Wednesday, July 9, 2025
Kbank Laos โอน รับ จ่าย

ການປັກດຳເຂົ້ານາແຊງທົ່ວປະເທດປີນີ້ ຍັງຊ້າກວ່າແຜນການທີ່ວາງໄວ້

ຕາມແຜນການຜະລິດເຂົ້ານາແຊງປີນີ້ທີ່ວາງໄວ້ເບື້ອງຕົ້ນແມ່ນໃຫ້ຂອບເຂດທົ່ວປະເທດເລີ່ມທຳການຜະລິດແຕ່ເດືອນພະຈິກ 2018 ເປັນຕົ້ນມາເພື່ອຂຸ້ນຂ້ຽວໃສ່ການຜະລິດທົດແທນຜົນເສຍຫາຍໃນການຜະລິດລະດູຝົນທີ່ຜ່ານມາ, ແຕ່ທັງນີ້ກໍອີງໃສ່ຄວາມອາດສາມາດຂອງທ້ອງຖິ່ນ ແລະຜ່ານການປະຕິ ບັດຕົວຈິງມາຮອດປະຈຸບັນທົ່ວປະເທດປັກດຳເຂົ້ານາແຊງສຳເລັດພຽງ 84 ພັນກວ່າເຮັກຕາ ເທົ່າກັບ 84% ຂອງແຜນການທັງໝົດທີ່ວາງໄວ້, ທັງນີ້ເປັນເພາະສະພາບອາກາດຂອງແຕ່ລະທ້ອງຖິ່ນບໍ່ເອື້ອອຳນວຍໃຫ້.

ອີງຕາມບົດສະຫຼຸບປະຈຳເດືອນກຸມພາຂອງກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ມາ: ມາຮອດປະຈຸບັນການປັກດຳເຂົ້ານາແຊງທົ່ວປະເທດສຳເລັດແລ້ວ 84,08 ພັນເຮັກຕາ ເທົ່າກັບ 84% ຂອງເນື້ອທີ່ແຜນການ 1 ແສນເຮັກຕາ, ເມື່ອທຽບໃສ່ເດືອນທີ່ຜ່ານມາເພີ່ມຂຶ້ນ 32%, ໃນນັ້ນພາກໃຕ້ປະຕິບັດໄດ້ 78%, ພາກກາງ 88% ແລະພາກເໜືອ 67%, ຊຶ່ງສາເຫດພາໃຫ້ການປັກດຳຊັກຊ້າກວ່າແຜນການນັ້ນເປັນເພາະສະພາບອາກາດມີການປ່ຽນແປງໂດຍສະເພາະບັນດາແຂວງພາກເໜືອໃນຊ່ວງເດືອນມັງກອນທີ່ຜ່ານມາມີອາກາດໜາວເຢັນ, ສ່ວນຢູ່ພາກກາງ ແລະພາກໃຕ້ບັນດາແມ່ນ້ຳຂອງ, ແມ່ນ້ຳສາຂາແລະອ່າງເກັບນ້ຳຕ່າງໆຢູ່ໃນລະດັບຕ່ຳ, ຈຶ່ງມີຜົນກະທົບຕໍ່ການຜະລິດໃນຊ່ວງໄລຍະນີ້, ດັ່ງນັ້ນສິ່ງທີ່ເຮັດໄດ້ແມ່ນຈະສຸມໃສ່ການບົວລະບັດຮັກສາ, ການໃສ່ຝຸ່ນ ແລະເຝົ້າລະວັງສັດຕູພືດອື່ນໆຫຼາຍກວ່າການສືບຕໍ່ປັກດຳເຂົ້ານາແຊງໃນພື້ນທີ່ທີ່ຍັງບໍ່ທັນສຳເລັດ.

ສຳລັບການປູກພືດລະດູແລ້ງເຫັນວ່າຊາວກະສິກອນສາມາດປູກພືດໄດ້ທັງໝົດ 91,55 ພັນເຮັກຕາ ເທົ່າກັບ 58,15% ຂອງເນື້ອທີ່ແຜນການ 1,57 ແສນເຮັກຕາ, ສະເພາະພືດຜັກແມ່ນເກັບກູ້ໄດ້ຫຼາຍຮອບແລ້ວ ເປັນຕົ້ນແມ່ນ ຜັກຫອມ, ຜັກບົ່ວ, ຜັກກາດ ແລະຜັກບົ້ງ, ສ່ວນການລ້ຽງສັດ ສ່ວນຫຼາຍແມ່ນເລັ່ງໃສ່ການສັກຢາປ້ອງ ກັນພະຍາດທີ່ຈະຕາມມາໃນລະດູການ, ຄຽງຄູ່ກັບວຽກການຜະລິດເຂົ້ານາ ແຊງ ແລະການປູກພືດແລ້ວ, ກະຊວງຍັງເລັ່ງ ໃສ່ວຽກການພັດທະນາທີ່ດິນກະສິກຳ, ວຽກແນວພັນ ຊຶ່ງກໍແມ່ນວຽກໜຶ່ງທີ່ມີ ຄວາມສຳຄັນ ແລະຈຳເປັນ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກການຜະລິດ ແນວພັນ ແລະສະໜອງແນວພັນເຂົ້າລຸ້ນ 3 ທີ່ເກັບຊື້ໄດ້ 433,20 ໂຕນ, ປຸງແຕ່ງແລ້ວ 288,98 ໂຕນ ແລະສະໜອງໄດ້ 264,70 ໂຕນ ນອກຈາກບັນດາຜູ້ປະກອບການ, ອົງການຊ່ວຍເຫຼືອ ແລະກຸ່ມຊາວກະສິ ກອນໄດ້ສະໜອງ 482,4 ໂຕນ, ມາຮອດປະຈຸບັນສາມາດສັງລວມແນວພັນໄດ້ທັງໝົດ 747,10 ໂຕນ ເພື່ອກະກຽມ ໃຫ້ແກ່ການຜະລິດລະດູຝົນປີ 2019.

ທີ່​ມາ:ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.