Saturday, March 22, 2025

ພັກແລະລັດ­ຖະ­ບານລາວ ຍາມໃດກໍຊຸກ­ຍູ້​ເພດ​ຍິງ ໃຫ້​ມີ​ຄວາມ​ກ້າວ­ໜ້າຢູ່ສະເໝີ

ພັກ ແລະ ລັດ­ຖະ­ບານ ຖື​ສຳຄັນ​ຕໍ່​ການ​ພັດ­ທະ­ນາ​ແມ່­ຍິງ ດ້ວຍການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ພັດ­ທະ­ນາສົ່ງ­ເສີມ​ຄວາມ​ກ້າວ­ໜ້າ​ປົກ​ປ້ອງສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ ຂອງ​ແມ່­ຍິງ​ໂດຍ​ການ​ສ້າງ​ທຸກ​ເງື່ອນໄຂ​ໃຫ້​ແມ່­ຍິງ​ມີ​ສຸ­ຂະ­ພາບ​ແຂງ­ແຮງ ມີ​ຄວາມ​ຮູ້​ຄວາມ​ສາ­ມາດ​ມີ​ຄຸນ​ສົມບັດ​ສິນ​ທຳ​ປະ­ຕິ­ວັດ​ມີ​ວຽກ​ເຮັດ​ງານທຳ ແລະ ມີ​ສິດ​ເທົ່າ​ທຽມ​ກັບ​ເພດຊາຍ ໂດຍ​ບໍ່​ຈຳ­ແນກ​ຖາ­ນະ​ດ້ານ​ການເມືອງ ເສດ­ຖະ­ກິດ​ວັດ­ທະ­ນະ­ທຳສັງ​ຄົມ.

ສະ­ນັ້ນ, ພັກ ແລະ ລັດ­ຖະ­ບານ ຈຶ່ງ​ໄດ້​ສ້າງ​ກົດ­ໝາຍ​ວ່າ​ດ້ວຍ​ການພັດ­ທະ­ນາ ແລະ ການ​ປົກ​ປ້ອງ​ແມ່­ຍິງ ອອກ​ມາ​ເພື່ອ​ຮອງ​ຮັບ ແລະ ຍົກ​ສູງ ຖາ­ນະ​ບົດ­ບາດ​ຂອງ​ແມ່­ຍິງ; ກຳ­ນົດເນື້ອ​ໃນ​ພື້ນ­ຖານ, ມາດ​ຕະ­ການ​ຂອງການ​ພັດ­ທະ­ນາ ແລະ ປົກ​ປ້ອງ​ສິດຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ແມ່ຍິງ, ຄວາມ​ຮັບ­ຜິດ­ຊອບ​ຂອງ​ລັດ, ສັງ­ຄົມ ແລະ ຄອບ­ຄົວ​ຕໍ່​ແມ່­ຍິງແນໃສ່​ສົ່ງ­ເສີມ​ຄວາມ​ຮູ້​ຄວາມ​ສາ­ມາດ, ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ, ຄວາມສະ­ເໝີ­ພາບ ຍິງ-​ຊາຍ, ລົບ​ລ້າງ​ທຸກຮູບ​ການ​ຈຳ­ແນກ​ຕໍ່​ແມ່­ຍິງ,  ສະ­ກັດກັ້ນ ແລະ ຕ້ານ​ການ​ຄ້າ​ແມ່­ຍິງ ແລະ ເດັກ­ນ້ອຍ, ຕ້ານ​ການ​ໃຊ້​ຄວາມ​ຮຸນແຮງ​ຕໍ່​ແມ່­ຍິງ ແລະ ເດັກ­ນ້ອຍ​ໃນ​ຄອບຄົວ, ສ້າງ​ເງື່ອນ­ໄຂ​ໃຫ້​ແມ່­ຍິງ​ໄດ້ ເຂົ້າ​ຮ່ວມ ແລະ ເປັນ​ກຳ­ລັງ​ແຮງ​ໃນການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ ປະ­ເທດ​ຊາດ. ສະ­ນັ້ນ, ການ​ພັດ​ທະນາ​ແມ່­ຍິງ​ແມ່ນ​ມີ​ຄວາມ​ຈໍາ​ເປັນ ເພື່ອ​ເຮັດ​ໃຫ້​ແມ່­ຍິງ​ສາ­ມາດ​ເຂົ້າ ຮ່ວມ​ຂະ­ບວນ​ການ​ຢ່າງ​ມີ​ປະ­ສິດ​ທິ ພາບ​ໃນ​ທຸກ​ຂົງ­ເຂດ​ວຽກ​ງານ​ຢູ່​ໃນ ສັງ­ຄົມ​ໃຫ້​ໄດ້​ຮັບ​ຜົນ​ດີ. ການ​ພັດ​ທະນາ​ແມ່­ຍິງ ແມ່ນ​ສຸມ​ໃສ່ 4 ເນື້ອ​ໃນ ອັນ​ພື້ນ​ຖານ. ຄຽງ​ຄູ່​ກັນ​ນີ້​ການ​ພັດທະ​ນາ​ຄອບ­ຄົວ ກໍ​ເປັນ​ປັດ​ໄຈ​ໜຶ່ງ​ທີ່ ສຳ­ຄັນ​ໃນ​ການ​ຊຸກ­ຍູ້ ເພື່ອ​ພັດ­ທະ­ນາ ແມ່­ຍິງ​ດ້ານ​ຕ່າງໆ​ເຊັ່ນ:

