Tuesday, December 9, 2025
Kbank Laos โอน รับ จ่าย

​ຄົນເຮັດ​ວຽກ​ຕ້ອງ​ຮູ້! ​ລາຍ​ລະ​ອຽດການເບີກຈ່າຍເງິນເດືອນຢ​ູ່​ໃນ ສ​ປ​ປ.ລາວ

ດັ່ງ​ທີ່​ພວກ​ເຮົາ​ໄດ້​ຍິນ​ຂ່າວ ເລື້ອຍໆ​ກ່ຽວ​ກັບ​ການ​ຂາດ​ດຸນ​ງົບ ປະ­ມານ ຫລື ດ້ານ​ການ​ເງິນ​ຂອງ ຫລາຍ​ປະ­ເທດ​ຊຶ່ງ​ເປັນ​ເຫດ​ໃຫ້​ພະ ນັກ​ງານ​ຢຸດ​ພັກ​ວຽກ ແລະ ເຫັນ​ໄດ້ ວ່າ­ການ​ບໍ­ລິ­ຫານ​ດ້ານ​ການ​ເງິນ ຫລື ງົບ­ປະ­ມານ​ຂອງ​ຊາດ​ແມ່ນ​ວຽກ ງານ​ທີ່​ສຳ­ຄັນ​ຫລາຍ​ໃນ​ປະ­ເທດ, ຖ້າ ງົບ­ປະ­ມານ​ຂອງ​ຊາດ​ຂາດ ໄປ ແນ່­ນອນ​ວ່າ ສະ­ພາບ​ເສດ­ຖະ­ກິດ​ສັງ ຄົມ​ຂອງ​ຊາດ​ຄົງ​ຊຸດ­ໂຊມ​ລົງ ຫລື ລົ້ມ​ສະ­ຫລາຍ​ໄປ​ໃນ​ຕົວ. ເພາະ​ເງິນ ຂອງ​ຊາດ ແມ່ນ​ເງິນ​ທີ່​ຈະ​ນຳ​ມາ​ບໍ​ລິ ຫານ​ປະ­ເທດ​ນັບ​ຕັ້ງ­ແຕ່​ວຽກ​ງານ ນ້ອຍ​ຫາ​ວຽກ​ງານ​ໃຫຍ່ ຫລື ວຽກ ງານ​ສຳ­ຄັນໆ​ຂອງ​ຊາດ ໃນ​ນັ້ນ​ລວມ ທັງ​ການ​ເບີກ​ຈ່າຍ​ເງິນ​ໃຫ້​ພະ­ນັກ ງານ​ລັດ­ຖະ­ກອນ​ທີ່​ເຮັດ​ວຽກ​ໃນ​ວົງ ການ​ຂອງ​ລັດ​ນີ້​ໃຫ້​ໄດ້​ຕາມ​ກຳ­ນົດ.  ໃນ​ການ​ປະ­ກອບ​ອາ­ຊີບ​ຂອງ​ຄົນໆ​ໜຶ່ງ​ຈະ​ປະ­ກອບ​ອາ­ຊີບ​ໃດ​ກໍ່​ຕາມ ລ້ວນ​ແລ້ວ­ແຕ່​ປາ­ຖະ­ໜາ​ໄດ້​ຄ່າ​ແຮງ ງານ​ຂອງ​ຕົນ​ເພື່ອ​ມາ​ລໍ​ລ້ຽງ​ຊີ­ວິດ ໃຫ້​ຢູ່​ລອດ​ໄປ​ວັນໆ​ດັ່ງ​ຄຳ​ເວົ້າ​ທີ່​ວ່າ“ຫາ​ເຊົ້າ​ກິນ​ຄ່ຳ” ນີ້​ແມ່ນ​ເວົ້າ​ລັກ ສະ​ນະ​ທີ່​ເປັນ​ການ​ຮັບ­ຈ້າງ​ຄ່າ​ແຮງ ງານ​ເປັນ​ມື້  ຫລື ການ​ຄ້າ­ຂາຍ, ແຕ່ ສຳ­ລັບ​ລັກ­ສະ­ນະ​ການ​ເບີກ​ຈ່າຍ​ເງິນ­ເດືອນ​ຂອງ​ການ​ປະ­ກອບ​ອາ­ຊີບ​ໃນ ອົງ­ການ­ຈັດ­ຕັ້ງ​ຂອງ​ລັດ ຫລື ເອ­ກະ ຊົນ​ນັ້ນ ແມ່ນ​ຈະ​ເບີກ​ຈ່າຍ​ຄ່າ​ແຮງ ງານ​ເປັນ​ເດືອນ (1 ເດືອນ) ຫລື 15 ວັນ​ຈ່າຍ ເທື່ອ​ໜຶ່ງ​ຕາມ​ການ​ກຳ ​ນົດ​ຂອງ​ແຕ່​ລະ​ອົງ­ການ​ຈັດ​ຕັ້ງ.

