ລະບົບການສຶກສາຂອງລາວໃນຍຸກໂລກາພິວັດແຫ່ງການເຊື່ອມໂຍງກັບໂລກ ພາຍນອກໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ເພື່ອໃຫ້ສາມາດເຊື່ອມໂຍງເຂົ້າກັບພາກ ພື້ນ ແລະ ສາກົນໄດ້ຢ່າງຄ່ອງຕົວ. ລະບົບການສຶກສາ ແລະ ຫຼັກສູດການຮຽນ ການສອນຢູ່ໃນໂຮງຮຽນກໍໄດ້ຮັບການປັບປຸງໄປສູ່ຄຸນນະພາບຕັ້ງຫຼາຍເທື່ອຫຼາຍທີ, ປັດຈຸບັນຈົນສາມາດກໍ່ສ້າງລະບົບການສຶກສາລະດັບຕ່າງໆໄດ້ກັບທີ່ ເປັນຕົ້ນແມ່ນ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ. ອັນນີ້ແມ່ນບາດກ້າວຫັນປ່ຽນທີ່ ໃຫຍ່ຫຼວງມີລັກສະນະເປັນຂີດໝາຍທາງດ້ານປະຫວັດສາດການສຶກສາຂອງລາວທີ່ບໍ່ເຄີຍມີມາກ່ອນ. ນອກຈາກນີ້ ລະບົບການສຶກສາກໍມີຫຼາຍຮູບແບບ: ສະຖາບັນ ການສຶກສາຂອງພາກລັດ, ພາກເອກະຊົນ, ເຄິ່ງລັດເຄິ່ງເອກະຊົນ ນັບຕັ້ງແຕ່ຊັ້ນອະ ນຸບານຈົນເຖິງມະຫາວິທະຍາໄລ, ມີທຸກສາຂາອາຊີບ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່ໄດ້ເປັນຢ່າງດີ. ຈໍານວນນັກຮຽນແຕ່ລະຊັ້ນແຕ່ລະລະບົບກໍມີຈຳນວນເພີ່ມຂຶ້ນໃນແຕ່ລະປີ. ແຕ່ພວກ ເຮົາພໍຈະສັງເກດເຫັນວ່າ, ການລຸຫຼັ່ງທັ່ງເທເຂົ້າໄປຮຽນຂອງນັກຮຽນລາວໃນປັດຈຸ ບັນ, ສ່ວນຫຼາຍແມ່ນຢາກໄປຮຽນແຕ່ລະດັບມະຫາວິທະຍາໄລຂຶ້ນເມືອ ສ່ວນວິຊາ ຊີບຊັ້ນສູງຕ່າງໆແມ່ນບໍ່ຢາກໄປຮຽນ. ອັນນີ້ມັນສະແດງໃຫ້ເຫັນຫຍັງ ? ສະແດງ ໃຫ້ເຫັນວ່າເມື່ອຮຽນຈົບລະດັບສູງໆມາແລ້ວກໍຂໍເຂົ້າເຮັດການນຳລັດໄດ້ງ່າຍກວ່າ. ເປັນຫຍັງຄົນສ່ວນຫຼາຍຈຶ່ງຢາກຂໍເຂົ້າເຮັດການນຳລັດ ? ຍ້ອນວ່າ:
- ເຮັດການນຳລັດເຖິງແມ່ນວ່າເງິນເດືອນຈະໜ້ອຍ ແຕ່ມີຄວາມອຸ່ນອ່ຽນທຸ່ນ ທ່ຽງດີ. ບໍ່ເປັນຫ່ວງວ່າຊິຕົກງານ ຫຼື ຊິໄດ້ອອກການ ເຖິງແມ່ນຄວາມຮູ້ ຄວາມສາມາດຈະເປັນແນວໃດກໍຕາມ.
- ຖ້າຈະໄປເຮັດນຳເອກະຊົນ, ບໍລິສັດ, ລັດວິສາຫະກິດຍັກໃຫຍ່, ຢູ່ລາວເຮົາ ຊໍ້າພັດບໍ່ມີພຽງເທົ່າໃດ. ດ້ານໜຶ່ງອີກບັນດາບໍລິສັດ, ລັດວິສາຫະກິດເຫຼົ່ານັ້ນ ການທີ່ຈະຮັບເອົາຄົນເຂົ້າເຮັດການນໍາຕ້ອງໄດ້ຜ່ານການຄັດເລືອກຄວາມຮູ້ ຄວາມສາມາດຢ່າງເຄັ່ງຄັດໄດ້ມາດຕະຖານທີ່ເພິ່ນວາງອອກ, ຖ້າບໍ່ໄດ້ກໍບໍ່ໄດ້ ເຮັດວຽກນຳ. ຈຳເປັນເພື່ອບໍ່ໃຫ້ໄດ້ເຕະຝຸ່ນຈຶ່ງແລ່ນເຂົ້າເຮັດການນຳລັດດ້ວຍ ວິທີການຕ່າງໆນາໆ ຈົນເກີດມີປະກົດການຫຍໍ້ທໍ້ໃນສັງຄົມ.
- ເມື່ອໄດ້ເຂົ້າເຮັດການນຳລັດໄດ້ໄລຍະໜຶ່ງ, ຖ້າຫາກໂຊກດີກໍຈະໄດ້ຕຳແໜ່ງ. ເມື່ອມີໜ້າທີ່ຕໍາແໜ່ງໃຫຍ່ແລ້ວກໍມີເງື່ອນໄຂດ້ານອື່ນໆຕາມມາ.
