Saturday, April 26, 2025
Kbank Laos โอน รับ จ่าย

​ພາກ​ລັດ ຫາລືການປັບປຸງນິຕິກຳ ແລະ ລະບຽບການລົງທຶນໃນ​ລາວ

ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປັບ­ປຸງ​ນິ­ຕິ​ກຳ ແລະ ລະ­ບຽບ​ການ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການ​ປັບ­ປຸງ​ຕົວ​ຊີ້​ວັດ​ທີ 5 (ການ​ເຂົ້າ​ເຖິງ​ສິນ​ເຊື່ອ) ແລະ ຕົວ​ຊີ້​ວັດ​ທີ 6 (ການ​ປົກ​ປ້ອງ​ຜູ້​ລົງ­ທຶນ​ລາຍ​ຍ່ອຍ) ຢູ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ. ເປັນ​ປະ­ທານ​ຂອງ​ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ບັນ­ດາ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ ທະ­ນາ­ຄານ​ກາງ ກົມ ພະ­ແນກ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ກອງ​ປະ­ຊຸມ ໄດ້​ພ້ອມ​ກັນ​ຮັບ​ຟັງ​ກ່ຽວ​ກັບ​ການ​ປັບ­ປຸງ​ຕົວ​ຊີ້​ວັດ ການ​ປົກ​ປ້ອງ​ຜູ້​ລົງ­ທຶນ​ລາຍ​ຍ່ອຍ​ຂອງ​ບົດ​ລາຍ​ງານ ການ​ດຳ­ເນີນ​ທຸ­ລະ​ກິດ​ຕາມ​ຄຳ​ສັ່ງ​ເລກ​ທີ 02/ນຍ ສະ­ເໜີ​ໂດຍ​ສຳ­ນັກ­ງານ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ຫຼັກ​ຊັບ ກ່ຽວ​ກັບ​ການ​ປະ​ເມີນ​ຕົວ​ຊີ້​ວັດ​ການ​ດຳ­ເນີນ​ທຸ­ລະ​ກິດ ຕົວ​ຊີ້​ວັດ​ທີ 6 ການ​ປົກ​ປ້ອງ​ຜູ້​ລົງ­ທຶນ​ລາຍ​ຍ່ອຍ ລວມ​ທັງ​ຄວາມ​ຄືບ​ໜ້າ​ໃນ​ການ​ປັບ­ປຸງ ແຜນ­ການ​ປັບ­ປຸງ​ໃນ­ຕໍ່­ໜ້າ ແລະ ແບບ​ຈຳ­ລອງ​ຜົນ​ການ​ປະ​ເມີນ​ດັດ​ສະ​ນີ​ຂອງ​ຕົວ​ຊີ້​ວັດ​ທີ 6 ແລະ ການ​ສະ­ເໜີ​ການ​ປັບ­ປຸງ​ຕົວ​ຊີ້​ວັດ​ທີ 5 ການ​ເຂົ້າ​ເຖິງ​ສິນ​ເຊື່ອ ເຊິ່ງ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື ພິ­ຈາ­ລະ­ນາ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ສະ­ພາບ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ປັດ­ຈຸ­ບັນ ໂດຍ​ສະ­ເພາະ ໃຫ້​ຖືກ­ຕ້ອງ​ສອດ­ຄ່ອງ​ກັບ​ທິດ​ທາງ ແຜນ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ­ຖະ­ບານ​ວາງ​ອອກ.

    ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ໄດ້​ກ່າວ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳ­ຄັນ​ຈຳ­ເປັນ ແລະ ຮີບ​ດ່ວນ ເປັນ​ວຽກ​ງານ​ອັນ​ເລັ່ງ​ດ່ວນ ທີ່​ຈະ​ພ້ອມ​ຮ່ວມ​ກັນ​ປຶກ­ສາ​ຫາ­ລື​ແກ້​ໄຂ​ຈຸດ​ຄ້າງ​ຄາ ແລະ ບາງ​ບັນ­ຫາ​ທີ່​ບໍ່​ທັນ​ສອດ­ຄ່ອງ​ກັບ​ຄວາມ​ເປັນ​ຈິງ ສະ­ນັ້ນ ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ ຈົ່ງ​ເອົາ­ໃຈ­ໃສ່​ປະ­ກອບ​ຄຳ​ເຫັນ​ປຶກ­ສາ​ຫາ­ລື​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ເຮັດ​ໃຫ້​ນິ­ຕິ​ກຳ​ດັ່ງ­ກ່າວ ມີ​ຄວາມ​ຖືກ­ຕ້ອງ​ສອດ­ຄ່ອງ ໂປ່ງ​ໃສ ຮັກ­ສາ​ໄດ້​ສິດ­ຜົນ­ປະ­ໂຫຍດ​ອັນ​ຊອບ​ທຳ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ ເພື່ອ​ພ້ອມ​ກັນ​ກ້າວ­ໜ້າ​ພັດ­ທະ­ນາ​ຮູບ​ແບບ​ການ​ນຳ​ໃຊ້​ທຶນ­ຮອນ ແລະ ການ​ລົງ­ທຶນ​ໃຫ້​ຖືກ­ຕ້ອງ​ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ ເຮັດ​ໃຫ້​ລະ­ບົບ​ການ​ເງິນ​ມີ​ສະ­ຖຽນ​ລະ​ພາບ ບັນ­ຍາ­ກາດ​ຂອງ​ການ​ລົງ­ທຶນ​ເປັນ​ໄປ​ຕາມ​ລະ­ບົບ​ລະ­ບຽບ ຊຸກ­ຍູ້​ໃຫ້​ແກ່​ການ​ຂະ­ຫຍາຍ​ເສດ­ຖະ­ກິດ-ສັງ­ຄົມ ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.