Sunday, April 19, 2026
Kbank Laos โอน รับ จ่าย
-->

ແມ່ຍິງລາວຍຸກໃໝ່ ສະຫຼຽວສະຫຼາດ! ສະເໝີພາບເທົ່າທຽມເພດຊາຍ

ພາບປະກອບ

ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ເປັນ​ອົງ­ການ​ຈັດ​ຕັ້ງ​ມະ­ຫາ­ຊົນຂອງພັກ ແລະ ເປັນ​ອົງ­ການ​ພາ­ຄີ​ຂອງ ສາ­ກົນ ຈະ​ຮ່ວມ​ກັບ​ແມ່­ຍິງ​ໃນ​ທົ່ວໂລກ ແລະ ແມ່­ຍິງ​ລາວ​ໃນ​ທົ່ວ​ປະເທດ ສະ­ເຫລີມ­ສະ­ຫລອງ​ວັນ​ແມ່­ຍິງສາ­ກົນ ຄົບ­ຮອບ 109 ປີ ພາຍ​ໃຕ້​ຄໍາຂວັນ  “ຄິດ​ຢ່າງ​ສະ­ເໝີ­ພາບ, ສ້າງຄວາມ​ສະ­ຫລາດ, ປະ­ດິດ​ສ້າງ​ເພື່ອການ​ປ່ຽນ­ແປງ” ແລະ ໃນ​ປີ​ກາຍ​ນີ້ ແມ່­ຍິງ​ລາວ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ຂວັນ “ເຖິງ​ເວ­ລາ​ແລ້ວ​ທີ່​ທຸກ​ຄົນ ຮ່ວມ​ມື​ກັນ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່ ຂອງ​ແມ່­ຍິງ​ໃນ​ຕົວ​ເມືອງ ແລະ ຊົນນະ​ບົດ​ໃຫ້​ດີ​ຂຶ້ນ”; ພ້ອມ​ທັງ​ສືບ­ຕໍ່​ພັດ ທະ​ນາ​ຄວາມ​ສະ­ເໝີ­ພາບ ຍິງ-​ຊາຍ ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ປະ­ເທດຊາດ”, ຂໍ້​ແຂ່ງ­ຂັນ 3 ດີ ຂອງ​ສະ­ຫະພັນ​ແມ່­ຍິງ​ລາວ​ຕິດພັນ​ກັບ​ຂະ­ບວນ ແຂ່ງ­ຂັນ​ຮັກ​ຊາດ​ພັດ­ທະ­ນາ ແລະ ວຽກ​ງານ 3 ສ້າງ ເຂົ້າ​ສູ່​ລວງ​ເລິກ.

ຄື​ດັ່ງ​ທີ່​ຮູ້​ແລ້ວ​ວ່າ: ພາຍ​ໃຕ້​ລະບອບ​ຂ້າ​ທາດ, ສັກ­ດິ­ນາ ແລະ ນາຍທຶນ; ແມ່­ຍິງ​ໃນ​ທົ່ວ​ໂລກ ໄດ້​ຕົກ​ຢູ່​ໃນແອກ​ປົກ­ຄອງ​ຂອງລະ­ບອບ​ການເມືອງ​ທີ່​ຈໍາ​ກັດ​ສິດ­ທິ ແລະ ເສ­ລີ­ພາບຂອງ​ແມ່­ຍິງ ​ລວມ​ທັງ​ແອກ​ກົດ​ຂີ່ຂົ່ມ​ເຫັງ​ຂອງ​ຜູ້​ຊາຍ ໂດຍ​ສະ­ເພາະຜູ້​ເປັນ​ສາ­ມີ (ຜົວ); ເມື່ອ​ເປັນ​ແນວນັ້ນ ແມ່­ຍິງ​ໃນ​ບັນ­ດາ​ປະ­ເທດ​ທົ່ວໂລກ ຈຶ່ງ​ສາ­ມັກ­ຄີ​ກັນ​ເຂົ້າ ແລະ ໄດ້ຕໍ່­ສູ້​ທວງ​ເອົາ​ສິດ ແລະ ຄວາມ​ສະ­ເໝີພາບ ຍິງ-​ຊາຍ ໂດຍ​ໄດ້​ສືບ​ທອດ​ຂະ ​ບວນ​ການ​ຕໍ່­ສູ້​ຂອງ​ແມ່­ຍິງ​ສະ­ຫະລັດ​ອາ​ເມ​ຣິ​ກາ ໃນ​ປີ 1910 ຂະ­ບວນການ​ຕໍ່­ສູ້​ຂອງ​ແມ່­ຍິງ ໄດ້​ແຜ່​ຂະຫຍາ​ຍ​ກວ້າງ​ອອກ​ສູ່​ບັນ­ດາ​ປະ­ເທດນາຍ­ທຶນ​ໃນ​ເອີ​ຣົບ ແລະ ໃນ​ປີ​ນີ້​ເອງ ກອງ​ປະ­ຊຸມ​ສາ­ກົນ​ຄັ້ງ​ທໍາ​ອິດ​ກ່ຽວກັບ​ບັນ­ຫາ​ແມ່­ຍິງ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫລວງ ໂກ​ເປັນ​ຮາກ, ປະ­ເທດດານ​ມາກ ແລະ ຕົກ­ລົງ​ເອົາ​ບັນ­ຫາ​ສໍາ​ຄັນ​ຕ່າງໆ​ຂອງ​ແມ່­ຍິງ ​ລວມ​ທັງ ຮັບ­ຮອງ​ເອົາ​ວັນ​ທີ 8 ມີ­ນາ ທຸກໆ​ປີ ເປັນ​ວັນ​ແມ່­ຍິງ​ສາ​ກົນ.

ສະ­ນັ້ນ, ວັນ​ທີ 8 ມີ­ນາ ເປັນ​ວັນ​ທີ່​ມີ ຄວາມ​ໝາຍ​ສໍາ​ຄັນ​ຍິ່ງ, ເປັນ​ເຫດການ​ການ­ເມືອງ ແລະ ທັງ​ເປັນ​ຂີດໝາຍ​ແຫ່ງ​ໄຊ­ຊະ­ນະ ທີ່​ເປັນ​ພື້ນ­ຖານ ຂອງ​ຂະ­ບວນ​ການ​ແມ່­ຍິງ​ສາ­ກົນ ຕໍ່­ສູ້​ທວງ​ເອົາ​ສິດ­ຜົນ­ປະ­ໂຫຍດ​ອັນຊອບ​ທໍາ ເພື່ອ​ປົດ​ປ່ອຍ​ຕົນ​ເອງ ແລະ ທວງໃຫ້​ມີ​ສິດ​ສະ­ເໝີ­ພາບ, ປະ­ຊາ​ທິປະ​ໄຕ ເທົ່າ​ທຽມ​ກັບ​ເພດ​ຊາຍ, ທວງໃຫ້​ນາຍ­ທຶນ ແກ້​ໄຂ​ຊີ­ວິດ​ການ​ເປັນ ຢູ່​ພາຍ​ໃຕ້​ຄໍາຂັວນ “ຜູ້​ໜຶ່ງ​ເຮັດ​ວຽກ ມື້­ໜຶ່ງ 8 ຊົ່ວ­ໂມງ, ແມ່­ຍິງ ແລະ ຜູ້​ຊາຍ ເຮັດ​ວຽກ​ຄື​ກັນ ຕ້ອງ​ໄດ້​ຮັບ​ເງິນເດືອນ​ເທົ່າ​ກັນ, ຕ້ອງ​ມີ​ລະ­ບອບ​ປ້ອງ ກັນ​ສຸ­ຂະ­ພາບ​ຂອງ​ແມ່­ຍິງ ແລະ ເດັກ­ນ້ອຍ, ຕ້ານ​ສົງ­ຄາມ​ຮຸກ​ຮານ, ປົກ​ປັກ​ຮັກ­ສາ​ສັນ­ຕິ­ພາບ​ໂລກ”.

