Saturday, January 25, 2025

ພ້ອມ​ແລ້ວ! ການເຝິກຊ້ອມສະແດງຊ້າງຄຳຮູ້ ໃນງານມະຫາກຳບຸນຊ້າງປະຈຳປີ 2019

ການເຝຶກຊ້ອມຊ້າງຄໍາຮູ້ເພື່ອສະແດງໃນງານມະຫາກໍາບຸນຊ້າງທີຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ນີ້ແມ່ນພ້ອມແລ້ວ 100%, ທ່ານ ສົມພານ ຈໍາປາດາ ຄະນະຮັບຜິດຊອບເຝຶກແອບຊ້າງຄໍາຮູ້ໄດ້ເປີດເຜີຍຕໍ່ທີມຂ່າວຂອງແຂວງໄຊຍະບູລີວ່າການເຝຶກແອບຊ້າງຄໍາຮູ້ເພື່ອສະແດງໃນງານເປີດມະຫາກໍາບຸນຊ້າງຄັ້ງທີ XIII ທີ່  ແຂວງໄຊຍະບູລີ.

 ແມ່ນໄດ້ເລີ່ມມາແຕ່ເດືອນມັງກອນມາຮອດປັດຈຸບັນແມ່ນພ້ອມແລ້ວ 100% ເຊິ່ງມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ ໃນນີ້ຊ້າງຄຳຮູ້ 20 ໂຕ. ການສະແດງແມ່ນມີທັງໝົດ 19 ລາຍການເຊັ່ນ:

ຊ້າງຊັກທຸງຊາດຂຶ້ນເສົາ, ມີຊ້າງຄໍາຮູ້ໂຕໜຶ່ງຊ້າງມອບຊໍດອກໄມ້, ມີຊ້າງ 5 ໂຕ ຊ້າງຕໍ່ໂຕກັນ, ຊ້າງແລ່ນສົ່ງໄມ້ກັນສາມຈຸດ, ມີຊ້າງ 8 ໂຕ ຊ້າງຄົນຂຶ້ນນັ່ງງວງ, ມີຊ້າງ 2 ໂຕ ຊ້າງໂຍນບານບ້ວງ, ຊ້າງ 2 ໂຕ ຊ້າງຈັບງວງກັນໃຫ້ຄົນນັ່ງ, ຊ້າງ 2 ໂຕ ຊ້າງຍ່າງຂ້າມຄົນນອນ, ຊ້າງ 4 ໂຕ ຊ້າງຢືມບິ່ນໜ້າ ແລະ ບິ່ນຫຼັງໃສ່ກັນຍົກສອງຂາໜ້າໃສ່ຊ້າງສາມໂຕ, ຊ້າງຍູ້ລໍ້ຄົນນັ່ງ, ຊ້າງ 2 ໂຕ ຄົນນອນລົງໃຫ້ຊ້າງຢຽບໂຕ, ຊ້າງສັດໝາກປຸ່ມເປົ້າ , ຊ້າງ 2 ໂຕ ຊ້າງຟ້ອນລໍາວົງລາວກັນຄົນ, ຊ້າງ 4 ໂຕ ຊ້າງໃສ່ໝວກໃຫ້ຄົນ, ຊ້າງ 2 ໂຕ ຊ້າງຕັ້ງຫົວຜັກທຽມຊ້າງ 3 ໂຕ, ຊ້າງເອົາງວງກິ່ງຝຸຍ ຊ້າງ 4 ໂຕ, ຊ້າງແຕ້ມ, ຮູບຊ້າງ 2 ໂຕ, ຊ້າງຢືນຍົກສອງຂາໜ້າຊ້າງ 3 ໂຕ, ຊ້າງນັ່ງຍົກສອງຂາໜ້າລຽນແຖວຊ້າງ 3 ໂຕ, ຊ້າງມອບຊໍ້ດອກໄມ້ໃຫ້ຄົນຊ້າງ 2 ໂຕ ແລະ ແກ່ວງບ້ວງຊ້າງ 2 ໂຕ.

ແຕ່ລະກິດຈະກຳທີ່ໄດ້ກ່າວມານັ້ນແມ່ນຈະໄດ້ສະແດງເລີ່ມແຕ່ວັນທີ 23 ກຸມພາ 2019 ຫາ ວັນທີ 28 ກຸມພາ 2019. ໃນແຕ່ລະວັນແມ່ນມີການສະແດງຊ້າງຄໍາຮູ້ບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດຈຶ່ງໄດ້ຫາໂອກາດມາທ່ຽວມາຊົມໃນງານມະຫາກໍາບຸນຊ້າງຄັ້ງທີ XIII ທີ່ແຂວງໄຊຍະບູລີແລ້ວທ່ານຈະມີຄວາມເບີກບານມ່ວນຊື່ນກັບບັນດາກິດຈະກໍາຕ່າງໆຂອງຊ້າງ.

ທີ່​ມາ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