
ການພັດທະນາແມ່ຍິງ ແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ແມ່ຍິງມີສຸຂະພາບແຂງແຮງ, ມີຄວາມຮູ້, ຄວາມສາມາດ, ມີແບບແຜນໃນການດຳລົງຊີວິດ, ມີຄຸນທາດການເມືອງ ແລະ ສິນທຳປະຕິວັດ.
ແມ່ຍິງແມ່ນກຳລັງແຮງກ້າອັນ ໃຫຍ່ຫລວງທີ່ໄດ້ປະກອບສ່ວນໃນການຕໍ່ສູ້ ແລະ ເສຍສະຫລະໃນພາລະກິດຕໍ່ສູ້ກູ້ຊາດ ແລະ ມີບົດ ບາດໃນທຸກຂົງເຂດວຽກງານເປັນຕົ້ນແມ່ນດ້ານເມືອງ, ເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການອະນຸລັກຮັກສາເສີມຂະຫຍາຍມູນ ເຊື້ອວັດທະນະທຳອັນດີງາມຂອງ ຊາດ ແລະ ສິ່ງທີ່ເປັນເອກະລັກຂອງ ແມ່ຍິງລາວແຕ່ດົນນານຈົນມາ ຮອດປັດຈຸບັນຍ້ອນເຫັນ ໄດ້ເຖິງຄວາມສຳຄັນຂອງແມ່ຍິງດັ່ງນັ້ນ ພັກ-ລັດໄດ້ມີນະໂຍບາຍພັດທະນາ,ສົ່ງເສີມຄວາມກ້າວໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງດ້ວຍການສ້າງທຸກເງື່ອນໄຂໃຫ້ແມ່ຍິງມີສຸຂະພາບແຂງແຮງ, ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ມີວຽກເຮັດງານທຳ ແລະ ມີສິດເທົ່າທຽມກັບເພດຊາຍ ໂດຍບໍ່ຈຳແນກຖານະທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ຄອບຄົວ. ດ້ວຍເຫດນັ້ນ ການພັດທະນາແມ່ຍິງຈຶ່ງມີຄວາມຈຳເປັນເພື່ອໃຫ້ແມ່ຍິງສາມາດເຂົ້າຮ່ວມຢ່າງມີປະສິດທິພາບດັ່ງກ່າວມາຂ້າງເທິງນີ້ ແມ່ຍິງທຸກຄົນຕ້ອງພັດທະນາຕົນເອງ 4 ດ້ານພື້ນຖານດັ່ງນີ້: ດ້ານຮ່າງກາຍ, ດ້ານແນວຄິດຈິດໃຈ, ດ້ານການສຶກສາ, ດ້ານວິຊາຊີບ ແລະ ສີມືແຮງງານ.

1. ການພັດທະນາທາງດ້ານຮ່າງກາຍແມ່ນການເຮັດໃຫ້ແມ່ຍິງ ມີການຂະຫຍາຍຕົວທາງດ້ານຮ່າງກາຍສົມບູນດີມີສຸຂະພາບແຂງແຮງ, ມັນສະໝອງດີ, ມີຄຸນນະພາບຊີວິດທີ່ດີ ແລະ ມີອາຍຸຍືນຍາວ.
2. ການພັດທະນາທາງດ້ານແນວຄິດຈິດໃຈ ແມ່ນການເຮັດໃຫ້ແມ່ຍິງມີສຸຂະພາບຈິດດີ, ມີຈິດໃຈໜັກແໜ້ນເຂັ້ມແຂງ, ມີອຸດົມການ, ຄຸນສົມບັດສິນທຳປະຕິວັດ, ມີວັດທະນະທຳອັນດີງາມ, ມີກິລິຍາມາລະຍາດດີ, ມີຄວາມດຸໝັ່ນຂະຫຍັນພຽນ, ພ້ອມກັບສະມາຊິກຄອບຄົວ ຂອງຕົນສ້າງສັງຄົມ ແລະ ຄອບຄົວໃຫ້ຮັ່ງມີ, ຜາສຸກ ແລະ ກ້າວໜ້າ.
3. ການພັດທະນາທາງດ້ານການສຶກສາ ແມ່ນການສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການສຶກສາຂັ້ນ ພື້ນຖານຢ່າງທົ່ວເຖິງ, ໄດ້ຮັບການ ສຶກສາທາງດ້ານວິທະຍາສາດທຳມະຊາດ ແລະ ສັງຄົມ ນັບມື້ນັບສູງ ຂຶ້ນແນໃສ່ຍົກລະດັບທາງດ້ານ ຄວາມຮູ້, ຄວາມສາມາດໃຫ້ແມ່ຍິງ ຢ່າງຮອບດ້ານ ແລະ ສົ່ງເສີມຜູ້ທີ່ມີ ພອນສະຫວັນ.
4. ການພັດທະນາທາງດ້ານວິຊາຊີບ ແລະ ສີມືແຮງງານ ແມ່ນການສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການຝຶກອົບຮົມວິຊາຊີບ, ມີສີມືແຮງງານ ແລະ ປະສົບການ, ມີວິໄນແຮງງານ ເພື່ອໃຫ້ແມ່ຍິງໄດ້ມີວຽກເຮັດງານທຳໃນສັງຄົມເຊັ່ນດຽວກັນກັບເພດຊາຍ ແລະ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ມາດຕາ 23 ໄດ້ກຳນົດໄວ້ວ່າ :

ແມ່ຍິງມີພັນທະພື້ນຖານ ດັ່ງລຸ່ມນີ້ :
1. ພັນທະເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ປະຕິບັດລະບຽບການອອກແຮງງານ, ລະບຽບການດຳລົງຊີວິດຂອງສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.
2. ພັນທະເສຍພາສີ ແລະ ສວຍອາກອນຕາມລະບຽບກົດໝາຍ;
3. ພັນທະປົກປັກຮັກສາປະເທດຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານຕາມທີ່ກຳນົດໄວ້ໃນກົດໝາຍ.
ພ້ອມກັນນັ້ນແມ່ຍິງຍັງມີພັນທະຮ່ວມຄອບຄົວ ແລະ ສັງຄົມ ໃນການປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳອັນດີງາມ ທີ່ເປັນເອກະລັກຂອງຊາດ ແລະ ແມ່ຍິງລາວ.
ສະນັ້ນ, ເພື່ອເຮັດໃຫ້ແມ່ຍິງໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງຕາມເງື່ອນໄຂ ແລະ ມາດຕະຖານທີ່ກຳນົດໄວ້ໃນກົດໝາຍນັ້ນ ຈຶ່ງ ຮຽກຮ້ອງມາຍັງບັນດາອົງການຈັດຕັ້ງລັດ, ເອກະສົນຊົນ, ລັດວິສາຫະກິດ, ຄອບຄົວຕ້ອງໄດ້ສ້າງທຸກເງື່ອນໄຂ ແລະ ອຳນວຍຄວາມດວກໃຫ້ແມ່ຍິງໄດ້ມີສ່ວນຮ່ວມໃນທຸກຂົງເຂດວຽກງານ.
ທີ່ມາ: ຂປລ