ສະ­ນັ້ນ​ແລ້ວ, ເຫັນ​ວ່າ​ໃນ​ການ ກຳ­ນົດ​ເງິນ­ເດືອນ​ທີ່​ຜ່ານ​ມາ​ພວກ ເຮົາ​ກໍ່​ເຮັດ​ໄດ້​ດີ, ແຕ່​ຍັງ​ຂາດ​ຂອບ ຂອງ​ການ​ກຳ­ນົດ​ເງິນ­ເດືອນ​ວ່າ​ອອກ ວັນ​ທີ​ທໍ່​ໃດ​ຂອງ​ແຕ່​ລະ​ເດືອນ ຊຶ່ງ ພວກ​ເຮົາ​ຍັງ​ບໍ່​ທັນ​ກຳ­ນົດ​ຊັດ​ເຈນ ເທື່ອ​ຈົນ​ບາງ​ຄັ້ງ ຫລື ບາງ​ເດືອນ​ເງິນ ເດືອນ​ລ່ວງ­ກາຍ​ໄປ​ຫລາຍ​ມື້​ຈຶ່ງ​ອອກ. ດັ່ງ­ນັ້ນ, ຈຶ່ງ​ເຫັນ​ວ່າ​ບັນ­ຫາ​ການ​ກຳ­ນົດ​ເງິນ­ເດືອນ​ນີ້​ພວກ​ເຮົາ ຄວນ​ຈະ​ໄດ້​ເອົາ­ໃຈ­ໃສ່​ຕື່ມ​ບໍ່​ວ່າ​ຈະ ແມ່ນ​ພາກ­ສ່ວນ​ລັດ ຫລື ເອ­ກະ​ຊົນ ແລະ ເຊື່ອ​ໝັ້ນ​ວ່າ​ພວກ​ເຮົາ​ຈະ​ຄຸ້ມ​ຄອງ​ເງິນ­ເດືອນ ຫລື ບໍ­ລິ­ຫານ​ງົບ­ປະ­ມານ​ຂອງ​ຊາດ​ໃຫ້​ໄດ້​ດີ​ຂຶ້ນ​ຕື່ມ. ຢ່າງ­ໃດ​ກໍ່​ຕາມ​ການ​ປະ­ກອບ​ອາ­ຊີບ ໃດ​ກໍ່​ລ້ວນ​ແຕ່​ເປັນ​ການ​ປະ­ກອບ ສ່ວນ​ໃນ​ການ​ພັດ­ທະ­ນາ​ສ້າງ­ສາ ປະ­ເທດ​ຊາດ​ຂອງ​ພວກ​ເຮົາ​ເຖິງ​ວ່າ ພວກ​ເຮົາ​ຈະ​ເຮັດ​ວຽກ​ຢູ່​ໃນ​ຂົງ­ເຂດ​ໃດ​ກໍ່​ຕ້ອງ​ມີ​ຄວາມ​ອົດ​ທົດ​ອຸ່ນ​ອ່ຽງ ທຸ​ນ​ທ່ຽງ ດັ່ງ​ທີ່​ພວກ​ເຮົາ​ຮູ້​ວ່າ​ປະ ເທດ​ຂອງ​ພວກ​ເຮົາ​ນີ້​ຫາ­ກໍ່​ປົດ​ປ່ອຍ ມາ​ໃນ​ບໍ່​ດົນ ສະ­ພາບ​ເສດ­ຖະ­ກິດ​ຈຳ ເປັນ​ຕ້ອງ​ໃຊ້​ເວ­ລາ​ໃນ​ການ​ຟື້ນ​ຟູ ຫລື ພັດ­ທະ­ນາ, ຊຶ່ງ​ອາດ​ຈະ​ມີ​ບາງ ສິ່ງ​ທີ່​ບໍ່​ອຳ­ນວຍ​ຄວາມ​ສະ­ດວກ​ພໍ​ປານ­ໃດ ພວກ​ເຮົາ​ເຮັດ​ໄດ້​ຊ່ຳ​ນີ້ ກໍ່​ຖື​ວ່າ​ດີ​ສົມ­ຄວນ​ແລ້ວ. ສະ­ນັ້ນ, ພັກ​ກໍ່​ໄດ້​ນຳ­ພາ ແລະ ໄດ້​ເອົາ­ໃຈ­ໃສ່​ວຽກ​ງານ​ການ​ລົບ​ລ້າງ​ຄວາມ­ທຸກ​ຍາກ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຕະ ຫລອດ​ມາ ແລະ ໃຫ້​ໄດ້​ຕາມ​ຄາດ ໝາຍ​ກໍ່​ຄື​ລົບ​ລ້າງ​ຄວາມ­ທຸກ​ຍາກ ຫລື ໃຫ້​ປະ­ເທດ​ພົ້ນ​ຈາກ​ປະ­ເທດ ດ້ອຍ​ພັດ­ທະ­ນາ​ໃນ​ໄວ້ໆ​ນີ້, ຊຶ່ງ​ເປັນ ຈຸດ­ໝາຍ​ໜຶ່ງ​ທີ່​ທົ່ວ​ພັກ​ທົ່ວ​ປ່ວງ​ຊົນ​ປະ­ຕິ​ບັດ. ດັ່ງ­ນັ້ນ, ໃນ​ການ​ກຳ­ນົດ​ລະ­ດັບ​ເງິນ­ເດືອນ​ແມ່ນ​ລັດ­ຖະ­ບານ​ເປັນ ຜູ້​ປະ­ກາດ​ໃຊ້​ຕາມ​ແຕ່​ລະ​ໄລ­ຍະ​ຢູ່ ແຕ່​ລະ​ຂົງ­ເຂດ​ວຽກ​ງານ​ເພື່ອ​ຮັບ ປະ­ກັນ​ການ​ດຳ­ລົງ​ຊີ­ວິດ​ຂັ້ນ​ພື້ນ ຖານ​ຂອງ​ຜູ້​ອອກ­ແຮງ​ງານ.

