Saturday, November 15, 2025
Kbank Laos โอน รับ จ่าย

ປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດຕາມວິໄສທັດ 2030 ແລະຍຸດທະສາດພັດທະນາການເງິນແຫ່ງລັດ 2025

ກອງປະຊຸມຄະນະຊີ້ນໍາລະດັບຊາດ ການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດ ຕາມທິດທາງ ວິໄສທັດຮອດປີ 2030 ແລະຍຸດທະສາດພັດທະນາເສດຖະກິດແຫ່ງລັດ ຮອດປີ 2025 ໄດ້ມີຂຶ້ນໃນວັນທີ 21 ກຸມພາ 2019 ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ .

ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: ວິໄສທັດຮອດປີ 2030 ແລະຍຸດທະສາດ ພັດທະນາເສດຖະກິດແຫ່ງລັດ ຮອດປີ 2025 ແມ່ນເປັນການຜັນຂະຫຍາຍ ຈາກມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ X ຂອງພັກ ແລະເປັນການຜັນຂະຫຍາຍວິໄສທັດຮອດປີ 2030 – ຍຸດທະສາດພັດທະນາແຫ່ງຊາດ ຮອດປີ 2025 ຂອງລັດຖະບານຊຶ່ງໄດ້ມີການຄົ້ນຄວ້າ ນັບແຕ່ປີ 2015 ເປັນຕົ້ນມາ ແລະຖືກຮັບຮອງຢູ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ ປີ 2017, ທ່ານ ນາຍົກລັດຖະມົນຕີ ໄດ້ອອກດໍາລັດປະກາດໃຊ້ ສະບັບເລກທີ 204 /ນຍ ລົງວັນທີ 4 ກໍລະກົດ ປີ 2017 ແລະ ລັດຖະບານກໍໄດ້ແຕ່ງຕັ້ງຄະນະຊີ້ນໍາການປະຕິຮູບລະບົບການຄຸ້ມຄອງການເງິນແຫ່ງລັດຂຶ້ນຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີສະບັບເລກທີ 25/ນຍ ລົງວັນທີ 24 ເມສາ 2018.

ສໍາລັບວິໄສທັດ ຮອດປີ 2030 ແລະຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ປະກອບມີ 10 ຍຸດທະສາດຄື:

1) ທົບທວນນະໂຍບາຍການເງິນ ເພື່ອຮັບປະກັນສະຖຽນນະພາບຂອງເສດຖະກິດມະຫາພາກ ມີຄວາມຍືນຍົງ,

2) ທົບທວນນະໂຍບາຍລາຍຮັບ ແລະລະດົມທຶນ ເພື່ອເກັບລາຍຮັບໃຫ້ຄົບຖ້ວນຕາມທ່າແຮງບົ່ງຊ້ອນຂອງແຕ່ລະຂະແໜງການ ແລະທ້ອງຖິ່ນ,

3) ສ້າງນະໂຍບາຍລາຍຈ່າຍ ແລະການປະຢັດ ເພື່ອສະໜອງທຶນໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນຂຶ້ນເລື້ອຍໆ,

4) ຄຸ້ມຄອງໜີ້ສິນພາກລັດ ໃຫ້ມີປະສິດທິພາບ ແລະ ປອດໄພ,

5) ພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະໜັກແໜ້ນ ວິຊາສະເພາະ ແລະການເມືອງແນວຄິດ,

6) ພັດທະນາບັນຊີ ແລະການກວດກາ ກວດກາເງິນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,

7) ພັດທະນາຂະແຫນງການເງິນໃຫ້ມີຄວາມທັນສະໄໝ ທຽບເທົ່າພາກພື້ນ ແລະສາກົນ ເພື່ອຮັບປະກັນຄວາມໂປ່ງໃສ ແລະສາມາດກວດສອບໄດ້,

8) ສ້າງ ແລະປັບປຸງນິຕິກໍາຂະແໜງການເງິນໃຫ້ຄົບຊຸດ ແລະສອດຄ່ອງກັບຍຸກສະໄຫມ,

9) ເຊື່ອມໂຍມການເງິນຕ່າງປະເທດ ແລະການຮ່ວມມືສາກົນ ດ້ານເງິນແຫ່ງລັດ,

10) ຄຸ້ມຄອງ ແລະພັດທະນາວິສະຫະກິດ ທີ່ລັດລົງທຶນໃຫ້ມີປະສິດທິພາບສູງຂຶ້ນ.

ທັງນີ້ ກໍເພື່ອແນໃສ່ພື້ນຖານການເງິນແຫ່ງຊາດໃຫ້ມີຄວາມເຂັ້ມແຂງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ຍົກສູງຄຸນນະພາບຊີວິດ, ສ້າງຄວາມອຸດົມຮ່າງມີໃຫ້ປະຊາຊົນບັນດາເຜົ່າ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະນໍາພາປະເທດຊາດ ອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດຂອງປີ 2018 ແລະບັນດາໜ້າວຽກຈຸດສຸມສໍາລັບປີ 2019 ໂດຍສຸມໃສ່ບັນດາໜ້າວຽກທີ່ເປັນບຸລິມະສິດຂອງແຕ່ລະແຜນງານເຊັ່ນ: ແຜນງານການປັບປຸງນະໂຍບາຍການເງິນ, ການສ້າງ ແລະປັບປຸງນິຕິກໍາຂະແໜງການເງິນ, ການປະຕິຮູບລະບົບຄຸ້ມຄອງລາຍຮັບ, ແຜນງານປະຕິຮູບການຄຸ້ມຄອງລາຍຈ່າຍ, ການພັດທະນາຂະແໜງການເງິນເປັນທັນສະໄໝ, ການຄຸ້ມຄອງ ແລະພັດທະນາການຈັດຕັ້ງບຸກຄະລາກອນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.