Monday, November 10, 2025
Kbank Laos โอน รับ จ่าย

ຢືນຢັນ​ແລ້ວ! ເຈົ້າ​ຂອງໂຄງການພັດທະນາແຄມຂອງນະຄອນປາກເຊ ຈະສຳເລັດຕາມແຜນ

ບໍລິສັດ ຈໍາປາຄໍາກໍ່ສ້າງ ຂົວ-ທາງ ເຄຫາສະຖານ ແລະຊົນລະປະທານ ຈໍາກັດຜູ້ດຽວ ໄດ້ເປີດເຜີຍເຖິງຄວາມຄືບໜ້າໂຄງການພັດທະນາແຄມຂອງນະຄອນປາກເຊ ພາຍຫຼັງທີ່ໄດ້ລົງມືກໍ່ສ້າງໃນສ່ວນທີ່ຮັບຜິດຊອບ 75% ຂອງໂຄງການມາຮອດປະຈຸບັນບັນດາໜ້າວຽກຕ່າງໆແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມ ແຜນການທີ່ກໍານົດໄວ້ພ້ອມຢືນຢັນວ່າໂຄງການຈະສໍາເລັດຕາມແຜນການຢ່າງແນ່ນອນ.

ທ່ານ ຫົງສະໝຸດ ແກ້ວວິລະວົງ ຜູ້ຈັດການທົ່ວໄປ ຂອງບໍລິສັດ ຈໍາປາຄໍາກໍ່ສ້າງຂົວ-ທາງ ເຄຫາສະຖານ ແລະຊົນລະປະທານ ຈໍາກັດຜູ້ດຽວ, ໄດ້ເປີດເຜີຍຕໍ່ ນັກຂ່າວໜັງສືພິມ ເສດ ຖະກິດ-ສັງຄົມ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ໂຄງການພັດທະນາແຄມຂອງນະຄອນປາກເຊ ແຂວງຈໍາປາສັກ ແມ່ນໂຄງການໜຶ່ງທີ່ນອນ ໃນແຜນບູລິມະສິດຂອງລັດຖະບານ,ຊຶ່ງມີຈຸດທີ່ຕັ້ງໂຄງການຢູ່ນະຄອນປາກເຊ ແລະເມືອງໂພນທອງ ແຂວງຈໍາປາສັກ, ໂດຍມີຈຸດປະສົງໂຄງການແມ່ນເພື່ອປ້ອງກັນຄວາມເສຍຫາຍຈາກນໍ້າຖ້ວມ ແລະ ຕາຝັ່ງເຈື່ອນ, ເພື່ອສ້າງພື້ນຖານໂຄງລ່າງການທ່ອງທ່ຽວ, ແນໃສ່ສົ່ງເສີມອຸດສາຫະກໍາການທ່ອງທ່ຽວ, ເປັນບ່ອ ນພັກຜ່ອນຮັກສາສຸຂະພາບ ແລະ ເພື່ອປັບປຸງຄັນນະພາບຊີວິດສ້າງລາຍຮັບເພີ່ມຂຶ້ນແນໃສ່ລົບລ້າງຄວາມທຸກຍາກ.

​​ພາບປະ​ກອບ

ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ 65 ລ້ານກວ່າໂດລາສະຫະລັດ, ໃນນັ້ນມີທຶນກູ້ຢືມຈາກກອງທຶນ ຮ່ວມມືເພື່ອພັດທະນາເສດຖະກິດ EDCF ສ.ເກົາຫຼີຈໍານວນ 53 ລ້ານກວ່າໂດລາສະຫະລັດ ແລະທຶນພາຍໃນສົມທົບ 12 ລ້ານກວ່າໂດລາສະຫະລັດ, ໃນນັ້ນປະກອບມີການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະຄູປ້ອງກັນນໍ້າຖ້ວມ, ສວນສາທາລະນະ, ທາງຍົກລະດັບ, ລະບົບລະບາຍນໍ້າ.

ປະຈຸບັນຄວາມຄືບໜ້າສ່ວນທີ່ບໍລິສັດຮັບຜິດຊອບ 75% ຂອງໂຄງການແມ່ນມີລາຍລະອຽດຄື:ວຽກງານກໍ່ສ້າງ A1 ທີ່ມີໄລຍະທາງ 2,9 ກິໂລແມັດ, ແຕ່ສົ້ນ ຂົວຂ້າມນໍ້າຂອງຫາສົບເຊວຽກງານຖົມ ຊາຍ ແລະຫີນໃຫ້ຈະສຳເລັດ 100%, ການກໍ່ສ້າງວຽກງານ A2 ມີໄລຍະທາງ 5 ກວ່າກິໂລແມັດ, ປະຈຸບັນແມ່ນກໍາລັງເລັ່ງມືໃສ່ວຽກງານຖົມຊາຍ ແລະແຮ່ໃກ້ຈະສໍາເລັດ 100% ແລະຄາດວ່າຈະສູ້ຊົນເຮັດໃຫ້ໜ້າວຽກດັ່ງກ່າວທັງສອງ A ສໍາເລັດພາຍໃນປີນີ້, ສ່ວນວຽກ ງານ ກໍ່ສ້າງ A5 ທີ່ມີໄລຍະທາງ 4,6 ກິໂລ ແມັດ ແຕ່ທາສະລາຄໍາຫາບ້ານແຮ່, ບ້ານ ແກ ປະຈຸບັນແມ່ນຢູ່ໃນການໄກ່ເກ່ຍສິ່ງ ກີດຂວາງ, ບາງສ່ວນແມ່ນໄດ້ລົງຫີນພື້ນ ນໍາ ແລະຈະສູ້ຊົນເຮັດໃຫ້ວຽກງານດັ່ງ ກ່າວມີຄວາມຄືບໜ້າໂດຍໄວ, ຊຶ່ງໂດຍລວມແລ້ວບັນດາໜ້າວຽກຕ່າງໆທີ່ໄດ້ທໍາການກໍ່ສ້າງມາຮອດປະຈຸບັນແມ່ນ ມີຄວາມຄືບໜ້າແລ້ວ 25% ແລະຄາດ ວ່າໝົດປີ 2019 ນີ້ບໍລິສັດຈະສູ້ຊົນເຮັດໃຫ້ໂຄງການກໍ່ສ້າງມີຄວາມຄືບໜ້າ 54% ແລະມີຄວາມເຊື່ອໜັ້ນວ່າກໍ່ສ້າງ ໂຄງການພັດທະນາແຄມຂອງນະຄອນປາກເຊຈະສໍາເລັດກອນແຜນການ 2021 ຢ່າງແນ່ນອນ.

ຜູ້ຈັດການໃຫ້ຮູ້ຕື່ມອີກວ່າ: ຖ້າຫາກໂຄງການນີ້ສໍາເລັດລົງມັນຈະກາຍເປັນສະຖານທີ່ທ່ອງ ທ່ຽວແຫ່ງໃໝ່ທີ່ສໍາຄັນຂອງແຂວງຈໍາປາສັກ, ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະຕ່າງປະເທດໄດ້ເປັນຢ່າງດີ, ຈະກາຍເປັນແຫຼ່ງພັກຜ່ອນຢ່ອນອາ ລົມຂອງຊາວແຂວງຈໍາປາສັກ, ເຮັດໃຫ້ສຸຂະພາບຊີວິດ, ສຸຂະພາບຈິດດີຂຶ້ນ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.