​ສໍາ​ລັບ​ຢູ່​ປະ­ເທດ​ລາວ; ພາຍ​ໃຕ້ ລະ­ບອບ​ສັກ­ດິ­ນາ ແລະ ລ່າ​ເມືອງ ຂຶ້ນ​ແບບ​ເກົ່າ-​ແບບ​ໃໝ່ ຢຶດ​ຄອງ, ແມ່­ຍິງ​ລາວ ບັນ­ດາ­ເຜົ່າ ໄດ້​ຖືກ​ຂູດຮີດ​ຢ່າງ​ແສນ​ສາ­ຫັດ, ແມ່­ຍິງ​ຕ້ອງໄດ້​ປະ​ເຊີນ​ກັນ 3 ແອກ​ທີ່​ຮ້າຍ​ກາດ ແລະ  ມີ​ແມ່​ຍິງ​ຈໍາ​ນວນ​ບໍ່​ໜ້ອຍ​ກາຍ ເປັນ​ຂ້ອຍ​ຂ້າ​ມ້າ​ຕ່າງ, ເປັນ​ນາງ ​ບໍາ​ເ​ລີ ເປັນ​ດອກ​ໄມ້​ໃຫ້​ເພດ​ກົງ­ກັນ­ຂ້າມ​ເຊີຍ​ຊົມ, ຫາກ​ເວົ້າ​ເຖິງ​ການ​ເຄື່ອນ ໄຫວ​ທາງ​ດ້ານ​ການ­ເມືອງ ແມ່ນ​ບໍ່​ມີຈັກ​ດີ້, ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ຜູ້​ຊາຍ ທີ່​ເປັນ​ຜົວໄດ້​ປ່ອຍ­ປະ ແລະ ໂຍນ​ເມຍໄວ້​ຢູ່​ເຮືອນ­ຄົວ ຫລື ເປັນ “ແມ່ເຮືອນ”, ຖ້າ​ອອກ​ໄປ​ເຮັດ​ວຽກ­ບ້ານການ​ຫລວງ ພັດ​ອົງ­ການ​ຈັດ​ຕັ້ງ ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ພວກຂາຍ​ຊາດ ກໍ່​ບໍ່​ຮັບ, ຫາກ​ຮັບ​ກໍ່​ຈະ​ໃຫ້ເງິນ­ເດືອນ ຫລື ຄ່າ​ແຮງ​ຕໍ່າ​ທີ່​ສຸດ; ເວົ້າ​ລວມ​ແລ້ວ​ພາຍ​ໃຕ້​ລະ­ບອບ​ສັກ ດິ​ນາ ແລະ ລ່າ​ເມືອງ​ຂຶ້ນ ແມ່­ຍິງ​ລາວ ບໍ່​ມີ​ສິດ​ສຽງ​ຫຍັງ​ຈັກ​ໜ້ອຍ​ເລີຍ…

ພາຍ​ໃຕ້​ລະ­ບອບ​ໃໝ່ ລະ­ບອບແຫ່ງ​ສິດ​ເປັນ​ເຈົ້າ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​ພາຍ​ໃຕ້​ການ​ນໍາ​ພາຂອງ​ພັກ, ແມ່­ຍິງ​ລາວ ໄດ້​ຮັບ​ການ ຍົກ​ສູງ​ບົດ­ບາດ​ໃນ​ສັງ­ຄົມ, ໃນ​ສະໄໝ​ການ​ປະ­ຕິ­ວັດ​ຊາດ ປະ­ຊາ​ທິ​ປະໄຕ ແມ່­ຍິງ​ລາວ​ບັນ­ດາ­ເຜົ່າ​ໃນ​ທົ່ວປະ­ເທດ​ກໍ​ໄດ້​ຄຽງ​ບ່າ​ຄຽງ​ໄລ່ ຕໍ່­ສູ້ຕ້ານ​ກັບ​ສັກ­ດິ­ນາ, ພວກ​ລ່າ​ເມືອງ ຂຶ້ນ​ເກົ່າ ແລະ ແບບ​ໃໝ່​ໃນ​ສະ­ໜາມ ຮົບ​ແນວ​ຄິດ-​ວັດ​ທະ​ນາ​ທໍາ, ຮ່ວມຂຸມ​ຄອງ​ສູ້​ຮົບ​ໃນ ຫລາຍ​ສະ­ໝໍ​ຣະ ພູມ​ຮົບ​ຢ່າງ​ພິ­ລາດ ອາດ​ຫານ​ທັງ ປົກ​ປັກ​ຮັກ­ສາ​ເຮືອນ​ຊານ​ບ້ານ ຊ່ອງ, ເຂດ​ນໍ້າ​ແດນ​ດິນ, ອອກ­ແຮງຜະ­ລິດ​ສະ­ບຽງ​ອາ­ຫານ, ​ລໍາ​ລຽງສົ່ງ​ໃຫ້​ອ້າຍ​ນ້ອງ ຢູ່​ແນວ​ໜ້າ​ໃນ​ນີ້ ເດັ່ນ​ທີ່​ສຸດ ກໍ່​ມີ​ເອື້ອຍ​ນ້ອງ​ກອງ​ກໍາລັງ​ໄຟ​ເພດ​ຍິງ, ສາວ​ຊຽງ​ຂວາງ ທັງ​ງາມ-​ທັງ​ເກັ່ງ ແລະ ເອື້ອຍ​ນ້ອງ ແຂວງ​ອື່ນໆ ເຊິ່ງ​ສ້າງ​ໄດ້​ວິ​ລະ​ກໍາ ອັນ​ຍິ່ງ​ໃຫຍ່ ເກີດ​ມີ​ວິ­ລະ​ຊົນ​ເລື່ອງ ຈິງ​ຄົນ​ແທ້ ເຊັ່ນ: ແມ່­ເຖົ້າ​ຢົງ​ກາຍ, ທ່ານ​ນາງ ໄຕ​ເພັດ ສີ​ລາ​ເພັດ, ທ່ານ ນາງ ບົວ​ຄໍາ ພົມ­ມະ­ຈັນ ແລະ ທ່ານ ອື່ນໆ ທີ່​ໄດ້​ເດັດ­ດ່ຽວ​ໜຽວ​ແໜ້ນ​ຕໍ່ ສູ້​ຕີ​ສັດ­ຕູ​ໃນ​ທຸກ​ດ້ານ​ປະ­ກອບ­ສ່ວນ ຢ່າງ​ສົມ​ກຽດ​ເຂົ້າ​ໃນ​ການ​ຂຽນ​ໜ້າ ປະ­ຫວັດ­ສາດ​ຂອງ​ຊາດ, ຂອງ​ແມ່ ຍິງ​ລາວ.

ພັກ ແລະ ລັດ­ຖະ­ບານ​ເຮົາ ໄດ້ເອົາ­ໃຈ­ໃສ່ ສ້າງ​ທຸກ​ເງື່ອນ­ໄຂ​ໃຫ້​ແມ່ຍິງ​ລາວ​ບັນ­ດາ­ເຜົ່າ ໄດ້​ມີ​ຊີ­ວິດ​ທີ່​ດີ ຂຶ້ນ​ທາງ​ດ້ານ​ວັດ­ຖຸ ແລະ ຈິດ­ໃຈ, ຍົກສູງ​ສິດ​ສະ­ເໝີ­ພາບ ແລະ ບົດ­ບາດ ຍິງ-​ຊາຍ​ທຽບ​ເທົ່າ​ກັນ​ໃນ​ທຸກດ້ານ; ມາ​ເຖິງ​ປັດ­ຈຸ­ບັນ, ເອື້ອຍ​ນ້ອງແມ່ຍິງ​ລາວ​ບັນ­ດາ­ເຜົ່າ​ສາ­ມາດ ເຂົ້າ​ເຖິງ​ການ​ສຶກ­ສາ, ສາ­ທາ­ລະ­ນະສຸກ, ແຫລ່ງ​ທຶນ… ແລະ ຊີ­ວິດ​ການ ເມືອງ​ຢ່າງ​ເຕັມ​ປ່ຽມ, ມີ​ຫລາຍ​ສະ ຫາຍ​ໄດ້ ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ ຕໍາ​ແໜ່ງ​ລະ­ດັບ​ສູງ​ຂອງ​ພັກ ເປັນ​ກໍາ​ມະ​ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ; ສະ­ເພາະ​ຢູ່​ສະ­ພາ​ແຫ່ງ​ຊາດ ກໍ່​ມີ​ແມ່ ຍິງ​ຄົນ​ທໍາ​ອິດ​ທີ່​ເປັນ​ປະ­ທານ​ສະ ພາ​ແຫ່ງ​ຊາດ ແລະ ລົງ​ຮອດ​ສະ​ມາຊິກ​ສະ­ພາ​ຂັ້ນ​ແຂວງ; ຢູ່​ໃນ​ຄະ­ນະລັດ­ຖະ­ບານ ເປັນ​ລັດ­ຖະ­ມົນ­ຕີ, ຮອງລັດ­ຖະ­ມົນ­ຕີ, ເປັນ​ການ​ນຳ​ຂັ້ນ​ແຂວງ, ລົງ​ຮອດ​ຫົວ­ໜ້າ​ໜ່ວຍ​ຂັ້ນ​ບ້ານ… ໃນ​ທຸກ​ຂົງ­ເຂດ​ຊີ­ວິດ​ສັງ­ຄົມ ລ້ວນແຕ່​ມີ​ການ​ປະ­ກອບ­ສ່ວນ​ຂອງ​ແມ່ຍິງ​ຫລາຍ​ຂຶ້ນ.

ປັດ­ຈຸ­ບັນ; ເອື້ອຍ​ນ້ອງ​ແມ່­ຍິງລາວ ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ຂຶ້ນ​ໃນ ສັງ­ຄົມ​ລາວ ແລະ ເວ­ທີ​ສາ­ກົນ ແລະ ພາກ​ພື້ນ ຊຶ່ງ​ບໍ່​ມີ​ຍຸກ​ໃດ​ສະ­ໄໝ​ໃດ​ທີ່ ແມ່­ຍິງ​ລາວ ຈະ​ໄດ້​ຮັບ​ການ​ເອົາ­ໃຈ ໃສ່​ສູງ​ຂຶ້ນ​ຄື​ທຸກ​ມື້­ນີ້; ຜ່ານ​ມາ​ການ ​ນໍາຂັ້ນ​ສູງ​ຂອງ​ພັກ-​ລັດ, ຄະ­ນະ​ພັກ-ອໍາ​ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ ຂະ­ແໜງ­ການ​ຕ່າງໆ ໄດ້​ມີ ຄວາມ​ເປັນ​ຫ່ວງ-​ເປັນ​ໃຍ​ຕໍ່​ການ​ດໍາ ລົງ​ຊີ­ວິດ​ຂອງ​ແມ່­ຍິງ ໂດຍ​ເອົາ­ໃຈໃສ່​ທາງ​ດ້ານ​ວັດ­ຖຸ ແລະ ຈິດ­ໃຈ ໂດຍສະ­ເພາະ​ໃນ​ກອງ​ປະ­ຊຸມ​ໃຫຍ່-​ກອງ ປະ­ຊຸມ​ທີ່​ສໍາ​ຄັນ​ຂອງ​ສະ­ຫະ­ພັນ​ແມ່ ຍິງ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ ທ້ອງ­ຖິ່ນ ລ້ວນ​ແຕ່​ໄດ້​ຮັບ​ກຽດ​ການເຂົ້າ​ຮ່ວມ​ຂອງ​ບັນ­ດາ​ການ​ນໍາຂັ້ນ ສູງ​ຂອງ​ພັກ ແລະ ລັດ­ຖະ­ບານ, ສ່ວນຢູ່​ທ້ອງ­ຖິ່ນ-​ຂະ­ແໜງ­ການ​ກໍ່​ມີ​ຄະ ນະ​ພັກ-​ອຳ­ນາດ​ການ​ປົກ­ຄອງ​ເຂົ້າຮ່ວມ ຊຶ່ງ​ໄດ້​ສະ­ແດງ​ເຖິງ​ການ​ເອົາໃຈ​ໃສ່​ຊີ້​ນໍາ ແລະ ​ນໍາ​ພາ​ຢ່າງ​ໃກ້​ສິດ ຂອງ​ຂັ້ນ​ເທິງ ຕໍ່​ກັບ​ອົງ­ການ​ສະ­ຫະ ພັນ​ແມ່­ຍິງ ໃນ​ແຕ່​ລະ​ຂັ້ນ.

