Wednesday, April 23, 2025

ຫົວພັນ ສຳເລັດການສອບເສັງນັກຮຽນເກັ່ງ,ຕອບ-ຖາມວິທະຍາສາດ ມ4-ມ7 ທົ່ວແຂວງ

​ພາບ​ປະ​ກອບ

ພິທີສອບເສັງເກັ່ງ ແລະ ຕອບ-ຖາມ ວິທະຍາສາດ ຊັ້ນມັດທະຍົມສຶກສາ ມ4-ມ7 ທົ່ວແຂວງຫົວພັນ ສົກຮຽນ 2018-2019 ໄດ້ເປີດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 16-17 ກຸມພາ 2019 ນີ້ຢູ່ທີ່ສະໂມສອນໂຮງຮຽນ ມ ປາຍ ຕົວແບບແຂວງ. 

ການກຳນົດວິຊາສອບເສັງຄະນະຮັບຜິດຊອບໄດ້ຕົກລົງເອົາ 4 ວິຊາມາສອບເສັງ ໂດຍເປັນເອກະພາບທົ່ວປະເທດ ໃນນັ້ນປະກອບມີຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ໂດຍມີນັກສອບເສັງເຂົ້າຮ່ວມ 100 ກ່ວານ້ອງ ມາຈາກ 10 ເມືອງທົ່ວແຂວງ ແລະ ໂຮງຮຽນອ້ອມຂ້າງແຂວງ ໃນນັ້ນ ຊັ້ນ ມ4 ມີ 56 ນ້ອງ ຍິງ 20 ນ້ອງ ຊັ້ນ ມ7 ມີ 58 ນ້ອງ ຍິງ 20 ນ້ອ, ຜ່ານການສອບເສັງສາມາດສະຫຼຸບຜົນການເສັງຕົວຈິງໄດ້ດັ່ງນີ້: 

ຊັ້ນ ມ4 ວິຊາພາສາລາວ-ວັນນະຄະດີ 
ອັນດັບທີ 1 ໄດ້ແກ່ ນາງ ດາວພາສຸກ ຈາກໂຮງຮຽນ SOS ເມືອງຊຳເໜືອ ໄດ້ຄະແນນ 5,20 ຄະແນນ
ອັນດັບທີ 2 ໄດ້ແກ່ ນາງ ຕຸ່ນເພັດ ສົມທອງດີ ຈາກໂຮຽຮຽນ ມສ ຊຳໃຕ້ ໄດ້ຄະແນນ 3,35 ຄະແນນ 
ອັນດັບທີ 3 ໄດ້ແກ່ ນາງ ນິລາວັນ ໄຊວັງເມືອງ ຈາກໂຮງຮຽນ ມສ ຊໍາໃຕ້ ເມືອງຊໍາໃຕ້ ໄດ້ຄະແນນ 2,90 ຄະແນນ 
ວິຊາຄະນິດສາດ
ອັນດັບທີ 1 ໄດ້ແກ່ ທ້າວ ເຊັງ ຈື່ເຮີ ຈາກໂຮງຮຽນ ມສ ຊຳໃຕ້ ເມືອງຊໍາໃຕ້ ໄດ້ຄະແນນ 8,375 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ພອນ ບຸນໄທຫວ່າງ ຈາກໂຮຽຮຽນ ມສ ຊົນເຜົ່າ ໄດ້ຄະແນນ 3,50 ຄະແນນ 
ອັນດັບທີ 3 ໄດ້ແກ່ ທ້າວ ເຢຍເຢະ ຊົງຈື່ຢາງ ຈາກໂຮງຮຽນ ມຕ ນາຄຳ ເມືອງແອດ ໄດ້ຄະແນນ 2,187 ຄະແນນ
ວິຊາເຄມີສາດ 
ອັນດັບທີ 1 ໄດ້ແກ່ ນາງ ໄຊເມ ໄຊຍະຊົງ ຈາກໂຮງຮຽນ ມສ ພັນຊຳ ໄດ້ຄະແນນ 9,453 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ຮືຄຳພອນ ຈາກໂຮຽຮຽນ ມສ ຈອມເພັັດ ເມືອງຫົວເມືອງ ໄດ້ຄະແນນ 5,879 ຄະແນນ
ອັນດັບທີ 3 ໄດ້ແກ່ ທ້າວ ຊົ່ງ ທໍ່ ຈາກໂຮງຮຽນ ມຕ ຮັງຮອນ ເມືອງຊຳເໜືອ ໄດ້ຄະແນນ 5,790 ຄະແນນ
ວິຊາຟີຊິກສາດ 
ອັນດັບທີ 1 ໄດ້ແກ່ ນາງ ໂຢລີ ມາລາວົງ ຈາກໂຮງຮຽນ ມສ SOS ໄດ້ຄະແນນ 3,025 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ແສງສີທອງ ຈາກໂຮຽຮຽນ ມຕ ຮົມກອງ ເມືອງຫົວເມືອງ ໄດ້ຄະແນນ 2,378 ຄະແນນ
ອັນດັບທີ 3 ໄດ້ແກ່ ທ້າວ ໄມໝັ້ນ ຈາກໂຮງຮຽນ ມຕ ໜອງແຮດ ເມືອງຊຳໃຕ້ ໄດ້ຄະແນນ 2,256 ຄະແນນ
ຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ 
ອັນດັບທີ 1 ໄດ້ແກ່ ທ້າວ ລັດຕະສິນ ຈາກໂຮງຮຽນ ມ ປາຍ ຕົວແບບແຂວງ ໄດ້ຄະແນນ 7,65 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ລຽນທອງ ຈາກໂຮຽຮຽນ ມສ ບວມງາມ ເມືອງຫົວເມືອງ ໄດ້ຄະແນນ 4,60 ຄະແນນ
ອັນດັບທີ 3 ໄດ້ແກ່ ນາງ ໄມວຽງ ຈາກໂຮງຮຽນ ມສ ຮ້ຽມ ເມືອງຮ້ຽມ ໄດ້ຄະແນນ 4,170 ຄະແນນ
ວິຊາຄະນິດສາດ 
ອັນດັບທີ 1 ໄດ້ແກ່ ທ້າວ ຄອງ ແສງຟ້າ ຈາກໂຮງຮຽນ ມສ ຮ້ຽມ ເມືອງຮ້ຽມ ໄດ້ຄະແນນ 3,250 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ພາຊ້າ ຈາກໂຮຽຮຽນ ມສ ຊຳໃຕ້ ເມືອງຊຳໃຕ້ ໄດ້ຄະແນນ 2,313 ຄະແນນ 
ອັນດັບທີ 3 ໄດ້ແກ່ ທ້າວ ສົງສານ ຈາກໂຮງຮຽນ ມສ ບວມງາມ ເມືອງຫົວເມືອງ ໄດ້ຄະແນນ 2,250 ຄະແນນ

