
ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອເປັນການຟື້ນຟູຄວາມເສຍຫາຍທີ່ ສປປ ລາວ ໄດ້ຮັບໃນປີຜ່ານມາ, ຈຳນວນ 4 ໂຄງການມູນຄ່າ 7,6 ລ້ານໂດລາ ຫຼືປະມານ 60 ຕື້ກວ່າກີບ,ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ມີນາ 2019, ທີ່ຫ້ອງການອົງການສະຫະປະຊາຊາດ ຕາງໜ້າລັດຖະບານຍີ່ປຸ່ນຮ່ວມລົງນາມຂອງທ່ານ ທາເຄຊິ ຣິຄິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ, ທ່ານ Octavian Bivol ຜູ້ຕາງໜ້າອົງການສະກະປະຊາຊາດປະຈໍາລາວ (UNICEF), ທ່ານ Avi SARKAP ທີ່ປຶກສາພາກພື້ນອົງການ UN-Habitat ປະຈໍາລາວ, ທ່ານ Nasar HAYAT ຜູ້ຕາງໜ້າອົງການ FAO ປະຈໍາລາວ, ພ້ອມນັ້ນ ຍັງມີບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ແລະເປັນສັກຂີພິຍານ.
ທ່ານ ທາເຄຊິ ຣິຄິຮາຣະ ກ່າວວ່າ: ໃນນາມຕາງໜ້າໃຫ້ລັດຖະບານ ແລະປະຊາຊົນຍີ່ປຸ່ນ, ຂ້າ ພະເຈົ້າຮູ້ສຶກເສຍໃຈມາຍັງຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີຜ່ານມາ ແລະໃນການລົງຢ້ຽມ ຢາມຜູ້ເຄາະຮ້າຍຕົວຈິງ ຈຶ່ງໄດ້ຮູ້ວ່າພວກເຂົາເຫຼົ່ານັ້ນຍັງຕ້ອງການການຟື້ນຟູຄືນໃໝ່ ໂດຍສະເພາະການກໍ່ສ້າງທີ່ພັກອາໄສ, ສຸຂາອະນາໄມ ແລະອື່ນໆ, ແຕ່ໃນຂະນະດຽວກັນ ຂ້າພະເຈົ້າຂໍຂອບໃຈມາຍັງລັດຖະ ບານຍີ່ປຸ່ນ ທີ່ໄດ້ປະກອບສ່ວນເພີ່ມຕື່ມ ຕາມຄຳຮ້ອງຂໍຂອງອົງການສະຫະປະຊາຊາດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມພະຍາຍາມຟື້ນຟູ ແລະໃນ 4 ໂຄງການຊ່ວຍເຫຼືອລ້າໃນຄັ້ງນີ້ປະກອບມີ: 1 ຟື້ຟູ ແລະກໍ່ສ້າງຂະແໜງກະສິກໍາຄືນໃໝ່; 2 ຟື້ນຟູ ແລະກໍ່ສ້າງບ້ານເຮືອນຄືນໃໝ່; 3 ຟື້ນຟູ ແລະກໍ່ສ້າງຂະແໜງສຶກສາຄືນໃໝ່ ແລະ 4 ແມ່ນປັບປຸງສິ່ງອຳນວຍຄວາມສະດວກດ້ານນ້ຳສະອາດ ແລະສຸຂາພິບານໃນບັນດາໂຮງຮຽນ, ຊຸມຊົນອ້ອມຂ້າງໃນຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຊຶ່ງລວມມູນຄ່າ 7,6 ລ້ານໂດລາ ຫຼືປະມານ 64,60 ຕື້ກີບ, ທີ່ຈະໄດ້ເຊັນກັນໃນຄັ້ງນີ້ກັບ 3 ໜ່ວຍງານຄື: ອົງການUNICEF, ອົງການ FAO ແລະອົງການ UN-Habitat ປະຈໍາລາວ, ເຊື່ອແນວ່າການປະກອບສ່ວນຂອງອົງການເຫຼົ່ານີ້ຈະໄດ້ຮັບການຈັດຕັ້ງ ແລະມີຜົນສຳເລັດຢ່າງແນ່ນອນ.
ທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການ ຕາງໜ້າລັດຖະບານລາວກ່າວວ່າ: ຄືຮູ້ແລ້ວວ່າ ໃນປີ 2018 ຜ່ານມາ, ສປປລາວ ໄດ້ຮັບຜົນກະທົບໜັກຈາກໄພພິບັດທາງທຳມະຊາດ, ໃນນັ້ນ ຮ້າຍແຮງກວ່າໝູ່ແມ່ນຢູ່ເມືອງສະໜາມໄຊ ແຂວງອັດຕະປື ຄືຄູກັນນ້ຳເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ, ຕໍ່ກັບເຫດການຄັ້ງນີ້ ລັດຖະບານ ກໍໄດ້ສຸມໃສ່ທຸກວິທີທາງໃນການແກ້ໄຂ, ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ຮັບການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງສາກົນ ໂດຍສະເພາະ ການຊ່ວຍເຫຼືອຈາກລັດຖະບານ ແລະປະຊາຊົນຍີ່ປຸ່ນ, ຊຶ່ງຄັ້ງນີ້ພວກເຮົາຍັງໄດ້ຮັບອີກ 4 ໂຄງການ ເພື່ອແນໃສ່ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ດັ່ງນັ້ນ ເພື່ອເຮັດໃຫ້ທັງ 4 ໂຄງການໄດ້ຈັດຕັ້ງປະຕິບັດ ພວກເຮົາພ້ອມຈະໃຫ້ການສະໜັບສະໜູນທຸກກິດຈະກຳ.
ສະເພາະ 4 ໂຄງການ ລວມມີ: 1 ດ້ານການສຶກສາໂດຍອົງການ UNICEF, ຊຶ່ງຈະສົ່ງເສີມການລົງທະບຽນຮຽນ, ການເຂົ້າຮຽນຢ່າງສະໝ່ຳສະເໝີ ແລະການຮຽນຮູ້ຢ່າງມີປະສິດທິພາບ ໃຫ້ເດັກນ້ອຍທັງກ່ອນ ແລະຊ່ວງອາຍຸປະຖົມສຶກສາໃນຂົງເຂດເມືອງເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ແຂວງອັດຕະປື ແລະຊຽງຂວາງ, ພ້ອມນັ້ນ ໂຄງການຍັງຈະສົ່ງເສີມການສ້າງຄວາມອາດສາມາດຂອງລະບົບການສຶກສາທາງໃນລະດັບຊາດ ແລະລະດັບທີ່ຮອງລົງມາ ເພື່ອເສີມສ້າງຄວາມອົດທົນ ແລະທັກສະການຫຼຸດຜ່ອນຄວາມສ່ຽງທີ່ຈະມາຈາກໄພພິບັດ; 2 ໂຄງການ WASH ໂດຍອົງການ UNICEF ເພື່ອຊ່ວຍໃຫ້ປະຊາຊົນເຂົ້າເຖິງສິ່ງອໍານວຍຄວາມສະດວກທາງສຸຂາອະນາໄມ ແລະຊ່ວຍໃຫ້ເດັກນ້ອຍທັງຍິງ-ຊາຍ ຝຶກແອບການຮັກສາສຸຂະອະນາໄມໃນຊີວິດປະຈຳວັນ ຢູ່ໃນເຂດແຂວງອັດຕະປື ແລະຊຽງຂວາງ ດ້ວຍການຍົກລະດັບຄວາມສາມາດໃຫ້ວິຊາການຈາກລັດຖະບານໃນລະດັບຊາດ ແລະລະດັບທີ່ຮອງລົງມາເພື່ອຮັກສາການບໍລິການ WASH ໃນໂຮງຮຽນ; 3 ໂດຍອົງການ UN-Habitat ຈະຊ່ວຍວຽກຂົງເຂດທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ, ໂດຍຈະໃຫ້ການຊ່ວຍເຫຼືອທີ່ຈຳເປັນ ແລະຄວາມຮູ້ຊ່ຽວຊານທາງດ້ານເຕັກນິກໃນການກໍ່ສ້າງສະຖານທີ່ຫຼົບໄພ ແລະເຮືອນຊານຄືນໃໝ່, ສືບຕໍ່ໃຫ້ການຊ່ວຍ ເຫຼືອທາງດ້ານເຕັກນິກ ແລະອຸປະກອນທີ່ເໝາະສົມ; ສຳລັບໂຄງການສຸດທ້າຍແມ່ນອົງການ FAO ຈະເປັນຜູ້ຈັດຕັ້ງປະຕິບັດການຟື້ນຟູລະບົບກະສິກໍາ ແລະການດໍາລົງຊີວິດໃນແຂວງຄຳມ່ວນ ແລະສະຫວັນນະເຂດ ເພື່ອປັບປຸງອາຫານ, ຮັກສາໂພຊະນາການ ແລະສະພາບແວດລ້ອມການດຳລົງຊີວິດທີ່ມີການກະສິ ກຳທີ່ທົນທານ ໂດຍເນັ້ນການສ້າງໃໝ່ໃຫ້ດີຂຶ້ນ ແລະຟື້ນສະພາບຈາກໄພທຳມະຊ