ໃນ​ຜ່ານ​ມາ; ສູນ​ກາງ​ສະ­ຫະ­ພັນ ແມ່­ຍິງ​ລາວ​ກໍ່​ຄື​ສະ­ຫະ­ພັນ​ແມ່­ຍິງ ແຕ່​ລະ​ຂັ້ນໄດ້​ສຸມ​ສຶກ­ສາ​ອົບ­ຮົມການ­ເມືອງ​ແນວ​ຄິດ ດ້ວຍ​ຫລາຍ​ຮູບ ການ, ສືບ​ຕໍ່​ນໍາ​ພາ​ສະ­ຫະ­ພັນ​ແມ່­ຍິງລາວ ແຕ່​ລະ​ຂັ້ນ​ເປັນ​ເຈົ້າ​ການ​ປະ­ຕິບັດ​ຂໍ້​ແຂ່ງ­ຂັນ 3 ດີ ໃນ​ແຕ່​ລະ​ໄລ­ຍະ ຊຶ່ງ​ມີ​ສະ­ມາ­ຊິກ ສະ­ຫະ­ພັນ​ແມ່­ຍິງ ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ​ທົ່ວ​ປະ­ເທດເພີ່ມ​ຂຶ້ນ, ຄັດ​ເລືອກ​ສະ­ມາ­ຊິກ​ແມ່­ຍິງ 3 ດີ ກວມ​ອັດ­ຕາ​ສ່ວນ​ສູງ, ມີ​ຄອບຄົວ​ຕົວ​ແບບ, ສະ­ຫະ­ພັນ​ແມ່­ຍິງ ບ້ານ-​ເມືອງ 3 ດີ, ສະ­ຫະ­ພັນ​ແມ່­ຍິງໜ່ວຍ, ຮາກ​ຖານ, ກົມ​ກອງ 3 ດີ ເກີດຂຶ້ນ​ຢ່າງ​ຫລວງ­ຫລາຍ ແລະ ເປັນ ຂະ­ບວນ​ຟົດ­ຟື້ນ ໂດຍ​ໄດ້​ຈັດ​ຕັ້ງ​ປະຕິ​ບັດ​ການ​ສ້າງ​ຄອບ­ຄົວ ແລະ ບ້ານ ແມ່­ຍິງ 3 ດີ ຕິດ​ພັນ​ກັບ​ການ​ສ້າງບ້ານ​ພັດ­ທະ­ນາ​ຕາມ​ທິດ 3 ສ້າງ; ພ້ອມ​ນີ້ ທັງ​ສ້າງ​ພະ­ນັກ​ງານ​ນໍາ​ພາ-​ພະ­ນັກ­ງານ​ຄຸ້ມ​ຄອງ; ສ້າງ​ຂະ­ບວນ ການ​ຂອງ​ແມ່­ຍິງ​ຕິດ​ພັນ​ກັບ​ຂະ​ບວນ​ການ​ລວມ​ຂອງ ພັກ-​ລັດ ແລະ ປະ­ກອບ​ສ່ວນ​ເຂົ້າ​ໃນ​ປີ​ທ່ອງ​ທ່ຽວ ລາວ 2018 ແລະ ກິດ​ຈະ​ກໍາສໍາ​ຄັນ ອື່ນໆ​ອີກ ເປັນ­ຕົ້ນ​ໄດ້​ຮ່ວມ​ກັບ​ພາກ ສ່ວນ​ກ່ຽວ­ຂ້ອງ​ສະ­ຫລອງ​ວັນ​ຊັບສິນ​ປັນ­ຍາ ໂລກ​ປີ 2018, ການ​ຈັດຫາ​ທຶນ­ຮອນ​ປັບ­ປຸງ​ຖ້ຳ​ວຽງ​ໄຊ, ເຂົ້າ​ຮ່ວມ​ສະ­ເຫລີມ­ສະ­ຫລອງ​ວັນ ສ້າງ­ຕັ້ງ​ເມືອງ​ວຽງ​ໄຊ ຄົບ­ຮອບ 50 ປີ, ວັນ​ສ້າງ­ຕັ້ງ​ກອງ­ທັບ​ປະ­ຊາ ຊົນ​ລາວ ຄົບ­ຮອບ 70 ປີ ແລະ ບັນຫາ​ສໍາ​ຄັນ​ອື່ນໆ​ອີກ​ຫລາຍ​ດ້ານ.    ພ້ອມ​ນັ້ນ ສະ­ຫະ­ພັນ​ແມ່­ຍິງ​ລາວ ຍັງ​ໄດ້​ມີ​ການ­ເຄື່ອນ­ໄຫວ​ພົວ­ພັນ ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ ໂດຍ​ສະ­ເພາະ​ກັບ ສະ­ຫະ­ພັນ​ແມ່­ຍິງ ຫວຽດ­ນາມ, ແມ່­ຍິງ​ບັນ­ດາ​ປະ­ເທດ ອາ​ຊຽນ ແລະ ອົງ­ການ​ຈັດ​ຕັ້ງ​ສາ­ກົນ ​ຈໍາ​ນວນ​ໜຶ່ງ; ນອກ​ນີ້​ຍັງ​ໄດ້​ເຂົ້າ ຮ່ວມ​ກອງ ປະ​ຊຸມ​ສໍາ​ຄັນ​ຕ່າງ​ລະ­ດັບ ພາກ​ພື້ນ​ແລະ​ສາ­ກົນ, ນອກ​ນີ້ ຍັງ​ມີ ການ​ພົວ­ພັນ ແລະ ຮ່ວມ​ມື​ຈັດ​ຕັ້ງ​ປະ ຕິ​ບັດ​ໂຄງ­ການ​ທີ່​ພົວ­ພັນ​ເຖິງ​ການ ປົກ​ປ້ອງ ແລະ​ພັດ­ທະ­ນາ​ແມ່­ຍິງ​ກັບ ສ ເກົາ­ຫລີ, UNICEF, UNDP,ພົວພັນ​ຮ່ວມ​ມື​ກັບ​ອົງ­ການ OXFAM, ມູນ​ນິ­ທິ​ທະ­ນາ­ຄານ​ຝາກ​ປະ­ຢັດ​ເພື່ອ ການ​ຮ່ວມ​ມື​ສາ­ກົນ​ປະ­ເທດ ​ເຢຍ​ລະມັນ, ກອງ​ທຶນ​ສິ່ງ­ແວດ­ລ້ອມ​ໂລກ, ອົງ­ການ APHEDA, ອົງ­ການ​ຊ່ວຍເຫລືອ​ເດັກ​ສາ­ກົນ ແລະ ອົງ­ການແຄ​ຣ​ນາໆ​ຊາດ​ປະ​ຈໍາ​ລາວ; ສະ­ຫະພັນ​ແມ່­ຍິງ 6 ແຂວງ-​ນະ­ຄອນຫລວງ​ວຽງ​ຈັນ ກໍ່​ໄດ້​ມີການ​ເຄື່ອນ ໄຫວ ແລະ​ແລກ­ປ່ຽນ​ບົດ­ຮຽນ​ຕາມ ພາ­ລະ​ບົດ­ບາດ ແລະ ເງື່ອນ­ໄຂ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.