​ພາບ​ປະ​ກອບ

ວິຊາເຄມີສາດ 
ອັນດັບທີ 1 ໄດ້ແກ່ ທ້າວ ກຸ ປາປໍ່ເລົາ ຈາກໂຮງຮຽນ ມ ປາຍ ຕົວແບບແຂວງ ພັນຊຳ ໄດ້ຄະແນນ 5,00 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ສີພອນ ຈາກໂຮຽຮຽນ ມສ ຈອມເພັັດ ເມືອງຫົວເມືອງ ໄດ້ຄະແນນ 4,78 ຄະແນນ 
ອັນດັບທີ 3 ໄດ້ແກ່ ທ້າວ ສິງໄຊ ຈາກໂຮງຮຽນ ມສ ພັນລາ ໄດ້ຄະແນນ 3,875 ຄະແນນ
ວິຊາຟີຊິກສາດ 
ອັນດັບທີ 1 ໄດ້ແກ່ ທ້າວ ວັນໄຊ ວ່າງຈື່ມົວ ຈາກໂຮງຮຽນ ມສ ຊ່ອນເໜືອ ໄດ້ຄະແນນ 5,00 ຄະແນນ
ອັນດັບທີ 2 ໄດ້ແກ່ ທ້າວ ມີໄຊ ຈາກໂຮຽຮຽນ ມສ ສົບເບົາ ເມືອງສົບເບົາ ໄດ້ຄະແນນ 4,250 ຄະແນນ 
ອັນດັບທີ 3 ໄດ້ແກ່ ທ້າວ ດວງໄຊ ຈາກໂຮງຮຽນ ມສ ຊົນເຜົ່າ ໄດ້ຄະແນນ 3,750 ຄະແນນ 
ປະເພດ ຕອບ-ຖາມ ວິທະຍາສາດ 
ອັນດັບທີ 1 ໄດ້ແກ່: ທີມໂຮງຮຽນ ມ ປາຍ ຕົວແບບແຂວງ, 
ອັນດັບທີ2 ໄດ້ແກ່: ທີມເມືອງຊຽງຄໍ້, 
ອັນດັບທີ 3 ໄດ້ແກ່: ທີມເມືອງສົບເບົາ 
ແລະ ລາງວັນຊົມເຊີຍໄດ້ແກ່: ທີມໂຮງຮຽນ ມສ ພັນລາ. 

( ພິເສດ ) : ຜູ້ທີ່ສອບເສັງໄດ້ອັນດັບທີ 1 ຂອງແຕ່ລະວິຊາຈະໄດ້ເປັນຕົວແທນນັກຮຽນເກັ່ງຂອງແຂວງຫົວພັນ ເພື່ອເຂົ້າຮ່ວມງານສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ມ4 ແລະ ມ7 ທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະຈັດຂຶ້ນໃນທ້າຍເດືອນມີນາ 2019 ທີ່ຈະມາເຖິງນີ້.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.