Friday, March 21, 2025

ເຜີຍແຜ່ບາງນິຕິກຳລຸ່ມກົດໝາຍສົ່ງເສີມການລົງທຶນຫຼັງການປັບປຸງຫຼ້າສຸດ

ກອງປະຊຸມຝຶກອົບຮົມວຽກງານການໃຫ້ນະໂຍບາຍສົ່ງເສີມການລົງທຶນ ແລະ ເຜີຍແຜ່ບາງນິຕິກຳລຸ່ມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2019 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງມີບັນດາພະແນກ ແຜນການ ແລະ ການລົງທຶນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ຄໍາຈັນ ວົງແສນບູນ ກ່າວວ່າ: ສປປ ລາວ ມີກົດໝາຍວ່າດ້ວຍສົ່ງເສີມການລົງທຶນໃນຊຸມທ້າຍປີ 1980 ແລະ ກໍ່ໄດ້ມີການປັບປຸງມາໂດຍຕະຫຼອດ ມາຮອດປີ 2016 ໄດ້ມີການປັບປຸງເປັນຄັ້ງທີ 4 ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ໄດ້ຖືກຮັບຮອງເອົາໂດຍສະພາແຫ່ງຊາດ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດຕັ້ງ ແລະ ຜັນຂະຫຍາຍໂດຍສ້າງນິຕິກຳລຸ່ມກົດໝາຍສຳເລັດແລ້ວ 11 ສະບັບ ແລະ ກຳລັງສ້າງນິຕິກຳລຸ່ມກົດໝາຍຈຳນວນໜຶ່ງເພື່ອໃຫ້ມີຂໍ້ສະດວກໃນການຈັດຕັ້ງປະຕິບັດທີ່ເປັນເອກະພາບໃນທົ່ວປະເທດ ໂດຍແນໃສ່ອຳນວຍຄວາມສະດວກແກ່ນັກທຸລະກິດທີ່ຈະມາລົງທຶນໃນ ສປປ ລາວ ໃຫ້ມີຄວາມສະດວກສະບາຍວ່ອງໄວຂຶ້ນກວ່າເກົ່າ.

ກອງປະຊຸມ ແມ່ນໄດ້ຮັບຟັງການສະເໜີບົດກ່ຽວກັບບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາຫະກິດ ສະບັບເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 ຈາກກົມສົ່ງເສີມການລົງທຶນ, ບົດສະເໜີກ່ຽວກັບລະບຽບການ ແລະ ຂັ້ນຕອນການແຈ້ງພາສີແກ່ບັນດາວິສາຫະກິດທີ່ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນຈາກກົມພາສີ, ກະຊວງການເງິນ, ບົດລະບຽບ ແລະ ຂັ້ນຕອນກ່ຽວກັບການນຳໃຊ້ແບບຟອມແຜນການປະຈຳປີຂອງບັນດາໂຮງງານເຮັດການຜະລິດຈາກກົມອຸດສາຫະກຳ ແລະ ການຄ້າ

ເພື່ອແນ່ໃສ່ການຈັດຕັ້ງປະຕິບັດການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການດຳເນີນງານໃນການອະນຸມັດຮັບຮອງ ແຜນນຳເຂົ້າຕາມກົດໝາຍ ແລະ ລະບຽບການກຳນົດໃຫ້ມີຄວາມເປັນເອກະພາບລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມກັນນີ້ກໍ່ຍັງໄດ້ຮັບຟັງບົດສະເໜີກ່ຽວກັບດຳລັດວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ ລົງວັນທີ 10 ມັງກອນ 2019, ຄໍາແນະນໍາກ່ຽວກັບການພິຈາລະນາອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງທີ່ດິນໃຫ້ເຊົ່າ ຫຼື ສຳປະທານ ສຳລັບການປູກພືດກະສິກຳ, ຂໍ້ຕົກລົງວ່າດ້ວຍການວາງເງິນຄ້ຳປະກັນສຳລັບກິດຈະການສຳປະທານ ສະບັບເລກທີ 2735/ກຜທ, ລົງວັນທີ 02 ພະຈິກ 2018.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່