ໃນ​ປັດ​ຈຸ​ບັນ​ນີ້, ຍັງ​ມີແມ່ຍິງລາວ​ບາງ​ທ້ອງ​ຖິ່ນ ​ທີ່ຍັງຄົງຖືກສາມີທຳຮ້າຍຮ່າງກາຍ ແລະຖືກລະເມີດສິດທິ ຈາກຄົນໃກ້ຊິດຢູ່. ບັນຫາດັ່ງກ່າວ ເປັນສິ່ງທ້າທາຍ ຊຶ່ງພາກສ່ວນ ກ່ຽວຂ້ອງ ໄດ້ພະຍາຍາມແກ້ໄຂ ໃນຫຼາຍປີທີ່ຜ່ານມາ ດ້ວຍການສົ່ງເສີມ ແລະໃຫ້ຄວາມຮູ້ແກ່ແມ່ຍິງ ໃນເຂດຊົນນະບົດ ທີ່ແມ່ຍິງມັກຕົກ ເປັນເຫຍື່ອ ຂອງຄວາມຮຸນແຮງ ໂດຍສະເພາະຈາກສາມີ ແລະຄົນໃກ້ຊິດ ທີ່ເຮັດໃຫ້ແມ່ຍິງ ບໍ່ກ້າອອກມາ ຮຽກຮ້ອງສິດຂອງຕົນ.

ເຖິງແມ່ນວ່າຈະບໍ່ມີແມ່ຍິງ ມາຂໍຄວາມຊ່ອຍເຫຼືອ ຈາກທາງການຫຼາຍພໍປານໃດ, ແຕ່ຄາດວ່າ ມີແມ່ຍິງຈຳນວນນຶ່ງ ທີ່ອາດຖືກທຳຮ້າຍຮ່າງກາຍ ຈາກສາມີ ຫຼືຄົນໃກ້ຊິດ.

ຢ່າງໃດກໍຕາມ ທ່ານ ທອງລຸນ ສີສຸລິດ ນາຍົກລັດ​ຖະ​ມົ​ນ​ຕີລາວ ກໍໄດ້ເວົ້າໃນວັນສາກົນ ກ່ຽວກັບການລົບລ້າງ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ເມື່ອໄວໆມານີ້ວ່າ ເພື່ອຍຸຕິຄວາມຮຸນແຮງດັ່ງກ່າວ ຕ້ອງມີການດຳເນີນການຮ່ວມກັນ ທຸກພາກສ່ວນທັງພາກ​ລັດ ແລະສັງຄົມ ເພາະເຫັນວ່າຄວາມຮຸນແຮງປະເພດນີ້ ຍັງຄົງມີຢູ່ ເຊິ່ງທາງການ ໄດ້ໃຫ້ຄວາມສຳຄັນ ໃນການແກ້ໄຂ ແລະຫຼຸດຜ່ອນບັນຫານີ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທົ່ວໂລກ ຕາມຂໍ້ມູນຂອງອົງການຕ້ານ ການຄ້າຢາເສບຕິດ ແລະ​ອາ​ຊະ​ຍາກ​ຳແຫ່ງ ສະຫະປະ ຊາຊາດ ຫຼື (UNODC) ໃນແຕ່ລະມື້ ມີແມ່ຍິງທົ່ວໂລກ ເສຍຊີວິດຍ້ອນຖືກສາມີ ຫຼືຄົນໃນຄອບຄົວຄາດ​ຕະກຳ ສ​ເລ່ຍ 137 ຄົນ ເຊິ່ງເທົ່າກັບວ່າ ເຮືອນ ຄືສະຖານທີ່ ທີ່ແມ່ຍິງມີຄວາມສ່ຽງ ຕໍ່ການທີ່ຈະຖືກຄາດ​ຕະກຳຫຼາຍທີ່ສຸດ.

ໃນປີ 2017 ກວ່າເຄິ່ງ​ໜຶ່ງຂອງແມ່ຍິງ 87 ພັນຄົນ ຖືກຄົນໃກ້ຊິດຄາດ​ຕະ​ກຳ ໃນນັ້ນ 30 ພັນຄົນ ຖືກສາມີຂອງຕົນເອງຄາດ​ຕະ​ກຳ ໃນຂນະທີ່ ອີກ 20 ພັນຄົນ ຖືກຍາດພີ່ນ້ອງຄາດ​ຕະ​ກຳ ແລະມີ​ລາຍງານວ່າໂດຍທົ່ວໄປ ຜູ້ຊາຍມີແນວໂນ້ມ ທີ່ຈະຖືກຄາດ​ຕະ​ກຳ ໂດຍເຈດ​ຕະນາສູງກວ່າແມ່ຍິງ ເຖິງ 4 ເທົ່າ, ແຕ່ແມ່ຍິງຫຼາຍກວ່າ 8 ໃນ 10 ຄົນ ຕົກເປັນເຫຍື່ອຂອງການຄາດ​ຕະ​ກຳ ຈາກຜູ້ເປັນສາມີຂອງຕົນເອງ.

Cr.RFA

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້