ຕາມ​ມາດ­ຕາ 108 ຂອງ​ກົດ ໝາຍ­ວ່າ​ດ້ວຍ​ແຮງ​ງານ: ການ​ກຳ ​ນົດ​ເງິນ­ເດືອນ ຫລື ຄ່າ​ແຮງ​ງານ​ຕ່ຳ ສຸດ​ໄດ້​ກຳ­ນົດ​ວ່າ: ລັດ​ເປັນ​ຜູ້​ປະ­ກາດ ໃຊ້​ລະ­ດັບ​ເງິນ­ເດືອນ ຫລື  ຄ່າ​ແຮງ ງານ​ຂັ້ນ​ຕ່ຳ​ສຸດ​ໃນ​ແຕ່​ລະ​ໄລ­ຍະ ໂດຍ​ອີງ​ຕາມ​ຜົນ​ຂອງ​ການ​ປຶກ­ສາ ຫາ­ລື​ຂອງ​ອົງ­ການ​ສາມ​ຝ່າຍ. ລັດ ບໍ່​ອະ­ນຸ­ຍາດ​ໃຫ້​ຜູ້​ໃຊ້​ແຮງ​ງານ​ກຳ ​ນົດ​ລະ­ດັບ​ເງິນ­ເດືອນ ຫລື ຄ່າ​ແຮງ ງານ​ຕ່ຳ​ກວ່າ​ລະ­ດັບ​ເງິນ­ເດືອນ ຫລື ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ ທີ່​ໄດ້​ປະ ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ. ເງິນ­ເດືອນ ຫລື ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ສາ ມາດ​ກຳ­ນົດ​ຕາມ​ແຕ່​ລະ​ເຂດ ແລະ ຂົງ­ເຂດ​ວຽກ​ງານ.(ລະ­ດັບ​ເງິນ ເດືອນ​ຂັ້ນ​ຕ່ຳ​ສຸດ​ໃນ​ປັດ­ຈຸ­ບັນ ແມ່ນ 1.200.000ກີບ /ເດືອນ.)

