
ວັນທີ 5 ມິີນາ 2019 ນີ້, ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ຮ່ວມກັບອົງການ ສາກົນບໍລິການປະຊາຊົນ ຫຼື PSI/Lao ໄດ້ຈັດພິທີເປີດນໍາໃຊ້ເວັບໄຊ໌ ແລະສື່ສັງຄົມອອນລາຍ ກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະສິ່ງແວດລ້ອມ, ທ່ານ ດຣ ອານົນ ເຊືອກວົງສ ຫົວໜ້າ ສູນສຸຂະພາບແມ່ ແລະເດັກ, ທ່ານ ສີຫາມະໂນ ບັນນະວົງ ຮອງຜູ້ອໍານວຍການ PSI/Lao, ມີຜູ້ຕາງໜ້າຈາກສູນກາງຊາວໜຸ່ມ, ສະຫະພັນແມ່ຍິງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
“ຮັກມີແຜນ” ເປັນເວັບໄຊ ແຫຼ່ງການຮວບຮວມຂໍ້ມູນ, ເພື່ອຕອບສະໜອງຂໍ້ມູນຂ່າວສານ ແລະໃຫ້ຄໍາປຶກສາດ້ານສຸຂະພາບຈະເລີນພັນ ໃຫ້ແກ່ໄວໜຸ່ມ ແລະ ປະຊາຊົນລາວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະສະດວກສະບາຍໂດຍຜ່ານ ເວັບໄຊ໌, ວິດີໂອ ແລະສື່ສັງຄົມອອນລາຍ www.hukmiplan.com ແລະ Facebook Page/hukmiplan. ເວັບໄຊ໌ ນີ້ ປະກອບດ້ວຍຂໍ້ມູນກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນ, ການມີຊີວິດທີ່ປອດໄພ ແລະສຸຂະພາບດີ, ສິດທິທາງເພດ, ຮູບແບບຕ່າງໆຂອງວິທີຄຸມກໍາເນີດ, ສິ່ງທີ່ຄວນປະຕິບັດເວລາຖືພາ ແລະຍັງເປັນບ່ອນທີ່ສາມາດສອບຖາມກ່ຽວກັບບັນຫາຕ່າງໆກ່ຽວກັບສຸຂະພາບຈະເລີນພັນ. ນອກນີ້ຍັງມີວິດີໂອ ກ່ຽວກັບການວາງແຜນຄອບຄົວ, ສຸຂະພາບຈະເລີນພັນຈໍານວນ 21 ເລື່ອງ 5 ພາສາຄື: ພາສາລາວ, ມົ້ງ, ກຶມມຸ, ລະແວ ແລະພາສາ ອາຂ່າ ລວມທັງໝົດມີ 105 ວິດີໂອ.

ຄຽງຄູ່ກັນກັບເວັບໄຊ໌ດັ່ງກ່າວ ຍັງມີ Inbox Facebook messengers ແລະ ເບີສາຍດ່ວນ 020 55566617 ທີ່ໃຫ້ຄໍາປຶກສາກ່ຽວກັບການລຸລູກແບບປອດໄພ, ດູແລຫຼັງການລຸລູກ ພ້ອມທັງໃຫ້ຄໍາປຶກສາກ່ຽວກັບ ການວາງແຜນຄອບຄົວໃຫ້ກັບໄວໜຸ່ມທຸກໆຄົນ.
ທັງນີ້ ກໍເພື່ອເຮັດໃຫ້ບຸກຄົນໃນຫຼາກຫຼາຍຊົນເຜົ່າໃນທົ່ວປະເທດ ໄດ້ມີໂອກາດເຂົ້າເຖິງ ຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນໄດ້ຢ່າງວ່ອງໄວ, ສະດວກສະບາຍ, ແນໃສ່ເພື່ອສ້າງ ແລະແລະເສີມຂະຫາຍການຍອມຮັບ ແລະຖອ້ລົມກ່ຽວກັບສຸຂະພາບຈະເລີນພັນໃນສັງຄົມໄດ້ຫຼາຍຂຶ້ນ, ເພື່ອໃຫ້ທຸກຄົນສາມາດຮຽນຮູ້ວິທີປ້ອງກັນ ແລະການມີເພດສໍາພັນແບບປອດໄພ, ຫຼີກເວັ້ນການຖືພາແບບບໍ່ຕັ້ງໃຈ ແລະພະຍາດຕິດຕໍ່ທາງເພດສໍາພັນ, ເພື່ອໃຫ້ໄວໜຸ່ມຍິງ-ຊາຍ ເຂົ້າໃຈກ່ຽວກັບສິດທິທາງເພດ.