Tuesday, March 25, 2025

ນະຄອນຫຼວງວຽງ​ຈັນ ສະໜອງນ້ຳປະປາໄດ້ເກືອບ 100%

      ນະຄອນຫຼວງ ຍົກລະດັບ ແລະ ຂະຫຍາຍທໍ່, ໂຮງງານນ້ຳປະປາຢູ່ຫຼາຍເມືອງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນ້ຳສະອາດ, ຖືກຫຼັກອະນາໄມ ແຕ່ກໍ່ຍັງມີບາງບ້ານທີ່ຢູ່ຫ່າງໄກສອກຫຼີກທີ່ຍັງບໍ່ສາມາດຂະຫຍາຍທໍ່ສົ່ງໄປໄດ້ເຖິງ.

      ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ໂຄງການຂະຫຍາຍທໍ່, ປ່ຽນຖ່າຍລະບົບທໍ່ ແລະ ປັບປຸງສິ່ງອຳນວຍຄວາມສະດວກ ລັດວິສາຫະກິດນ້ຳປະປາ ນະຄອນຫຼວງ, ທຶນກູ້ຢືມຈາກ ບໍລິສັດ NORINCO ຈັດຂຶ້ນໃນວັນທີ 27 ກຸມພາ 2019 ຜ່ານມາທີ່ບ້ານຂົວກາງແສນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຫວັງ ຊີ ຮຸຍ ທູດທີ່ປຶກສາ ເສດຖະກິດ-ການຄ້າ ສປ ຈີນ ປະຈຳລາວ, ທ່ານ ຮອງລັດຖະມົນຕີ, ຫົວໜ້າກົມ, ເຈົ້າເມືອງເຂົ້າຮ່ວມ.

      ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອຕອບສະໜອງຕາມຄວາມຕ້ອງການນ້ຳປະປາຢູ່ໃນນະຄອນຫຼວງນັບມື້ສູງຂຶ້ນຕາມຈຳນວນປະຊາກອນທີ່ເພີ່ມຂຶ້ນ ແລະ ຄວາມສາມາດໃນການສະໜອງທີ່ມີຢ່າງຈຳກັດ ໃນປີ 2017 ບໍລິສັດ NORINCO ຈາກ ສປ ຈີນ ໄດ້ສະໜອງທຶນກູ້ຢືມດອກເບ້ຍຕ່ຳໃຫ້ກັບລັດຖະບານກໍ່ຄືນະຄອນຫຼວງວຽງຈັນຈຳນວນ 100 ລ້ານໂດລາສະຫະລັດ ເພື່ອມາຂະຫຍາຍ, ປັບປຸງ, ກໍ່ສ້າງລະບົບນ້ຳປະປາຂະໜາດນ້ອຍ, ຂະຫຍາຍທໍ່ສົ່ງ ແລະ ກໍ່ສ້າງອາຄານຕ່າງໆ ຢູ່ໃນຫຼາຍເມືອງຕາມໜ້າວຽກຕົວຈິງ ປັດຈຸບັນໂຄງການດັ່ງກ່າວສຳເລັດ 100% ແລ້ວ ຈະເຮັດໃຫ້ລັດວິສາຫະກິດນ້ຳປະປາ ນະຄອນຫຼວງມີກຳລັງການຜະລິດນ້ຳປະປາອອກສູ່ຄົວເຮືອນປະມານ 340.000-350.000 ແມັດກ້ອນ/ວັນ ກວມເອົາ 90%-95%ໃນທົ່ວນະຄອນຫຼວງ.

ແນວໃດກໍ່ຕາມນັບທັງໂຄງການເກົ່າທີ່ມີຢູ່ແລ້ວ ແລະ ໂຄງການໃໝ່ນີ້ນະຄອນຫຼວງສາມາດເວົ້າໄດ້ວ່າສະໜອງນ້ຳປະປາຢູ່ 4 ຕົວເມືອງໃນໄດ້ແລ້ວ 100% ສ່ວນບາງບ້ານທີ່ຢູ່ໃນຈຳນວນ 5 ເມືອງນອກຂອງນະຄອນຫຼວງອາດຈະມີບາງບ້ານທີ່ຢູ່ຫ່າງໄກສອກຫຼີກເທົ່ານັ້ນທີ່ບໍ່ສະມາດເຂົ້າໄປເຖິງ.

ທ່ານ ຕົງ ຈີ້ເຟີງ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ບໍລິສັດ NORINCO ກ່າວວ່າ: NORINCO ໄດ້ປະກອບທຸລະກິດຫຼາຍຂະແໜງການໃຫຍ່ໃນ ສປປ ລາວ ນັບແຕ່ຊຸມປີ 1990 ໂຄງການນ້ຳປະປານະຄອນຫຼວງວຽງຈັນເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2017 ສຳເລັດໃນວັນທີ 15 ມັງກອນ 2019 ເຊິ່ງມີເນື້ອທີ່ກໍ່ສ້າງທໍ່ນ້ຳໃໝ່ມີລວງຍາວ 427 ກິໂລແມັດ, ປ່ຽນທໍ່ເກົ່າລວງຍາວ 152 ກິໂລແມັດ, ອ່າງເກັບນ້ຳໃໝ່ 3 ແຫ່ງ, ໂຮງງານຜະລິດນ້ຳ 2 ແຫ່ງ ແລະ ອາຄານ, ສຳນັກງານຫ້ອງການຈຳນວນໜຶ່ງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.