​ສວ່ນ​ການ​ເບີກ​ຈ່າຍ​ເງິນ­ເດືອນ ຫລື ຄ່າ​ແຮງ​ງານ​ນັ້ນ ແມ່ນ​ກຳ­ນົດ ໄວ້​ໃນ​ມາດ­ຕາ 110 ຂອງ​ກົດ­ໝາຍ ສະ­ບັບ​ດຽວ​ກັນ​ວ່າ: ຜູ້​ໃຊ້ ແຮງ​ງານ ຕ້ອງ​ເບີກ​ຈ່າຍ​ເງິນ­ເດືອນ ຫລື ຄ່າ ແຮງ​ງານ​ໃຫ້​ຜູ້​ອອກ­ແຮງ​ງານ​ຢ່າງ ໜ້ອຍ​ໜຶ່ງ​ຄັ້ງ​ຕໍ່​ເດືອນ​ຕາມ​ເວ­ລາ​ທີ່ ໄດ້​ກຳ­ນົດ​ໄວ້. ເງິນ​ອຸດ​ໜູນ, ເງິນ​ບຳ​ເນັດ ຫລື ນະ­ໂຍ­ບາຍ​ອື່ນ ໃຫ້​ຈ່າຍ ຕາມ​ລະ­ບຽບ​ການ​ຂອງ​ຫົວ­ໜ່ວຍ ແຮງ​ງານ. ສຳ­ລັບ​ຄ່າ​ແຮງ​ງານ ຕາມ​ຜະ­ລິດ​ຕະ​ພັນ​ນັ້ນ​ຕ້ອງ​ເບີກ​ຈ່າຍ ໃຫ້​ຜູ່​ອອກ­ແຮງ​ງານ ຢ່າງ​ໜ້ອຍ ສອງ​ຄັ້ງ​ຕໍ່​ເດືອນ. ຖ້າ​ຜູ້​ໃຊ້​ແຮງ​ງານ​ຫາກ​ຈ່າຍ​ເງິນ­ເດືອນ ຫລື ຄ່າ​ແຮງ ງານ​ຊັກ​ຊ້າ ໂດຍ​ບໍ່​ມີ​ເຫດ­ຜົນ​ພຽງ­ພໍ ຜູ້​ໃຊ້​ແຮງ​ງານ​ຕ້ອງ​ຈ່າຍ​ເພີ່ມ​ໃຫ້​ຜູ້ ອອກ­ແຮງ​ງານ​ໃນ​ກໍ­ລະ­ນີ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້​ໃນ​ສັນ​ຍາ. ໃນ​ກໍ­ລະ­ນີ​ທີ່​ຜູ້ ອອກ­ແຮງ​ງານ​ຫາກ​ອອກ­ລູກ, ຫລຸ ລູກ ຫລື ລູກ​ຕາຍ​ໃນ​ທ້ອງ, ເຈັບ­ເປັນ, ເກີດ​ອຸ­ປະ­ຕິ­ເຫດ​ຊຶ່ງ​ຮ້ອງ​ຂໍ​ໃຫ້​ເບີກ ຈ່າຍ​ເງິນ­ເດືອນ ຫລື ຄ່າ​ແຮງ​ງານ ລ່ວງ​ໜ້າ​ນັ້ນ​ຜູ້​ໃຊ້​ແຮງ​ງານ​ຕ້ອງ​ພິ ຈາ­ລະ​ນາ​ເບີກ​ຈ່າຍ​ໃຫ້​ຜູ້­ກ່ຽວ​ຕາມ ຄວາມ​ເໝາະ​ສົມ. ການ​ຫັກ​ເງິນ ເດືອນ ຫລື ຄ່າ​ແຮງ​ງານ​ທີ່​ໄດ້​ເບີກ​ຈ່າຍ​ລ່ວງ​ໜ້າ​ນັ້ນ​ສູງ​ສຸດ​ບໍ່​ໃຫ້​ເກີນ ຊາວ​ສ່ວນ​ຮ້ອຍ​ຂອງ​ເງິນ­ເດືອນ ຫລື   ຄ່າ​ແຮງ​ງານ.

