ມະຫາສິລາ ວີຣະວົງສ໌ ກ່ອນທີ່ເພິ່ນຍັງບໍ່ທັນເສຍຊີວິດ ແມ່ນເປັນພະນັກງານຊ່ຽວຊານ ຢູ່ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ, ກະຊວງສຶກສາທິການ, ທ່ານເປັນຜູ້ຊົງຄຸນວຸດທິ ທີ່ໃຫ້ຄໍາປຶກສາຫລາຍດ້ານຢູ່ໃນສະຖາບັນ ເຊັ່ນ : ປະຫວັດສາດ, ພາສາ-ວັນນະຄະດີ, ອັກສອນສາດ, ໂຫລາສາດ.
ໃນພິທີຊາປະນະກິດສົບ ມີແຂກຜູ້ມີກຽດ ທັງລາວ ແລະ ຕ່າງປະເທດ ໄປຮ່ວມສະແດງຄວາມເຄົາລົບ ແລະ ໄວ້ອາໄລແດ່ທ່ານ ເປັນຈໍານວນມາກ. ທ່ານ ພູມີ ວົງວິຈິດ ຜູ້ວ່າການແທນປະທານ ປະເທດ ໃນຂະນະນັ້ນ ກໍໄດ້ໃຫ້ກຽດໄປຮ່ວມພິທີດ້ວຍ.
ຕະຫລອດຊີວິດຂອງທ່ານ ມະຫາສິລາ ໄດ້ອຸທິດຕົນເພື່ອການຟື້ນຟູ ພາສາ-ວັນນະຄະດີ ແລະ ອັກສອນສາດລາວ, ໄດ້ຕໍ່ສູ້ຕ້ານກັບພວກທີ່ຢາກເອົາອັກສອນລາແຕງ ມາໃຊ້ແທນອັກສອນລາວ ໃນຕົ້ນຊຸມປີ 1930 ແລະ ເມື່ອມີມະຕິຕົກລົງໃຫ້ໃຊ້ອັກສອນ ລາວ ຂຽນພາສາລາວແລ້ວ ທ່ານກໍໄດ້ພະຍາຍາມເສີມຂະຫຍາຍອັກສອນລາວ ໃຫ້ທັນສະໄຫມຂຶ້ນ ໂດຍເພີ່ມວັນນະຍຸດເຂົ້າ ເພື່ອໃຫ້ອ່ານຫນັງສືລາວງ່າຍຂຶ້ນ, ແຕ່ງຫລັກໄວຍາກອນລາວຂຶ້ນ ເພື່ອໃຫ້ການຂຽນຫນັງສືລາວເປັນລະບຽບ ຖືກຕ້ອງຕາມ ຫລັກເກນ, ແຕ່ງວັດຈະນານຸກົມພາສາລາວ, ປະລິວັດຫນັງສືວັນນະຄະດີບູຮານ ມາເປັນອັກສອນສະໄຫມໃຫມ່ ດັ່ງທີ່ເຮົາໄດ້ອ່ານກັນຢູ່ໃນທຸກວັນນີ້.
ເຊັ່ນເລື່ອງ:
ສັງສິນໄຊ, ນາງຕັນໄຕ, ສຽວສະຫວາດ, ເວດສັນດອນຊາດົກ, ທ້າວຮຸ່ງ–ທ້າວເຈືອງ ແລະ ອື່ນໆ.
ໃນດ້ານພຸດທະສາສະຫນາ ມະຫາສິລາ ເປັນອາຈານສອນພາສາບາລີ ຢູ່ໃນໂຮງຮຽນສົງ ຊຶ່ງຂຶ້ນກັບ ພຸດທະບັນດິດຕະ ສະພາ ຈັນທະບູລີ ອັນເປັນສະຖາບັນແຫ່ງ ທໍາອິດຂອງປະເທດລາວ ໃນຕົ້ນຊຸມປີ 1930 ທ່ານໄດ້ຂຽນ ຕໍາລາຮຽນພາສາບາລີ. ຊໍາລະແກ້ໄຂ ຫນັງສືສູດມົນ ແລະ ຕໍາລາຕ່າງໆ ສໍາລັບໃຊ້ໃນໂຮງຮຽນດັ່ງກ່າວນີ້.
ນອກນັ້ນ ຍັງໄດ້ຄໍານວນປະຕິທິນລາວ ອອກມາຮັບໃຊ້ເປັນເທື່ອທໍາອິດ ຄຽງຄູ່ກັບ ປະຕິທິນສາກົນ.
ໃນດ້ານປະຫວັດສາດ ທ່ານໄດ້ແຕ່ງປຶ້ມປະຫວັດສາດລາວ ຫົວທໍາອິດຂຶ້ນ ພິມໂດຍກະຊວງສຶກສາທິການ. ໃນຖານະທີ່ທ່ານເອງ ກໍເປັນນັກເຄື່ອນໄຫວຢູ່ໃນ ຂະບວນລາວອິດສະຫລະ ທ່ານຈຶ່ງມີສ່ວນຮ່ວມໃນການປະກາດເອກະລາດລາວ ໃນວັນທີ 12 ຕຸລາ 1945 ທັງໄດ້ຮັບກຽດເປັນທີ່ປຶກສາຂອງລັດຖະບານລາວອິດສະລະ ແລະ ເປັນຜູ້ຫນຶ່ງ ທີ່ຮ່ວມອອກແບບ ທຸງພະຈັນເພັງ ອັນກາຍມາເປັນທຸງຊາດໃນປັດຈຸບັນ.
ທີ່ມາຂອງຂໍ້ມູນ: ຖອກມາຈາກ ປຶ້ມ ຮີດ 12