
ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ (ຄຖລ) ທີ່ຕິດພັນກັບໂຄງການພັດທະນາວຽງຈັນຕອນໃຕ້ທີ່ປະກອບມີ: ຄູປ້ອງກັນນ້ຳຖ້ວມ, ຊົນລະປະທານ, ອຸຕຸນິຍົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນທີ່ດຳເນີນມາເປັນເວລາ 2 ປີ ປັດຈຸບັນໃກ້ສຳເລັດ 100% ແລ້ວຍັງເຫຼືອພຽງແຕ່ວຽກລະອຽດເລັກໜ້ອຍເທົ່ານັ້ນຄາດວ່າຈະມີການມອບ-ຮັບໃນໄວໆນີ້ ໂດຍໂຄງການຈະອຳນວຍຄວາມສະດວກສະບາຍໃຫ້ກັບປະຊາຊົນໄດ້ຢ່າງຫຼວງຫຼາຍ.
ທ່ານ ປອ. ຄໍາພະຈັນ ວົງຊະນະ ຫົວໜ້າປະສານງານໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ລາຍງານຕໍ່ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃນໂອກາດເດີນທາງໄປຢ້ຽມຢາມໂຄງການ ຄຖລ ວັນທີ 23 ກຸມພາ 2019 ຜ່ານມາ ວ່າ: ນັບແຕ່ໂຄງການເລີ່ມລົງມືໃນຕົ້ນປີ 2016 ກໍ່ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນໜ້າວຽກຕ່າງໆທີ່ນອນໃນໂຄງການ, ວຽກຄູປ້ອງກັນນ້ຳຖ້ວມທີ່ຍາວເກືອບ 30 ກິໂລແມັດນັບແຕ່ບ້ານທ່ານາແລ້ງ-ໝາກຮຽວສຳເລັດເກືອບ 100% ລົດສາມາດແລ່ນໄດ້ສະດວກຍັງເຫຼືອພຽງແຕ່ວຽກງານລະອຽດເລັກໜ້ອຍເທົ່ານັ້ນເຊັ່ນ: ປ້າຍສັນຍາລັກຈາລະຈອນ, ປ້າຍຫ້າມ, ປ້າຍເຕືອນ ແລະ ບອກທາງຕ່າງໆ.

ສ່ວນຊົນລະປະທານທີ່ນອນໃນໂຄງການ ຄຖລ ທີ່ມີທັງໝົດ 4 ໂຄງການ 5 ຫົວງານທີ່ສຳເລັດ 100% ແລ້ວແມ່ນບ້ານນາລ້ອງ, ສ່ວນໝາກຮຽວ 2, ດົງຄວາຍ1 ແລະ ດົງຄວາຍ 2 ກໍ່ໃກ້ຈະສໍາເລັດ ຍັງເຫຼືອວຽກເກັບລະອຽດເລັກໜ້ອຍເທົ່ານັ້ນ ຕາມການລາຍງານເບື້ອງຕົ້ນໃນ 4 ໂຄງການຊົນລະປະທານຈະສາມາດສະໜອງນ້ຳໄດ້ປະມານ 1.542 ເຮັກຕາ ນັ້ນກໍ່ໝາຍຄວາມວ່າປະຊາຊົນໃນເຂດບ້ານດັ່ງກ່າວ ແລະ ເຂດໃກ້ຄຽງທີ່ມີທ່າແຮງງານກະສິກຳຈະມີນ້ຳຫຼໍ່ລ້ຽງເພື່ອທຳການຜະລິດໄດ້ແບບຖາວອນເພາະຜ່ານມາໂດຍສະເພາະນາລ້ອງ ແລະ ໝາກຮຽວ ຈະອາໃສແຕ່ນ້ຳຂອງຢ່າງດຽວເພື່ອມາປູກພືດລະດູແລ້ງທັງສອງລະດູ ແຕ່ກໍສາມາດປູກໄດ້ສະເພາະເຂດທີ່ຄອງຊົນລະປະທານໄປເຖິງເທົ່ານັ້ນ.
ທ່ານ ຂັນຕິ ຊະນະໄພ ນາຍບ້ານນາລ້ອງ ກ່າວວ່າ: ປະຊາຊົນບ້ານນາລ້ອງແມ່ນທຳມາຫາກິນຢືດອາຊີບຫຼັກຄືການເຮັດນາ ສ່ວນອາຊີບສຳຮອງແມ່ນປູກຜືດລະດູແລ້ວເຊັ່ນ: ຜັກກະລ່ຳ, ໝາກຖົ່ວ, ສາລີເປັນຕົ້ນ. ຜ່ານມານາລ້ອງມີຫົວຈັກເອົານ້ຳຂຶ້ນຢູ່ 2 ສະຖານີທີ່ດູດນ້ຳຂຶ້ນມາຈາກນ້ຳຂອງ ເຊິ່ງລວມກັນແລ້ວກໍ່ປະມານ 200 ກວ່າເຮັກຕາເທົ່ານັ້ນ ຫາກສະຖານີແຫ່ງທີ 3 ທີ່ຈະນຳໃຊ້ນ້ຳຈາກຫ້ວຍໝາກຮຽວຈະເຮັດໃຫ້ເນື້ອທີ່ທຳການຜະລິດຂອງນາລ້ອງກວ້າງຂຶ້ນຕື່ມມີນ້ຳປູກພືດ, ຖະໜົນແລ່ນສະດວກເຮັດໃຫ້ການຄ້າຂາຍມີຄວາມຄ່ອງຕົວທີ່ຈະປ່ຽນໃບໜ້າໃໝ່ສູ່ເສດຖະກິດຄອບຄົວທີ່ດີຂຶ້ນ.