ສຳ­ລັບ​ການ​ເຮັດ​ວຽກ​ເພີ່ມ​ໂມງ ນັ້ນ​ແມ່ນ​ໄດ້​ລະ­ບຸ​ວ່າ: ຄ່າ​ເຮັດ​ວຽກ ເພີ່ມ​ໂມງ​ຂອງ​ວັນ​ເຮັດ​ວຽກ​ປົກ​ກະ ຕິ​ນັບ​ແຕ່​ເວ­ລາ​ສິບ​ເຈັດ​ໂມງ ຫາ ຊາວ ສອງ ໂມງ​ຈະ​ໄດ້​ຮັບ​ເງິນ​ຄ່າ​ແຮງ ງານ​ເພີ່ມ​ເທົ່າ​ກັບ ຮ້ອຍ​ຫ້າ​ສິບ​ສ່ວນ ຮ້ອຍ​ຂອງ​ຄ່າ​ແຮງ​ງານ​ປົກ​ກະ​ຕິ. ຄ່າ​ເຮັດ​ວຽກ​ເພີ່ມ​ໂມງ​ຂອງ​ວັນ​ເຮັດ ວຽກ​ປົກ­ກະ­ຕິ ນັບ​ແຕ່​ເວ­ລາ​ຊາວ ສອງ​ໂມງ ຫາ ຫົກ​ໂມງ​ເຊົ້າ​ຈະ​ໄດ້​ຮັບ ເງິນ​ຄ່າ​ແຮງ​ງານ​ເພີ່ມ​ເທົ່າ​ກັບ ສອງ ຮ້ອຍ​ສ່ວນ​ຮ້ອຍ​ຂອງ​ຄ່າ​ແຮງ​ງານ ປົກ​ກະ​ຕິ. ຄ່າ​ເຮັດ​ວຽກ​ເພີ່ມ​ໂມງ​ໃຫ້ ຄິດ­ໄລ່​ດ້ວຍ​ການ​ເອົາ​ເງິນ­ເດືອນ ຫລື ຄ່າ​ແຮງ​ງານ​ຫານ​ໃຫ້​ຊາວ​ຫົກ​ວັນ, ຈາກ​ນັ້ນ ຈຶ່ງ​ຫານ​ໃຫ້​ແປດ​ຊົ່ວ­ໂມງ ແລ້ວ​ຄູນ​ໃຫ້​ຈຳ­ນວນ​ສ່ວນ​ຮ້ອຍ ແລະ ຄູນ​ໃຫ້​ຈຳ­ນວນ​ຊົ່ວ­ໂມງ​ທີ່​ເຮັດ ວຽກ​ເພີ່ມ​ນັ້ນ ນີ້​ແມ່ນ​ເນື້ອ​ໃນ​ຂອງ ມາດ­ຕາ 114 ຂອງ​ກົດ­ໝາຍ​ວ່າ​ດ້ວຍ ແຮງ​ງານ. 

ອັນ​ນີ້ ແມ່ນ​ບາງ​ເນື້ອ​ໃນ​ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ແຮງ​ງານ​ທີ່​ຜູ້​ຂຽນ​ຍົກ​ມາ​ໃຫ້​ເຫັນ​ເພື່ອ​ເຕືອນ​ສະ­ຕິ​ຜູ້​ໃຊ້ ແຮງ​ງານ ແລະ ຜູ້​ອອກ­ແຮງ​ງານ ຕ້ອງ​ປະ­ຕິ­ບັດ​ຕາມ​ຂອບ​ເຂດ​ສິດ ແລະ ພັນ­ທະ​ຂອງ​ຕົນ​ຢ່າງ​ສົມ​ເຫດ ສົມ​ຜົນ ທັງ​ນີ້​ກໍ່​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ­ໂຫຍດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ສ້າງສະຖິຕິໃໝ່ດ້ວຍການຮັບເຮືອບິນ 22 ລຳ ພາຍໃນເດືອນດຽວ, ເພື່ອຄວາມພ້ອມໃນລະດູການເດີນທາງທີ່ມີຄວາມຕ້ອງການສູງ

ນະຄອນຫຼວງວຽງຈັນ, ວັນທີ 8 ທັນວາ 2025 –  ສາຍການບິນ Vietjet ໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ເຊິ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ຄວາມເຄື່ອນໄຫວນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແນ່ວແນ່ຂອງ Vietjet ໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ບ່ອນທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.

ມາຮູ້ຈັກ! ວັດຈອມເພັດ ສັນຕິສີຣິມຸງຄຸລວຸດທິວະຊີຣາຣາມ ເມືອງຈອມເພັດ ແຂວງຫຼວງພຣະບາງ

ກ່າວກັນວ່າສ້າງຂຶ້ນໃນ ປີ ຄສ 1888 ໃນຣາຊການຂອງເຈົ້າມະຫາຊີວິດ ມະຫິນທະເທພ ( ອຸ່ນຄຳ ) ຢູ່ຂ້າງນອກໃຕ້ອາຮາມ ( ສິມ ) ມີທາຕຸນ້ອຍລູກຫນຶ່ງ ທີ່ບັນຈຸອັດຖິທາຕຸ ຂອງມະເຫສີທອງດີ (ພັນລະຍາ)ຂອງເຈົ້າມະຫາຊີວິດສັກກະຣິນ ທີ່ສະຫວັນນະຄົດ ເມື່ອປີ ຄສ 1929 ວັດແຫ່ງນີ້ຕັ້ງຢູ່ຈອມພູນ້ອຍ ທີ່ຊື່ວ່າ ຈອມພູເພັດ ແລະເປັນວັດແຫ່ງໜຶ່ງໃນຫຼວງພຣະບາ

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