Monday, May 19, 2025
Kbank Laos โอน รับ จ่าย

ເຢຍລະມັນອະນຸມັດເງິນ 50 ລ້ານເອີໂຣ ໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບຍຍືນຍົງ

Lots of cash money. Euros. euro money banknotes. Money Euro background

ລັດຖະບານ ສ. ເຢຍລະມັນເຫັນດີອະນຸມັດເງີນ 50 ລ້ານ ເອີໂຣ ຫຼືເທົ່າກັບ 487 ກວ່າຕື້ກີບ ເພື່ອສະໜັບສະໜູນ ຊ່ວຍເຫຼືອ ສປປ ລາວ ບັນລຸເປົ້າ ໝາຍການພັດທະນາແບຍຍືນຍົງ.

ງົບປະມານດັ່ງກ່າວຈະຖືກນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດບັນດາໂຄງການດັ່ງຕໍ່ໄປນີ້: ການພັດທະນາຊົນນະບົດ, ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຟື້ນຟູພື້ນຖານໂຄງລ່າງຢູ່ແຂວງອັດຕະປື. 

ພິທີເຊັນສັນຍາການຮ່ວມມືຈັດຂື້ນໃນລະຫວ່າງການຢ້ຽມຢາມຂອງຄະນະຜູ້ແທນເຢຍລະມັນເຊີ່ງນໍາໂດຍ ທ່ານ ນໍເບີດ ບາດໂທ Norbert Barthle ຮອງລັດຖະມົນຕີ ການຮ່ວມມືເສດຖະກິດ ແລະ ການພັດທະນາ ສ ເຢຍລະມັນ. 

ສັນຍາການຮ່ວມມືດັ່ງກ່າວເຊັນໃນວັນທີ 28 ກຸມພາ ຜ່ານມານີ້ ໂດຍ ທ່ານ ດຣ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີແຜນການ ແລະ ການລົງທືນ ແລະ ທ່ານ ເຈນ ລືດເຄນເຮີມ Jens Lütkenherm ເອກອັກຄະລັດຖະທູດ ສ. ເຢຍລະມັນ ປະຈໍາ ສປປ ລາວ. 

ສັນຍາການຮ່ວມມືທາງດ້ານການເງີນ, ເຕັກນິກ ໄລຍະປີ 2018-2020 ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ ເຢຍລະມັນໄດ້ເຫັນດີເປັນເອກະສັນໃນລະຫ່ວາງກອງປະຊຸມປືກສາຫາລືການຮ່ວມມືສອງຝ່າຍໃນເດືອນ ກັນຍາ ປີ 2018 ທີ່ນະຄອນຫຼວງແບັກແລງ Berlin ສ. ເຢຍລະມັນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້