ເມືອງຄູນ ຢູ່ຫ່າງຈາກຕົວ ເມືອງໂພນສະຫວັນ (ເມືອງແປກ) ແຂວງຊຽງຂວາງໄປທາງທິດເໜືອ ປະມານ 30 ກິໂລແມັດ, ເປັນເມືອງ ທີ່ເກົ່າແກ່ແຫ່ງໜຶ່ງໃນລາວເຮົາ ທີ່ ຕັ້ງຢູ່ທາງພາກເໜືອ; ເມືອງນີ້ມີຊື່ ສຽງໂດ່ງດັ່ງໄປທົ່ວໂລກ ເນື່ອງຈາກເປັນເມືອງທີ່ມີຮ່ອງຮອຍປະຫວັດສາດເກົ່າແກ່ ແລະ ເຄີຍມີກະສັດປົກຄອງມາແລ້ວເຖິງ 23 ພະອົງ. ນອກນີ້, ເມືອງຄູນ ຍັງເຄີຍເປັນອານາຈັກ ຫລື ແຄວ້ນໜຶ່ງທີ່ຍິ່ງໃຫຍ່ ໃນສະໄໝກ່ອນ, ໂດຍເຈົ້າຟ້າງຸ່ມ ໄດ້ລວບລວມລາວ ໃນກາງສະຕະວັດທີ 14 ແລະ ເປັນເມືອງທີ່ມີຮ່ອງຮອຍວັດທະນະທຳບູຮານຢ່າງຫລວງຫລາຍ, ມີຕຳນານພົງສາວະດານສືບຕໍ່ກັນມາແຕ່ດົນນານ.
ມາຮອດປັດຈຸບັນ, ສິ່ງທີ່ເປັນຮ່ອງຮອຍອະລິຍະທຳທີ່ເກົ່າແກ່ຍັງ ປະໄວ້ເປັນ ອະນຸສອນສະຖານກໍຄື ວັດເພຍວັດ, ທາດຝຸ່ນ, ທາດຈອມເພັດ, ວັດສີພົມ, ທາດດຳ ແລະ ຊາກຮ່ອງຮອຍ ຂອງໂຮງໝໍເກົ່າອື່ນໆ ອີກ. ດັ່ງທານປະທານແນວໂຮມ ບ້ານເພຍວັດ ໃຫ້ຮູ້ວ່າ: ວັດເພຍວັດ ຕັ້ງຢູ່ໃຈກາງຂອງເມືອງຄູນ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນ ດິນແດນຂອງເມືອງພວນ; ຄື: ໃນປີ ຈສ 744 ໄລ່ ມາຮອດປັດຈຸບັນ ແມ່ນມີອາຍຸ 687 ປີແລ້ວ. ວັດເພຍວັດຈຶ່ງເປັນບ່ອນຮ່ຳຮຽນຂອງພະສົງສາມະເນນໃນຍຸກນັ້ນ. ຕົກມາ ຮອດຊຸມປີ ຄສ 1874, ສົງຄາມພາຍນອກໄດ້ເຂົ້າມາມ້າງເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກເພື່ອຊອກຫາໂລຫະທີ່ມີຄ່າ, ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດ ປີ ຄສ 1953, ໄດ້ຖືກສົງຄາມຂອງ ຈັກກະພັດທໍາລາຍສິມ ແລະ ພະພຸດທະຮູບເພພັງຢ່າງໜັກ. ຕໍ່ມາຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງເມືອງພວນ ໄດ້ນຳພາປະຊາຊົນ ຊາວເມືອງພວນປະຕິສັງຂອນວັດ ແລະ ສິມຄືນໃໝ່, ເຮັດໃຫ້ມີຄວາມສວຍງາມຄືກັນກັບສະໄໝກ່ອນ. ມາຮອດປີ ຄສ 1969, ໄດ້ຖືກສົງຄາມທຳລາຍອີກຈົນໝົດກ້ຽງ ເຊິ່ງຍັງເຫລືອພຽງແຕ່ພະພຸດທະຮູບທີ່ສະຖິດຕາກແດດ-ຕາກຝົນຢູ່ຫລາຍຟ້າຫລາຍປີ ໃຫ້ເຮົາໄດ້ເບິ່ງຈົນເຖິງທຸກວັນນີ້. ວັດເພຍວັດໄດ້ປັບປຸງບູລະນະປະຕິສັງຂອນຄືນໃໝ່ ເພື່ອປົກປັກຮັກສາຄວາມສວຍງາມຂອງ ພະພຸດທະຮູບ ແລະ ສິມ ເກົ່າເອົາໄວ້. ນອກຈາກນີ້, ຍັງມີອີກສິ່ງໜຶ່ງທີ່ຈຳ ເປັນຫລາຍ ເຊິ່ງຈະຕ້ອງໄດ້ຮັບ ການແກ້ໄຂເຊັ່ນ: ບ່ອນຈອດລົດ ຂອງນັກທ່ອງທ່ຽວ ແລະ ປະຊາຊົນ ທີ່ມາເຮັດບຸນສິນກິນທານ ຢູ່ວັດ ແຫ່ງນີ້.
