Saturday, December 6, 2025
Kbank Laos โอน รับ จ่าย

“ເກັ່ງ ທະຊະຍະ” ຖ່າຍທອດສິລະປະ ລາວ – ໄທ ໃນພິທີເປີດງານ “Top Thai Brands 2019” ສປປ ລາວ ຢ່າງຍິ່ງໃຫ່ຍ

ເປີດງານແລ້ວຢ່າງຍີ່ງໃຫຍ່ ອາລັງການ ສົມກັບການລໍຄອຍ ງານສະແດງສິນຄ້າປະຈຳປີ “Top Thai Brands 2019” ງານສະແດງສຸດຍອດແບຣນໄທ ສຸດຍອດເຄືອຄ່າຍໄທ – ລາວ ໂດຍໄດ້ສິນລະປິນຊື່ດັງຈາກປະເທດໄທ “ເກັ່ງ ທະຊະຍະ” ມາຮ່ວມສ້າງສີສັນຢ່າງຍີ່ງໃຫຍ່ອະລັງການ ຮ່ວມດ້ວຍນັກສະແດງຈາກ ສປປ ລາວ ຢ່າງຕື່ນຕາຕື່ນໃຈ ເປັນການສະແດງທີ່ປະສົມປະສານວັດທະນະທຳລາວ ແລະ ໄທໄດ້ຢ່າງລົງຕົວ ເວົ້າໄດ້ວ່າຍີ່ງໃຫຍ່ອະລັງການ ກ່ອນເຂົ້າຊ່ວງພິທີເປີດງານຢ່າງເປັນທາງການ

ໃນປີນີ້ງານ Top Thai Brands 2019 ໄດ້ຮັບກຽດຈາກ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ແລະ ທ່ານ ຊັດຊະວານ ສາຄອນສິນ ຮັກສາການອັກຄະຣາດຊະທູດແຫ່ງລາດຊະອານາຈັກໄທ ຮ່ວມເປັນປະທານໃນພິທີເປີດ ໂດຍມີ ທ່ານນາງ ຍານີ ສີມິໄຊ ອັກຄະຣາດຊະທູດທີ່ປຶກສາ (ຝ່າຍພານິດ) ເປັນປະທານໃນການຈັດງານ ພ້ອມດ້ວຍນັກທຸລະກິດຊາວໄທ ແລະ ສປປ ລາວ ແຂກຜູ້ມີກຽດ ແລະ ສື່ມວນຊົນ ຮ່ວມງານທັງຫລາຍ

ສຳລັບຜູ້ເຂົ້າຮ່ວມງານ ຈະໄດ້ພົບສິນຄ້າຈາກຜູ້ປະກອບການໄທ ແລະ ສປປ ລາວ ຫລາຍກວ່າ 200 ບູ້ດ ທັງອາຫານ ເຄື່ອງດື່ມ,ສິນຄ້າເພື່ອສຸຂະພາບ ແລະ ຄວາມງາມ,ສິນຄ້າເຄື່ອງຫນັງ,ສິນຄ້າສຳລັບເດັກ ແລະ ຂອງໃຊ້ໃນບ້ານອື່ນໆ ອີກຫລາກຫລາຍ ໃຫ້ເລືອກຊື້ໄດ້ຢ່າງຈຸໃຈ

ນອກຈາກນີ້ ຍັງມີກິດຈະກຳພິເສດເພື່ອເພີ່ມທັກສະວິຊາຊີບອີກຈຳນວນຫລາຍ ບໍ່ວ່າຈະເປັນການສາທິດພວງກະແຈ,ການເພ້ນເລັບ ລວມເຖິງກິດຈະກຳໃຫ້ຄວາມຮູ້ ການສຳມະນາຫົວຂໍ້ຕ່າງໆ ຫລາກຫລາຍຈາກຜູ້ປະກອບການລຸ້ນໃຫ່ມ ລວມເຖິງບັນດາຄົນດັງຈຳນວນຫລາຍມາຮ່ວມຕະຫລອດການຈັດງານ