1. ພັດ­ທະ­ນາແມ່­ຍິງ​ດ້ານ​ຮ່າງ­ກາຍ​ແມ່ນ​ການເຮັດ​ໃຫ້​ແມ່­ຍິງ​ມີ​ການ​ຂະ­ຫຍາຍຕົວ​ດ້ານ​ຮ່າງ­ກາຍ​ຢ່າງ​ສົມ­ບູນ ມີສຸ­ຂະ­ພາບ​ແຂງ­ແຮງ​ສະ­ຫລາດ ແລະ ມີ​ອາ­ຍຸ​ຍືນ​ຍາວ.

2. ພັດ­ທະ­ນາ​ແມ່­ຍິງ ທາງ​ດ້ານ​ແນວ​ຄິດ​ຈິດ­ໃຈ​ແມ່ນ​ເຮັດ ໃຫ້​ແມ່­ຍິງ​ມີ​ສຸ­ຂະ­ພາບ​ຈິດ​ທີ່​ດີ​ມີ​ຈິດ ໃຈ​ເຂັ້ມ­ແຂງ, ມີ​ອຸ­ດົມ​ການ​ຂອງ​ພັກ ທີ່​ໜັກ​ແໜ້ນ, ມີ​ຄຸນ­ສົມ­ບັດ​ສິນ​ທໍາ​ປະ ຕິ​ວັດ, ມີ​ວັດ​ທະ​ນະ​ທໍາ​ທີ່​ດີ­ງາມ, ມີ​ກິລິ​ຍາ­ມາ​ລະ​ຍາດ​ດີ, ມີ​ຄວາມ​ດຸ​ໜັ່ນຂະ­ຫຍັນ​ພຽນ​ໃນ​ໜ້າ­ທີ່​ວຽກ​ງານ ຂອງ​ຕົນ​ຮັບ­ຜິດ­ຊອບ​ເພື່ອ​ເຮັດ​ໃຫ້ ຕົນ​ເອງ ແລະ ຄອບ­ຄົວ​ມີ​ຄວາມ​ຈະ​ເລີນ​ກ້າວ­ໜ້າ;

3. ການ​ພັດ­ທະ­ນາ​ແມ່ຍິງ​ດ້ານ​ການ​ສຶກ­ສາ​ແມ່ນ​ການ​ສ້າງ ເງື່ອນ­ໄຂ​ໃຫ້​ແກ່​ແມ່­ຍິງ​ໄດ້​ຮັບ​ການສຶກ­ສາ​ຂັ້ນ​ພື້ນ­ຖານ​ຢ່າງ​ທົ່ວ​ເຖິງ ໄດ້​ຮັບ​ການ​ສຶກ­ສາ​ດ້ານ​ເຕັກ​ໂນ​ໂລຊີ ເພື່ອ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ຊີ­ວິດ​ປະ­ຈຳວັນ, ແນ­ໃສ່​ເຮັດ​ໃຫ້​ຜູ້­ຍິງ​ໄດ້​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາ­ມາດ​ຢ່າງຮອບ­ດ້ານ ແລະ ສົ່ງ­ເສີມ​ຜູ້​ທີ່​ມີ​ພອນສະ­ຫວັນ;

4. ການ​ພັດ­ທະ­ນາ​ແມ່­ຍິງ ດ້ານ​ວິ­ຊາ​ຊີບ ແລະ ສີ­ມື​ແຮງ​ງານ ແມ່ນ​ການ​ສ້າງ​ເງື່ອນ­ໄຂ​ໃຫ້​ແມ່­ຍິງ ໄດ້​ຮັບ​ການ​ຝຶກ​ອົບ­ຮົມ​ວິ­ຊາ​ຊີບ ແລະ ເຮັດ​ໃຫ້​ຜູ້­ຍິງ​ມີ​ຄວາມ​ຊຳ­ນິ​ຊຳນານ​ກ່ຽວ​ກັບ​ວຽກ​ຂອງ​ຕົນ​ເທົ່າ ທຽມ​ກັບ​ເພດ​ຊາຍ ເຂົ້າ​ໃນ​ການ​ພັດ ທະ​ນາ​ເສດ­ຖະ­ກິດ​ຄອບ­ຄົວ ແລະ ສັງຄົມ.

ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ຈະ­ແຈ້ງ ກ່ຽວ​ການ​ພັດ­ທະ­ນາ​ແມ່­ຍິງ ແຕ່ ຄວາມ​ເປັນ​ຈິງ​ແລ້ວ​ແມ່­ຍິງ​ສ່ວນ ຫລາຍ​ແມ່ນ​ອາ­ໄສ​ຢູ່​ຊົນ­ນະ­ບົດ, ເຂດຫ່າງ​ໄກ​ສອກ­ຫລີກ​ສ່ວນ​ຫລາຍ​ຍັງ ມີ​ຄວາມ­ທຸກ​ຍາກ​ບໍ່​ມີ​ໂອ­ກາດ​ໃນ ການ​ພັດ­ທະ­ນາ​ຕົນ​ເອງເປັນ­ຕົ້ນແມ່ນ​ເດັກ­ນ້ອຍ​ເພດ​ຍິງ​ບໍ່​ມີ​ໂອ­ກາດ ໄດ້​ສຶກ­ສາ​ຮໍ່າ​ຮຽນ, ເພດ​ຍິງ​ມີ​ລະ­ດັບ ການ​ສຶກ­ສາ​ຕ່ຳ​ຮ້າຍ​ແຮງ​ໄປ​ກວ່າ ນັ້ນ​ເພດ​ຍິງ​ບາງ​ຊົນ­ເຜົ່າ, ບາງ​ຄົນແມ່ນ​ບໍ່​ສາ­ມາດ​ອ່ານ­ໜັງ­ສື​ໄດ້​ສິ່ງດັ່ງ­ກ່າວ​ໄດ້​ກາຍ­ເປັນ​ອຸ­ປະ­ສັກ​ອັນ​ໜຶ່ງ​ທີ່​ກີດ​ກັ້ນ​ຄວາມ​ຈະ­ເລີນ​ກ້າວ­ໜ້າ​ຂອງ​ເພດ​ຍິງ ເປັນ­ຕົ້ນ​ແມ່ນ​ເຮັດ ໃຫ້​ແມ່­ຍິງ​ບໍ່​ສາ­ມາດ​ເຂົ້າ​ຮ່ວມ​ໃນວຽກ​ງານ​ຕ່າງໆ​ໄດ້​ເຊັ່ນ: ຂາດ​ໂອກາດ​ໃນ​ການ​ມີ​ສ່ວນ​ຮ່ວມ​ວາງ​ແຜນໃນ​ຄອບ­ຄົວ, ຊຸມ​ຊົນ, ບໍ່​ສາ­ມາດ​ເຂົ້າ ເຖິງ​ຂໍ້​ມູນ​ຂ່າວ­ສານ ແລະ ການ​ບໍ​ລິ ການ​ຕ່າງໆ ສິ່ງ​ສຳ­ຄັນ​ແມ່ນ​ແມ່­ຍິງ ເອງ​ບາງ­ເທື່ອ​ກໍ່​ບໍ່​ກ້າ​ຕັດ­ສິນ​ໃຈ​ທ່ີ ຈະ​ບຸກ​ບືນ​ຕໍ່­ໜ້າ​ທີ່​ວຽກ​ງານ ທີ່​ຕົນ ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ຍ້ອນ​ຂາດ ຄວາມ​ຮູ້​ຄວາມ​ສາ­ມາດ, ບໍ່​ມີ​ປະ­ສົບການ​ມາ​ກ່ອນ ແລະ ຜ່ານ​ມາ​ກໍ່​ບໍ່​ໄດ້ ເປີດ​ໂອ­ກາດ, ສົ່ງ­ເສີມ​ໃຫ້​ແມ່­ຍິງ​ພັດ­ທະ­ນາ​ຕົນ​ເອງ​ເທົ່າ​ທີ່​ຄວນ.

ສັງ​ລວມ​ແລ້ວ ການ​ຊຸກ­ຍູ້​ເພດ ຍິງ​ໃຫ້​ມີ​ຄວາມ​ກ້າວ­ໜ້າ ຫລື ການພັດ­ທະ­ນາ​ແມ່­ຍິງ​ແມ່ນ​ປັດ​ໄຈ​ສຳ ຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ປະ­ເທດຊາດ ເພາະ­ວ່າ​ເພດ​ຍິງ​ແມ່ນ​ກວມ ເອົາ​ຫລາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ຈຳນວນ​ພົນ​ລະ​ເມືອງ. ສະ­ນັ້ນ, ພັກ ແລະ ລັດ­ຖະ­ບານ​ຈຶ່ງ​ໄດ້​ເອົາ­ໃຈ­ໃສ່ໃນ​ການ​ຊຸກ­ຍູ້​ເພດ​ຍິງ​ໃຫ້​ມີ​ຄວາມກ້າວ­ໜ້າ ດ້ວຍ​ການ​ສ້າງ​ເງື່ອນ­ໄຂ ໃຫ້​ແມ່­ຍິງ​ໄດ້​ເຂົ້າ​ຮ່ວມ ແລະ ເປັນກຳ­ລັງ​ແຮງ​ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ​ໃຫ້​ຈະ​ເ​ລີ​ນ​ຮັ່ງ­ມີ​ໄປ​ຕາມ​ອຸ­ດົມ​ການ​ຂອງ ປະ­ຊາ­ຊົນ​ລາວ​ບັນ­ດາ​ເຜົ່າ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່