Monday, April 21, 2025

ສຳມະນາ​​ເລື່ອງຂອງ​ປາແດກເງິນລ້ານ​ ໃນງານ​ Top​ Thai Brands​ 2019


ໃນຕອນບ່າຍຂອງ​ວັນທີ່​ 07​ ມີນາ​ 2019​ ທີງານ Top​ Thai Brands 2019 ໄດ້ມີການສຳມະນາແລກປ່ຽນຄວາມຄິດ​ຄວາມເຫັນກັນ ໃນເລື່ອງຂອງທຸລະກິດ ໃນຫົວຂໍ້​ “ປາແດກເງີນລ້ານ​ ຈາກຄົວເຮືອນ​ ສູ່ຄົວໂລກ”​ ເຊິ່ງໃນການສຳມະນາແມ່ນມີນັກທຸລະກິດຈາກປະເທດໄທ ແລະ​ ປະເທດລາວ ເຂົ້າຮ່ວມສຳມະນາແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນແລະກັນ ໃນ​ເລື່ອງ​ຂອງການເຮັດນໍ້າປາແດກໃຫ້ມີຄຸນນະພາບ,​ ສະອາດ,​ ປອດໄພ ແລະ​ ໄດ້ຮັບຄວາມ​ນິຍົມ​ຈາກສັງຄົມ

ທ່ານ​ ນາງ​ ວິໄລ​ສິນ​ ເຕີນຕານ ເຈົ້າຂອງໂຮງງານນໍ້າປາແດກຮຸ່ງເຮືອງສິນ ໄດ້ກ່າວໃນບົດສຳມະນາຕອນຫນື່ງວ່າ: ຂ້າພະເຈົ້າເລີ່ມຕົ້ນເຮັດທຸລະກິດດ້ວຍຕົ້ນທຶນ​ພຽງແຕ່​ 10.000​ ກິບ​ ແລະ​ ໄຫ​ ພຽງຫນື່ງຫນ່ວຍເທົ່ານັ້ນ ແຕ່ຂ້າພະເຈົ້າກໍສາມາດສ້າງລາຍຮັບໄດ້ເປັນກອກເປັນກຳ​ ແລະ​ ກໍຍັງໄດ້ຮັບຄວາມນິຍົມຈາກສັງຄົມອິກດ້ວຍ.​

ທ່ານ​ ໄມ​ ພິລົມພອນ​ ເຈົ້າຂອງແບຣນນໍ້າປາແດກຊື່​ດັງຂອງໄທໃຫ້ຮູ້ວ່າ: ຂ້າພະເຈົ້າ​ເລີ່ມ​ຕົ້ນເຮັດນໍ້າປາແດກດ້ວຍຄວາມທີ່ຕ້ອງເອງມັກແຕ່ງກີນເອງຢູ່ແລ້ວ ແລະ​ ຂ້າພະເຈົ້າກໍໄດ້ລອງຜິດລອງຖືກ​ມາເປັນເວລາ 10 ກວ່າປີ ຈຶ່ງ​ກາຍມາເປັນປາແດກ ແຊບໄມ ໃນປະຈຸບັນ​ ແນ່ນອນວ່າການເຮັດສິນຄ້າໃຫ້ຄົນອື່ນນິຍົມ ສິນຄ້າຂອງເຮົາກໍຕ້ອງ ສະອາດ,​ ປອດໄພ,​ ແລະ​ ທີ່ສຳຄັນ​ລົດຊາດຕ້ອງແຊບ

ເຊິ່ງ​ໃນການສຳມະນາກໍໄດ້ຮັບຄວາມສົນໃຈຫລາຍຈາກຜູ້ທີ່ມາຮ່ວມຊົມ ເພາະນອກຈາກຈະໄດ້ຄວາມຮູ້ແລ້ວ ຍັງໄດ້ກຳລັງໃຈທີ່ຈະກັບໄປສ້າງທຸລະກິດຂອງໂຕເອງອິກດວ້ຍ​ ເພາະທັງສອງທ່ານ ກໍ​ເລີ່ມ​ຕົ້ນຈາກສິ່ງນ້ອຍໆ ກ່ອນຈະປະສົບຜົນສຳເລັດໄດ້.​

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.