Monday, May 19, 2025
Kbank Laos โอน รับ จ่าย

ມາ​ຮູ້​ຈັກ! ພິ​ທີ​ສາ​ບານ​ຕົນ​ຂອງ​ຜູ້​ນຳ​ລາວ​ໃນ​ສະ​ໄໝ​ກ່ອນ

ພິທີສາບານຕົນຕໍ່ບ້ານເມືອງລາວ ຂອງບັນດາຜູ້ນໍາບໍ່ໄດ້ສືບຕໍ່ມາຕາມທໍານຽມນັບແຕ່ປ່ຽນເປັນລະບອບສັງຄົມນິຍົມ ໃນປະຈຸບັນ ,ເຊິ່ງສິ່ງນີ້ແມ່ນກັບທົບເຖິງຈິດໃຈແລະຄວາມເຊື່ອໃນໃຈຂອງປະຊາຊົນລາວ ແຕ່ບໍ່ສາມາດສື່ອອກມາໄດ້ ປະຊາຊົນລາວພວກເຮົາບໍ່ໄດ້ຫູໜວກຕາບອດ ທຸກຄົນແນມເຫັນທາງເດີນຂອງປະເທດຊາດ

ກົດແຮງກໍາຕາມຄວາມເຊື່ອບັນພະບູລຸດລາວ ມາແຕ່ດຶກດໍາບັນ… ເມື່ອການປະຕິບັດ ກົດໝາຍ ມັນບໍ່ສັກສິດ, ຕ້ອງເອົາເລື່ອງຄວາມເຊື່ອ, ເລື່ອງບາບບຸນຄຸນໂທດ ມາໃຊ້.

ຫຼາຍປະເທດອ້ອມຮອບ ສປປລາວ ທຸກລະບົບການເມືອງ ປະເທດເພື່ອນມິດ ຄ້າຍສັງຄົມນິ ຍົມ ຕ່າງກໍ່ມີພິທີສາບານຕົນເຊັ່ນກັນເຊິ່ງພວກເຂົາຕ່າງກໍ່ປະຕິບັດຕາມທໍານຽມເຫຼົ່ານີ້ເພື່ອໃຫ້ຄວາມເຊື່ອໝັ້ນປະຊາຊົນ

ບົດຮຽນທີ່ດີ ຈາກບູຮານນະການ ທີ່ສາມາດ ນໍາມາປະຕິບັດ ເພື່ອເຮັດໃຫ້ ພະນັກງານລັດຖະກອນ ມີຄວາມຊື່ສັດ, ບໍລິສຸດ ແລະ ປະຕິບັດ ໜ້າທີຂອງຕົນຢ່າງຖືກຕ້ອງ.

ໃນສະໄໝກ່ອນ ກໍ່ຄືການປະຕິບັດ ໃນແບບບູຮານ ເມື່ອໃຜຜູ່ໜື່ງ ໄດ້ຮັບການແຕ່ງຕັ້ງ ເປັນນາຍ ຫຼື ຜູ້ປົກຄອງ, ໄດ້ຮັບການແຕ່ງຕັ້ງ ໃຫ້ຮັບຕໍາແໜ່ງ ສໍາຄັນຂອງບ້ານເມືອງ, ເພິ່ນຈະເຮັດພິທີສາບານຕົນ ເພື່ອໃຫ້ ຜູ່ຮັບຕໍາແໜ່ງນັ້ນ ສາບານແກ່ສິ່ງສັກສິດ (ທີ່ເບິ່ງບໍ່ເຫັນ) ໂດຍການປະຕິບັດດັ່ງນີ້

ຈັດພິທິສາບານ ຢູ່ບ່ອນສັກສິດ, ໂດຍສ່ວນໃຫຍ່ຈະແມ່ນຫໍຫຼັກເມືອງ ຂອງບ້ານເມືອງແຂວງນັ້ນໆ

ພິທີສາບານ ຈະມີການເຮັດນໍ້າສາບານ ໂດຍການ ໃຊ້ມີດ, ຫອກດາບ ແລະ ຂອງສັກສິດ ຕ່າງ ມາລ້າງ ດ້ວຍນໍ້າບໍລິສຸດ ເພື່ອເຮັດພິທີປຸກເສກ ນໍ້າສາບານ

ໃນການສາບານ, ຜູ່ຮັບຕໍາແໜ່ງ ຈະປະຕິຍານຕົນ ແລະ ກິນນໍ້າສາບານນັ້ນ. ໂດຍການປະຕິຍານ ນັ້ນ ຜູ່ຮັບຕໍາແໜ່ງ ຈະເປັນຄົນຊື່ສັດ ທ່ຽງຕົງ ແລະ ຮັບໃຊ້ຜົນປະໂຫຍດສ່ວນລວມ. ຫາກວ່າຜິດຄໍາສາບານແລ້ວ ກໍ່ຈະມີອັນເປັນໄປ.

ເບິ່ງແລ້ວວິທີບູຮານອາດເບິ່ງວ່າ ງົມງວາຍ, ແຕ່ເຊື່ອວ່າ ຖ້ານໍາວິທີນີ້ມາໃຊ້ ພະນັກງານລັດຖະກອນ ຈະຊື່ສັດ ເພາະຄົນລາວ ຈະຢ້ານກົວ ສິ່ງທີ່ເບິ່ງດ້ວຍຕາບໍ່ເຫັນ. ສໍາຄັນ, ເມື່ອເຮັດການສາບານລັກສະນະນີ້ ຈະມີຜົນ 100% ແກ່ຜູ່ທີ່ເຮັດຜິດຄໍາສາບານ, ຈະເກີດເຫດຮ້າຍແກ່ຄົນນັ້ນທັນທີ່ ເພາະເຄີຍເຫັນມາແລ້ວ.

ເພາະສະນັ້ນ, ເມື່ອກົດໝາຍ ມັນບໍ່ຊະນະກົດໝູ່ ກໍ່ຈໍາເປັນຕ້ອງໃຊ້ກົດແຫ່ງກໍາ ເພື່ອປາບ ປາມການຄໍຣັບຊັນ ຫຼື ການສໍ້ລາດບັງຫຼວງໃຫ້ໝົດໄປຈາກ ກົງຈັກການປົກຄອງ ຂອງຊາດລາວເຮົາ.

ເຖິງບຸກຄົນຈະບໍ່ເກງຂາມສິ່ງທີ່ເບິ່ງບໍ່ເຫັນກໍ່ຕາມ ແຕ່ເຊື່ອແນ່ວ່າສິ່ງສັກສິດຂອງບ້ານເມືອງເຮົາຍັງຈ້ອງມອງຜູ້ທີ່ທໍາລາຍຊາດ ກິນສິນບົນ ໃຫ້ຮັບກໍາຕາມກົດແຮງກໍາ .

ຖ້າທ່ານເຫັນດີ ຊ່ວຍແຊ
ໂດຍ: ລຸງດີ

ທີ່​ມາ: Support Prime Minister Thongloun Sisoulith

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້