ອົງການ​ການເງິນສາກົນ IFC ໃຫ້ຄວາມຮູ້ການລົງທຶນໃນລາວ

ກອງປະຊຸມສຳມະນາກ່ຽວກັບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໃນ ສປປ ລາວ ຈັດຂຶ້ນທີ່ໂຮງແຮມ ຄຣາວພາຊາ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕາງໜ້າຈາກອົງການການເງິນສາກົນ (IFC) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການສົ່ງເສີມການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນໃນເງື່ອນໄຂລັດຖະບານມີຂໍ້ຈຳກັດດ້ານທຶນຮອນຈະສາມາດຊ່ວຍຫຼຸດຜ່ອນພາລະແບກຫາບດ້ານງົບປະມານຂອງພາກລັດໄດ້ຢ່າງຫຼວງຫຼາຍເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການສະໜອງການບໍລິການຂອງພາກລັດ ນອກນັ້ນການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນຍັງສາມາດຍົກປະສິດທິພາບ, ປະສິດທິຜົນການລົງທຶນໃຫ້ເດັ່ນຊັດຂຶ້ນ ພ້ອມຫຼຸດຜ່ອນຄວາມສ່ຽງຂອງພາກລັດໃນໂຄງການຕ່າງໆ ເຊິ່ງຈະສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດທາງພັດທະນາແບບຍືນຍົງ ແລະ ເຕີບໂຕແບບສີຂຽວຢ່າງເປັນຮູບປະທຳ.

ທີ່ປະຊຸມຍັງມີຊ່ຽວຊານຈາກປະເທດ ການາດາ ແລະ IFC, ຜູ້ຕາງໜ້າອາວຸໂສລັດຖະບານ, ຜູ້ດໍາເນີນວຽກງານ PPP ແລະ ຜູ້ອອກນະໂຍບາຍເພື່ອແລກປ່ຽນຄວາມຮູ້ກ່ຽວກັບວິທີປະຕິບັດວຽກງານສາມາດເຮັດໃຫ້ວຽກງານດັ່ງກ່າວເປັນເຄື່ອງມືທີ່ມີປະສິດທິພາບໃນການລະດົມທຶນຮອນຈາກພາກສ່ວນເອກະຊົນພ້ອມກັນນີ້ຍັງນຳສະເໜີການສຶກສາກໍລະນີຈາກເສດຖະກິດທີ່ກຳລັງພັດທະນາໃນລະດັບສູງກ່ຽວກັບການຈັດໂຄງສ້າງ ແລະ ການຈັດຕັ້ງປະຕິບັດລະບົບ PPP ໃນຂະແໜງກ່ຽວຂ້ອງນັບແຕ່ຂະແໜງຂົນສົ່ງ ແລະ ພື້ນຖານໂຄງລ່າງສາຍສົ່ງໄຟຟ້າ, ຂະແໜງທ່ອງທ່ຽວ ແລະ  ການບໍລິການສຸຂະພາບ ສິ່ງດັ່ງກ່າວຈະສະໜອງຂໍ້ມູນເຂົ້າໃນຂັ້ນຕອນຕໍ່ໄປຂອງລັດຖະບານ ເຊິ່ງຈະໃຊ້ເປັນບ່ອນອິງໃນການສ້າງເປັນແຜນງານກ່ຽວກັບ PPP ຂອງຕົນເອງ.