Top Thai Brands 2019 ຈັດຂື້ນລະຫວ່າງວັນທີ 6 -10 ມີນາ 2019 ທີ່ LAO ITECC (ຕຶກເກົ່າ)
ຫລືຕິດຕາມງານນີ້ໄດ້ທີ່ facebook.com/ThaitradecenterVientiane

#TopThaiBrands2019 #Vientiane #LaoPDR
“ໄທ – ລາວປະສານທຸລະກິດ ເຊື່ອມໂຍງເຄືອຂ່າຍ ຂະຫຍາຍການຄ້າ”

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢຸດເຮັດ! 5 ຂໍ້ນີ້ ທີ່ເຮັດໃຫ້ມືຖືເພໄວ ແລະ ຂໍ້ມູນຫາຍ! (ຫຼາຍຄົນຍັງເຂົ້າໃຈຜິດ)

ມືຖືເຄື່ອງແພງໆ ຢ່າປ່ອຍໃຫ້ເພໄວ້! ຖ້າໃຜຍັງເຮັດ 5 ຂໍ້ນີ້ຢູ່ ຮັບຮອງວ່າ ມືຖືທ່ານຈະເສື່ອມໄວ ແຖມຂໍ້ມູນສຳຄັນອາດຈະຫາຍໄດ້ງ່າຍໆ! ມາເບິ່ງວ່າທ່ານເຮັດຜິດຂໍ້ໃດແດ່?

Vietjet ໄດ້ເປີດຂາຍປີ້ຍົນລາຄາສູນໄປເກາະ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ພັກຜ່ອນເກາະແຫ່ງໃໝ່ທີ່ກຳລັງມາແຮງໃນອາຊີຕາເວັນອອກສ່ຽງໃຕ້

(ນະຄອນຫຼວງວຽງຈັນ, ວັນທີ 3 ທັນວາ 2025) – ສາຍການບິນ Vietjet ໄດ້ສະເຫຼີມສະຫຼອງການກັບມາຂອງຖ້ຽວບິນໂດຍກົງຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປຍັງ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ຫາດຊາຍທະເລຂອງຫວຽດນາມທີ່ກຳລັງດຶງດູດຄວາມສົນໃຈເພີ່ມຂຶ້ນ, ດ້ວຍໂປຣໂມຊັນພິເສດ 3 ວັນ ທີ່ໃຫ້ປີ້ຍົນໃນລາຄາ LAK 0 (ບໍ່ລວມອາກອນ ແລະ ຄ່າທໍານຽມ).

5 ສະຖານທີ່ ຊວນຕັ້ງແຄ້ມເຄົ້າດາວ ສົ່ງທ້າຍປີ 2025

ລົມໜາວພັດມາ ໄດ້ເວລາກຽມຕົວເພື່ອຕັ້ງແຄມ ຫຼື ເຄົ້າດາວແລ້ວແມ່ນບໍ? ຫຼາຍຄົນກໍໜ້າຈະວາງແຜນອອກໄປຕ່າງແຂວງ ຫຼື ສະຖານທີ່ໃນເຂດນອກຕົວເມືອງເພື່ອໃຫ້ໄດ້ບັນຍາກາດທີ່ງຽບສະຫງົບ ວິວທຳມະຊາດດີ ບ່ອນຖ່າຍຮູບງາມ ແຕ່ມື້ນີ້ທາງເຮົາມັດລວມ 5 ສະຖານທີ່ເຄົ້າດາວທີ່ຢູ່ບໍ່ໄກຈາກຕົວເມືອງມາໃຫ້ແລ້ວ ແຕ່ລະບ່ອນມີຈຸດພິເສດ ບັນຍາກາດ ທີ່ແຕກຕ່າງກັນ ແຕ່ຄັກຄືກັນເລີຍ ບໍ່ວ່າຈະໄປເປັນຄູ່, ໄປເປັນກຸ່ມໝູ່ ຫຼື ໄປແບບຄອບຄົວ ກໍດີໝົດມາເບິ່ງນຳກັນເລີຍ: