Wednesday, July 9, 2025
Kbank Laos โอน รับ จ่าย

ປະກາດ! ວິທະຍາໄລຣັຕນະບໍລິຫານທຸລະກິດ ຍົກ​ຖາ​ນະເປັນສະຖາບັນ​ແລ້ວ!

ທີ່ນະຄອນຫຼວງວຽງຈັນ ວິທະຍາໄລຣັຕນະບໍລິຫານທຸລະກິດ ໄດ້ມີພິທີປະກາດຍົກຖານະວິທະຍາໄລຣັຕນະບໍລິຫານທຸລະກິດຂຶ້ນເປັນສະຖາບັນຣັຕນະບໍລິຫານທຸລະກິດຢ່າງເປັນທາງການໂດຍເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ສົມເພັດ ຣັຕນະສິມ ປະທານສະຖາບັນຣັຕນະບໍລິຫານທຸລະກິດ, ມີຫົວໜ້າກົມ, ພະແນກການກ່ຽວຂ້ອງ ພ້ອມດ້ວຍບັນດາຄູອາຈານ ແລະນັກສຶກສາເຂົ້າຮ່ວມ.

ທ່ານ ບຸນເທືອງ ມຸນລາສີ ຫົວໜ້າສະຖາບັນຣັຕນະບໍລິຫານທຸລະກິດກ່າວວ່າ: ວິທະຍາໄລຣັຕະບໍລິຫານທຸລະກິດໄດ້ກຳເນີດມາຈາກໂຮງຮຽນຣັຕນະການຄ້າສ້າງຕັ້ງຂຶ້ນໃນປີ 1974, ໂຮງຮຽນຣັຕນະການຄ້າໄດ້ຖືກຍົກຖານະຂຶ້ນເປັນວິທິຍາໄລຣັຕນະບໍລິຫານທຸລະກິດໃນປີ 1994 ຊຶ່ງໃນເບື້ອງຕົ້ນໄດ້ສອນວິຊາຊີບ ໄລຍະສັ້ນດ້ານພິມດີດ, ເລຂານຸການ, ການບັນຊີ ແລະພາສາອັງກິດ, ຕໍ່ມາໄດ້ ສອນລະດັບປະລິນຍາຕີໃນປີ 2002, ຜະລິດນັກສຶກສາອອກຮັບໃຊ້ປະເທດຊາດ ແລະສັງຄົມໄດ້ 13 ລຸ້ນ, ມີຫຼັກສູດ 5 ສາຂາວິຊາຄື: ການຈັດການທົ່ວໄປ, ການເງິນ-ການທະນາຄານ, ການຕະຫຼາດ, ການບັນຊີ ແລະພາສາອັງກິດທຸລະກິດ, ປີ2006 ໄດ້ສອນລະດັບປະລິນຍາໂທຜະລິດນັກສຶກສາໄດ້ 8 ລຸ້ນ ມີ 5 ສາ ຂາວິຊາຄື: ການຈັດການ, ການເງິນ, ການບັນຊີ, ການຕະຫຼາດ ແລະເຕັກໂນໂລຊີຂໍ້ມູນຂ່າວສານ (IT) ມີຜູ້ສໍາເລັດການສຶກສາຫຼາຍພັນຄົນ, 90% ຂອງ ຜູ້ສຳເລັດການສຶກສາມີວຽກເຮັດງານທຳ, ວິທະຍາໄລຣັຕນະບໍລິຫານທຸລະກິດມີສຳນັກງານໃຫຍ່ຕັ້ງຢູ່ບ້ານສະພານທອງ ເມືອງສີສັດຕະນາກ ແລະ ອີກບ່ອນຕັ້ງຢູ່ບ້ານອີໄລ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ແລະມີ ສາຂາ 2 ແຫ່ງຄື ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ.

ທ່ານ ບຸນເທືອງ ມຸນລາສີ ກ່າວວ່າ: ກອງປະຊຸມສະພາການສຶກສາຊັ້ນສູງ ໄດ້ຈັດຂຶ້ນໃນທ້າຍປີຜ່ານມາຊຶ່ງໄດ້ຕົກລົງເຫັນດີເປັນເອກະພາບຍົກຖານະວິທະ ຍາໄລຣັຕນະບໍລິຫານທຸລະກິດຂຶ້ນເປັນ ສະຖາບັນຣັຕນະບໍລິຫານທຸລະກິດ ແລະ ໃນວັນທີ 6 ກຸມພາ 2019 ທ່ານລັດຖະ ມົນຕີກະຊວງສຶກສາທິການ ແລະກິລາ ກໍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການ ຍົກຖານະວິທະຍາໄລຣັຕນະບໍລິຫານທຸລະກິດ ຂຶ້ນເປັນສະຖາບັນຣັຕນະບໍລິຫານທຸລະກິດ ແລະຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະອະນຸມັດນຳໃຊ້ຫຼັກສູດປະລິນຍາຕີ ໃຫ້ແກ່ສະຖາບັນຣັຕນະບໍລິຫານທຸລະກິດ ເພື່ອຈັດຕັ້ງການຮຽນການສອນຕໍ່ໄປ, ໂດນເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງ ດັ່ງກ່າວ ທາງວິທະຍາໄບຣັຕນະບໍລິຫານທຸລະກິດຈຶ່ງໄດ້ຈັດພິທີເປີດສະຖາບັນຣັຕນະບໍລິຫານທຸລະກິດຢ່າງເປັນທາງການ.

ທີ່​ມາ: ນສພ ເສດຖະກິດສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.