ນັກສຶກສາ ຄວສ ໄດ້ຮັບການຝຶກອົບຮົມຫຼັກສູດພັດທະນາແອັບພລີເຄຊັນ Android

ທີ່ນະຄອນຫຼວງວຽງຈັນ, ບໍລິສັດຊໍາຊຸງ ໄດ້ຈັດພິທີເປີດໂຄງການ Samsung Tech Institute 2019 ແລະເປີດຊຸດຝຶກອົບຮົມ ຫຼັກສູດການພັດທະນາທາງແອັບ Android ໃຫ້ແກ່ນັກສຶກສາ ຄະນະວິສະວະກໍາສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ຄຸງ ມຸກ ຄິມ ຫົວໜ້າພະແນກເຄື່ອງໃຊ້ໄຟຟ້າ ບໍລິສັດຊໍາຊຸງລາວອີເລັກໂທຣນິກ ຈໍາກັດຜູ້ດຽວ, ທ່ານ ຄໍາຜຸຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຸລິຍາ ແສດາລາ ຮອງກົມເຕັກໂນໂລຊີດີຈີຕອນ ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ມີບັນດາຄູອາຈານ, ນ້ອງນັກຮຽນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຸງ ມຸກ ຄີມ ໃຫ້ຮູ້ວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຝີກອົບຮົມວິຊາຊີບທີ່ນັກຮຽນສາມາດຮຽນພື້ນຖານດ້ານ IT ແລະທັກສະດ້ານວິສະວະກຳ. ເຊິ່ງເປັນໂອກາດໃນການສ້າງອະນາຄົດທີ່ດີແກ່ນັກຮຽນ, ນັກສຶກສາແລະແກ້ໄຂຄວາມຂາດແຂນຄວາມຮູ້ຄວາມສາມາດດ້ານເຕັກນິກໃນອຸດສາຫະກຳເຕັກນິກ, ແຕ່ລະປີມີນັກຮຽນຫຼາຍກວ່າ 200 ຄົນເຂົ້າຮ່ວມເຝີກອົບຮົມ. ສະເພາະປີນີ້ໂຄງການເຮົາແມ່ນໄດ້ຈັດການເຝີກອົບຮົມໃຫ້ແກ່ນັກຮຽນຈາກຫຼາຍສະຖາບັນໃນນະຄອນຫຼວງວຽງຈັນຜູ້ທີ່ມີຄວາມຮັກມັກໃນດ້ານນີ້, ແລະຈະຈັດເຝີກອົບຮົມລະຫວ່າງວັນທີ 18–29 ມີນາ 2019 ນີ້ດ້ວຍສິ່ງແວດລ້ອມການຮຽນການສອນໃນຫ້ອງຮຽນທີ່ດີເລີດ ແລະບົດຮຽນປະຕິບັດ, ທັງໝົດນັ້ນແມ່ນເພື່ອກະກຽມເຂົາເຈົ້າສູ່ຕະຫຼາດແຮງງານ. ຫຼັງຈາກເຝີກອົບຮົມແລ້ວນັກຮຽນທຸກຄົນຈະເຂົ້າຮ່ວມການແຂງຂັນການພັດທະນາແອັບພລີເຄຊັນມືຖືພາຍໃຕ້ຫົວຂໍ້: “ສັນສ້າງນະວັດຕະກຳກ້າວນຳຍຸກດີຈີຕອນ”ແລະຈະປະກາດຜົນລາງວັນໃນວັນທີ 10 ເມສາ 2019.

ທ່ານ ປອ ສົມພອນ ກັນທະວົງ ຫົວໜ້າພາກວິຊາວິສະວະກໍາຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດກ່າວວ່າ:  ໂຄງການ ຊຳຊຸງ ເທັກອິນຕີຕູດ ເປັນໂຄງການຮ່ວມມືເພື່ອສົ່ງເສີມ ແລະພັດທນາການສຶກສາ ໂດຍຮ່ວມມືລະຫວ່າງຄະນະວິສະວະກຳສາດ ທີ່ເປັນໂຕແທນໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ແລະບໍລິສັດ ລາວຊຳຊຸງ ເອເລັກໂຕນິກ ຈຳກັດຜູ້ດຽວ ເພື່ອສ້າງກິດຈະກຳສົ່ງເສີມຄວາມຮູ້ດ້ານເທັກໂນໂລຊີ ທັງພາຍໃນ ມຊ ແລະຮ່ວມມືກັບໂຮງຮຽນອື່ນໆ ທັງພາກລັດ ແລະເອກະຊົນ ທີ່ກ່ຽວຂ້ອງກັບດ້ານເທັກໂນໂລຊີ ໃຫ້ໄວໜຸ່ມ ກໍຄືບັນດານັກສຶກສາລາວໄດ້ມີຄວາມຮູ້ ແລະເຂົ້າເຖິງເທັກໂນໂລຊີໃໝ່ໆໄດ້ຫຼາຍຂຶ້ນ.

ໂຄງການ Samsung Tech Institute 2019 ເປັນໂຄງການທີ່ສົ່ງເສີມການຝຶກອົບຮົມ ພັດທະນາແອັບພລິເຄຊັນມືຖື (Android Programming) ເພື່ອສ້າງນະວັດຕະກໍາ ກ້າວນໍາຍຸກດິຈິຕອລ ເຊິ່ງເປັນຫຼັກສູດທີ່ມຸ່ງພັດທະນາທັກສະຄວາມຮູ້ຄວາມສາມາດໃນດ້ານການພັດທະນາແອັບພລິເຄຊັນມືຖືໃຫ້ກັບນັກຮຽນ, ນັກສຶກສາ ແລະຄົນທົ່ວໄປ ເພື່ອທີ່ຈະນໍາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ໄປຜັນຂະຫຍາຍ ແກ່ສະຖາບັນຂອງຕົນ ແລະພັດທະນາຄົນຮຸ່ນໃໝ່ໃຫ້ສືບທອດຕໍ່ໄປ.

ສະຖາບັນ Samsung Tech Institute ແມ່ນສະຖາບັນຝຶກອົບຮົມວິຊາຊີບ ທີ່ນັກຮຽນສາມາດຮຽນພື້ນຖານດ້ານ IT ແລະທັກສະດ້ານວິສະວະກໍາ ກ້າວນຳຍຸກດີຈີຕອນ ຂອງບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ. ເຊິ່ງເປັນຫຼັກສູດທີ່ມຸ່ງພັດທະນາທັກສະ ຄວາມຮູ້ ຄວາມສາມາດ ໃນດ້ານພັດທະນາແອັພລີເຄຊັນມືຖືໃຫ້ກັບນັກຮຽນ, ນັກສຶກສາ ແລະຄົນທົ່ວໄປ ເພື່ອຈະນຳຄວາມຮູ້ທີ່ໄດ້ຈາກການເຝີກອົບຮົມໃນຄັ້ງນີ້ໄປຜັນຂະຫຍາຍແກ່ສະຖາບັນຂອງຕົນ ແລະ ພັດທະນາຄົນຮຸ່ນໃໝ່ໃຫ້ສຶບທອດຕໍ່ໄປ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.