- ເຮັດການນຳລັດວຽກບໍ່ໜັກ, ວຽກບໍ່ຫຼາຍ, ບໍ່ເຄັ່ງຄັດ ອາດຈະມີເວລາສ້າງສາ ພັດທະນາເສດຖະກິດຄອບຄົວເພີ່ມເຕີມ.
ຍ້ອນແນວນັ້ນ, ລາວເຮົາຈຶ່ງຂາດສີມືແຮງງານຢ່າງຮ້າຍແຮງ, ຂາດກໍາລັງ ແຮງງານໃນພາກສະໜາມຕົວຈິງຢ່າງໜ້າເປັນຫ່ວງ. ການທີ່ຈະສ້າງສາພັດທະນາ ປະເທດຊາດນັ້ນບໍ່ແມ່ນອາໄສແຕ່ຜູ້ທີ່ເຮັດວຽກໂຄງບົນແຕ່ຢ່າງດຽວ. ບັນຫາຜູ້ເຮັດ ວຽກໂຄງລ່າງເປັນປັດໄຈຕັດສິນຊີ້ຂາດຂອງການພັດທະນາປະເທດຊາດ. ນັກວິສາ ວະກອນ, ນັກສະຖາປະນິກ, ນັກກະເສດສາດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ການສົ່ງເສີມທຸລະກິດຂະໜາດໜ້ອຍ, ຂະໜາດກາງໃຫ້ເຂັ້ມແຂງນັ້ນລ້ວນ ແຕ່ເປັນບູລິມະສິດຂອງລັດຖະບານຍຸກປັດຈຸບັນ. ເພາະພື້ນຖານເສດຖະກິດຕົ້ນຕໍ ຂອງລາວແມ່ນກະສິກຳ, ສ່ວນພາກອຸດສາຫະກໍາພວກເຮົາຕ້ອງເລີ່ມສ້າງຈາກທຸລະ ກິດຂະໜາດນ້ອຍຂະໜາດກາງຂຶ້ນໄປຫາໃຫຍ່, ສົ່ງເສີມທ່າແຮງຂອງທຸກພາກສ່ວນ ເສດຖະກິດໃນສັງຄົມໃຫ້ແຂງແຮງ, ປັບປຸງບູລະນະລັດວິສາຫະກິດຂະໜາດໃຫຍ່ ໃຫ້ເຂັ້ມແຂງ ສາມາດເປັນຜູ້ນຳໃນການພັດທະນປະເທດຊາດຢ່າງແທ້ຈິງ. ໝາຍ ຄວາມວ່າເຮົາຕ້ອງພັດທະນາທັງສອງສ່ວນໄປພ້ອມໆກັນ. ຜູ້ເຮັດວຽກໂຄງບົນເປັນ ຜູ້ຄົ້ນຄວ້າວາງມາດຕະການ, ວາງແນວທາງ, ວາງລະບຽບກົດໝາຍ, ອໍານວຍ ຄວາມສະດວກໃຫ້ຜູ້ເຮັດວຽກໂຄງລ່າງມີບ່ອນອີງໃນການດຳເນີນວຽກງານພັດທະ ນາເສດຖະກິດ ແລະ ທຸລະກິດຂອງຕົນເອງ, ຂອງບ້ານເມືອງໄດ້ດີ. ມີແຕ່ເຮັດວຽກ ແບບກົມກຽວ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນຂອງສອງພາກສ່ວນນັ້ນເທົ່ານັ້ນທີ່ຈະ ພາໃຫ້ເສດຖະກິດຂອງຊາດເຕີບໂຕໄວ.
ສະນັ້ນ, ລັດຖະບານຄວນມີມາດຕະການທີ່ເໝາະສົມຊຸກຍູ້ສົ່ງເສີມໃຫ້ລູກ ຫຼານລາວເຫັນໄດ້ຄວາມສຳຄັນການເຂົ້າຮຽນວິຊາຊີບຂອງເຂົາເຈົ້າ. ເມື່ອຮຽນຈົບ ອອກມາແລ້ວ ອາດຈະໃຫ້ບູລິມະສິດ ຫຼື ປະສານສົມທົບກັບບັນດາພາກເອກະຊົນ, ນັກທຸລະກິດ, ບໍລິສັດ, ລັດວິສາຫະກິດຕ່າງໆເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຮັດວຽກນຳ ບໍ່ປ່ອຍປະໃຫ້ແຕ່ເຂົາເຈົ້າຊອກຫາວຽກເຮັດງານທຳເອົາເອງ ຫຼື ລັດຖະບານອາດ ຈະເພີ່ມຄ່າແຮງງານຂອງພາກເອກະຊົນ, ບໍລິສັດ, ລັດວິສາຫະກິດຂຶ້ນ ເພື່ອກະຕຸ້ນ ໃຫ້ລູກຫຼານລາວມີຄວາມກະຕືລືລົ້ນຢາກໄປເຮັດວຽກນຳພາກທຸລະກິດຫຼາຍຂຶ້ນ. ຖ້າ ພວກເຮົາບໍ່ມີມາດຕະການທີ່ດີເປັນສິ່ງຈູງໃຈໃຫ້ເຂົາເຈົ້າ, ສະພາບຮຽນຈົບມາແລ້ວ ຢາກເຮັດການນໍາລັດແຕ່ຢ່າງດຽວນັ້ນຍັງຊິແກ່ຍາວໄປອີກ ເຊິ່ງຈະເປັນຜົນສະທ້ອນ ບໍ່ດີເຖິງວິກິດການທາງດ້ານສີມືແຮງງານໃນການສ້າງສາພັດທະນາປະເທດຊາດ.
ໂດຍ: ລູກເມືອງພວນ ໜັງສືພິມລາວພັດທະນາ