງຈະຕ້ອງໄດ້ອອກແຮງສຸມໃສ່ສະກັດກັ້ນພະຍາດດັ່ງກ່າວໃຫ້ມີຜົນສູງສຸດ ໂດຍຮຽກຮ້ອງໃຫ້ ມີສ່ວນຮ່ວມຂອງຊຸມຊົນ ແລະ ທຸກອົງການຈັດຕັ້ງເປັນເຈົ້າການໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃຫ້ໄດ້, ເພື່ອຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດທີ່ມີທ່າອ່ຽງສູງໃນປີ 2019 ນີ້.

ໂດຍການເອົາໃຈໃສ່ປະຕິບັດຫຼັກການ 5 ປ ຄື: ປິດ ພາຊະນະບໍ່ໃຫ້ຍຸງມາໄຂ່ໃສ່, ປ່ຽນ ພາຊະ ນະເກັບນໍ້າໄວ້ໃຊ້ ແລະ ອື່ນໆ, ປ່ອຍ ປາຫາງນົກຍຸງເພື່ອກິນໜອນນໍ້າ, ປັບປຸງສະພາບແວດ ລ້ອມອ້ອມເຮືອນບໍ່ໃຫ້ມີບ່ອນລີ້ຊ້ອນຂອງຍຸງ ແລະ ປະຕິບັດໃຫ້ເປັນນິໄສທຸກໆອາທິດ.

ພ້ອມນັ້ນກໍໃຫ້ເອົາໃຈໃສ່ປະຕິບັດຄໍາສັ່ງແນະນໍາການຄວບຄຸມພະຍາດຂັ້ນນະຄອນຫຼວງວຽງຈັນສະບັບເລກທີ 0001/ຈນວ, ລົງວັນທີ 24 ມັງກອນ 2019 ນີ້ ວ່າດ້ວຍ ການປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ.

ໂດຍເອົາໃຈໃສ່ຊີ້ນໍາຫ້ອງການສາທາລະນະສຸກເມືອງ ກຽມພ້ອມໃນການເຝົ້າລະວັງ ແລະ ຕອບໂຕ້ຕໍ່ ແລະ ກໍານົດເປົ້າໝາຍທີ່ເປັນຈຸດສຸມ ແລະ ລົງຈັດຕັ້ງປະຕິບັດແຕ່ຫົວທີໃນການອະນາໄມຮັກສາສິ່ງແວດລ້ອມ ແລະ ກໍາຈັດແຫຼ່ງເພາະພັນຂອງຍຸງລາຍກ່ອນລະດູຝົນທີ່ຈະມາຮອດ. ຄໍາສັ່ງແນະນໍາຂອງ ລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 0088/ສທ, ລົງວັນທີ 29 ມັງກອນ 2019 ວ່າດ້ວຍ ການປ້ອງກັນ ແລະ ສະກັດກັ້ນ ພະຍາດລະບາດຕາມລະດູການເປັນຕົ້ນແມ່ນໄຂ້ຍຸງລາຍ, ຖອກທ້ອງ ແລະ ໄຂ້ຫວັດໃນປີ 2019 ນີ້ ໃຫ້ມີປະສິດທິຜົນສູງ.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່