ນອກຈາກນີ້, ຍັງມີທາດຝຸ່ນທີ່ ຕັ້ງຢູ່ໃຈກາງຂອງເມືອງຄູນ ເຊິ່ງມີປະຫວັດອັນຍາວນານ ຄືໃນປີ ຈສ 307 ໄດ້ປະດິດສະຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາພະພຸດທະເຈົ້າຢູ່ອິນເດຍກໍໄດ້ປະລິນິພານ, ປະຊາຊົນຈຶ່ງໄດ້ພາກັນຈູດເຜົາສົບ ຂອງພະພຸດທະເຈົ້າ, ແລ້ວໄດ້ປະ ກາດໃຫ້ຜູ້ຄົນທົ່ວໂລກທີ່ນັບຖືສາສະໜາພຸດມາເອົາກະດູກຂອງພະພຸດທະເຈົ້າໄປບູຊາ ໂດຍການສ້າງທາດໃສ່. ແຕ່ຊາວຊຽງຂວາງ ຜັດ ໄປຊ້າ ເລີຍໄດ້ແຕ່ຝຸ່ນຈຶ່ງໄດ້ນຳມາເກັບໄວ້ທາດດັ່ງກ່າວ ໂດຍການສ້າງກວມເອົາທາດເກົ່າ ໃຫ້ໃຫຍ່ໂຕກວ່າແຕ່ກ່ອນ ເຊິ່ງກະສັດເມືອງ ພວນອົງທີ 24 ເປັນຜູ້ສັ່ງໃຫ້ກໍ່ສ້າງຂຶ້ນ. ນອກນັ້ນ, ທ່ານຍັງເປັນຜູ້ທີ່ນຳເອົາສາສະໜາພຸດ ເຂົ້າມາເມືອງພວນ ແລະ ນັບແຕ່ນັ້ນມາໃນທຸກໆປີໃໝ່ລາວ, ຊາວເມືອງພວນ ກໍໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນເຊິ່ງກັນ ແລະ ກັນຢູ່ທາດແຫ່ງນີ້. ຈົນມາຮອດ ປີ, ຄສ 1874 ທາດດັ່ງກ່າວໄດ້ຖືກສົງຄາມເສິກ ຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນຄຳ ທີ່ມີຄ່າອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມລົງຕໍ່ມາຮອດສະໄໝ ເຈົ້າແຂວງຊາຍຄຳ ເປັນເຈົ້າແຜ່ນດິນ ເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດປີ ຄສ 1969 ພັດຖືກສົງຄາມຂອງຈັກກະພັດອາເມລິກາທຳລາຍຊຸດໂຊມລົງອີກຄືດັ່ງທີ່ເຮົາເຫັນໃນທຸກວັນນີ້.
ທີ່ມາ: ຂປລ