ທ່ານ ທີມມໍທີ ເອດເວີດ ອຸປະທູດ ການາດາ ປະຈຳ ສປປ ລາວ ກ່າວວ່າ: ຕະຫຼອດ 30 ປີຜ່ານມາ ການາດາ ເປັນປະເທດຜູ້ບຸກເບີກໃນການນຳໃຊ້ຮູບແບບຄູ່ຮ່ວມງານລະຫວ່າງພາກ ລັດ-ເອກະຊົນ ມີຄວາມພູມໃຈທີ່ຈະແລກປ່ຽນການຈັດຕັ້ງປະຕິບັດທີ່ດີທີ່ສຸດຂອງເຮົາເພື່ອໃຫ້ຜູ້ເຂົ້າຮ່ວມຂອງ ສປປ ລາວ ສາມາດນຳໃຊ້ກົນໄກການເງິນທີ່ມີຄວາມຍືນຍົງນີ້ຕໍ່ກັບບັນດາໂຄງການພື້ນຖານໂຄງລ່າງ ແລະ ໂຄງການພະລັງງານທີ່ສຳຄັນ ເຊິ່ງຈະສົ່ງເສີມການເຕີບໂຕເສດຖະກິດຂອງປະເທດໃຫ້ຍືນຍົງ.

ທ່ານ ໄຄລ ເຄວຮອບເຟີ, ຜູ້ຕາງໜ້າອົງການ IFC ປະຈຳ ສປປ ລາວ, ຫວຽດນາມ ແລະ ຈຳປູເຈຍ ກ່າວວ່າ: IFC ເຮັດວຽກຮ່ວມກັບລັດຖະບານເພື່ອຊ່ວຍຊອກຫາວິທີແກ້ໄຂຮູບແບບ PPP ທີ່ສອດຄ່ອງກັບສະພາບທ້ອງຖິ່ນມີຄວາມມຸ້ງໝັ້ນໃນການຊ່ວຍເຫຼຶອລັດຖະບານລາວ ໂດຍຜ່ານຮູບແບບ PPPs ສະນັ້ນການເພີ່ມບົດບາດຂອງເອກະຊົນທາງດ້ານເສດຖະກິດ ໂດຍອິງໃສ່ປະສົບການ ແລະ ຄວາມຊຳນິຊຳນານໃນທົ່ວໂລກໃນການກະກຽມ PPPs ໃຫ້ກ້າວສູ່ມາດຖານສາກົນ, IFC ມີຄວາມພ້ອມ ແລະ ມີຄວາມປະສົງໃນການຄົ້ນຄວ້າໃນຂະແໜງພະລັງງານຂອງ ສປປ ລາວ ໂດຍສະເພາະແມ່ນໂຄງການສາຍສົ່ງໄຟຟ້າ, ການຂົນສົ່ງທາງອາກາດ ແລະ ຂະແໜງການສະເພາະອຶ່ນໆເຊັ່ນການທ່ອງທ່ຽວ ແລະ ປ່າໄມ້.

IFC ໄດ້ໃຫ້ຄໍາແນະນໍາລັດຖະບານເປັນເວລາ 30 ປີຜ່ານມາ ແລະ ໄດ້ເຮັດວຽກໃນ 360 ໂຄງການຂອງເອກະຊົນ ແລະ ໂຄງການ PPPs ໃນຫຼາຍກວ່າ 100 ປະເທດ ໃນໄລຍະທົດສະວັດຜ່ານມາ, IFC ໄດ້ສະໜອງທຶນໃຫ້ການລົງທຶນຂອງພາກສ່ວນເອກະຊົນປະມານ 22 ຕື້ໂດລາສະຫະລັດ ໃນຂະແໜງການພື້ນຖານໂຄງລ່າງຍ່ອຍເຊັ່ນ: ຂະແໜງພະລັງງານ, ການຂົນສົ່ງ, ສາທາລະນະສຸກ, ການສະໜອງນ້ຳ, ສຸຂາອະນາໄມ ແລະ ອຶ່ນໆ ໃນປີ 2018 ຜ່ານມາ IFC ໄດ້ສະໜອງທຶນໄລຍະຍາວ 23 ຕື້ໂດລາສະຫະລັດໃຫ້ກັບປະເທດທີ່ກຳລັງພັດທະນາໝູນໃຊ້ກຳລັງແຮງຂອງພາກເອກະຊົນເພື່ອຊ່ວຍລືບລ້າງຄວາມທຸກຍາກເພື່ອການພັດທະນາທີ່ຍືນຍົງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...