Monday, June 23, 2025
Kbank Laos โอน รับ จ่าย

ປີ 2018 ມີຄົນເຂົ້າເມືອງທັງໝົດ 87 ພັນກວ່າຄົນ ແລະຄົນອອກເມືອງ 84 ພັນກວ່າຄົນ

ທ່ານ ຮ້ອຍເອກ ເກດມະນີ ພົມມະສິງ ຫົວໜ້າດ່ານ ( ຕ.ມ ) ກວດກາຄົນເຂົ້າອອກເມືອງໄດ້ໃຫສຳພາດຕໍ່ສື່ມວນຊົນພວກເຮົາໃນວັນທີ 14 ກຸພາ 2019 ນີ້ວ່າ: ພາຍໃນດ້ານ ຕ.ມ ພວກເຮົາມີພະນັກງານທັງໝົດ 48 ສະຫາຍ, ຍິງ 4 ສະຫາຍ, ໃນ 1 ປີຜ່ານມາຄະນະພັກ, ຄະນະນຳດ້ານ ຕ.ມ ສາກົນລະໄລພວກເຮົາກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ, ເຊື່ອມຊືມແນວທາງຕ່າງໆຂອງພັກ, ລັດວາງອອກ ແລະເຊື່ອໜັ້ນຕໍ່ການນຳພາຂອງພັກ, ມີແນວຄິດອຸ່ນອ່ຽນທ່ຽນ, ເຮັດວຽກແບບລວມສູນປະຊາທິປະໄຕ, ເປັນໜູ່ຄະນະ, ມີການປຶກສາຫາລື ແລະແບ່ງໃຫ້ບຸກຄົນເປັນຜູ້ຮັບຜິດຊອບ, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ວຽກງານຕິດຕາມກວດກາຄົນເຂົ້າ-ອອກເມືອງ, ໃນ 1 ປີຜ່ານມາ, ມີຄົນເຂົ້າເມືອງທັງໝົດ 87,977 ຄົນ, ຍິງ 22,478 ຄົນ, ຄົນອອກເມືອງມີທັງໝົດ 84,734 ຄົນ, ຍິງ 20,234 ຄົນ ແລະມີພະຫານະເຂົ້າເມືອງ 10,731 ຄັນ, ອອເມືອງ 14,206 ຄັນ ແລະໄດ້ເກັບຄ່າບໍລິການທໍານຽມຕ່າງໆໄດ້ທັງໝົດ 20 ກວ່າກີບ, ໃນນັ້ນໄດ້ເກັບຄ່າທຳນຽມອອກໃບຜ່ານແດນມີ 6,940.000ກີບ, ຄ່າບໍລິການແຈ້ງການຄົນລາວເຂົ້າ-ອອກເມືອງທີ່ໃຊ້ບັດຜ່ານແດນ ແລະປືມຜ່ານແດນມີ 4,366.000 ກີບ ແລະຄົນຫວຽດນາມມີ 8,180.000 ກີບ, ຈຳນວນເງິນດັ່ງກ່າວກໍ່ໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ.

ສະເພາະ 1 ເດຶອນມີຄົນເຂົ້າເມືອງທັງໝົດ 5,913 ຄົນ, ຍິງ 1,237 ຄົນ ແລະຄົນອອກເມືອງມີ 5,924 ຄົນ, ຍິງ 1,354 ຄົນ, ມີພາຫານະເຂົ້າເມືອງທັງໝົດ 1,175 ຄັນ ແລະພາຫານະອອກເມືອງມີ 1,372 ຄັນ, ພ້ອມນັ້ນກໍ່ໄດ້ມີການເວນຍາມ, ກວດກາລາດຕະເວນຕາມຂອບເຂດຊາຍແດນ, ຕາມຄວາຮັບຜິດຊອບໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ທັງນີ້ກໍ່ເພື່ອເຮັດໃຫ້ມີຄວາມສະຫງົບປອດໄພຕາມບໍລິເວນຂອບ ເຂດຊາຍແດນ, ພ້ອມນີກໍ່ໄດ້ມີການສືບຕໍ່ພົວພັນແລກປ່ຽນບົດຮຽນລະຫວ່າງດ່ານ ຕ.ມ ສາກົນລະໄລ ກັບຄ້າຍທະຫານຊາຍແດນປະຈຳປະຕູດ້ານສາກົນລະໄລ ສສ ຫວຽດນາມ ຢ່າງເປັນປົກກະຕິ

ທິດທາງຕໍ່ໜ້າເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ, ເຊື່ອມຊືມລະບຽບການ, ກົດໝາຍແນວທາງນະໂຍບາຍຂອງພັກ-ລັດວາງອອກ, ເພີ້ມທະວີໃນການກວດກາເວນຍາມ, ຕິດຕາມສະພາບການເຄື່ອນໃຫວອື່ນໆຂອງກຸ່ມຄົນບໍ່ດີຕາມຂອບເຂດບໍລິເວນຊາຍແດນໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ເອົາໃຈໃສ່ວຽກງານວິຊາສະເພາະກວດກາຄົນເຂົ້າ-ອອກເມືອງໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ ແລະກົດໝາຍວາງອອກ, ພ້ອມທັງສືບຕໍ່ພົວພັນແລກປ່ຽນບົດຮຽນ ກັບຄ້າຍທະຫານຊາຍແດນປະຈຳປະຕູດ້ານສາກົນລະໄລ ສສ ຫວຽດນາມ ຢ່າງເປັນປົກກະຕິ.

ທີ່​ມາ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.