ທຸກ​ຄົນ ມີເສລີພາບ​ໃນການສະແດງຄວາມຄິດເຫັນ ຢູ່​ໃນ​ສ​ື່​ສັງ​ຄົມ​ອອນ​ໄລ​ນ໌ ທີ່ບໍ່ຂັດກັບກົດໝາຍບ້ານ​ເມືອງ

ສປປ ລາວ ແລະ ສະຫະ ພາບເອີຣົບໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ສິດເສລີພາບ ໃນການສະແດງຄວາມຄິດເຫັນ ແລະ ສິ່ງທ້າທາຍ ຈາກຂ່າວປອມ ແລະ ຂ່າວທີ່ບິດເບືອນ ຊຶ່ງເປັນກິດຈະກໍາຂ້າງຄຽງຂອງການພົບປະ ສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ ລະ ຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງທີ 9, ໃນວັນທີ 6 ມີນານີ້ ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ: ສປປ ລາວ ມີນະໂຍບາຍສົ່ງເສີມໃຫ້ທຸກຄົນ ໄດ້ຊົມໃຊ້ສິດເສລີພາບ ດ້ານຂໍ້ມູນຂ່າວສານ, ສິດເສລີພາບ ໃນການສະແດງຄວາມຄິດເຫັນ ແລະ ສົ່ງເສີມການຄົ້ນຄວ້າ-ຂີດຂຽນ ທີ່ບໍ່ຂັດກັບ ກົດໝາຍ ໄດ້ຄໍ້າປະກັນໄວ້ ໃນ ລັດຖະທໍາມະນູນ ແລະ ກົດໝາຍ ຕ່າງໆ ທີ່ກ່ຽວຂ້ອງຫຼາຍສະບັບ. ປັດຈຸບັນ, ທົ່ວປະເທດ ມີໜັງສື ພິມ, ວາລະສານ ແລະ ສື່ສິ່ງພິມ 123 ສະບັບ ທີ່ເປັນຂອງລັດ ແລະ ເອກະຊົນ ຊຶ່ງຖືກພິມອອກເປັນລາຍວັນ, ລາຍສັບປະດາ, ລາຍເດືອນ ແລະ ໄຕມາດ; ມີສະຖານີວິທະຍຸກະຈາຍສຽງຫຼາຍກວ່າ 57 ແຫ່ງ, ມີສະຖານີໂທລະພາບ 37 ແຫ່ງ ລວມທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນນີ້ມີສະຖານີວິທະຍຸ FM ທີ່ຖ່າຍທອດລາຍການວິທະຍຸສາກົນຂອງຕ່າງປະເທດ.

ເຊັ່ນ: ວິທະຍຸສາກົນ ແຫ່ງ ສສ ຫວຽດນາມ, ວິທະຍຸສາກົນ ແຫ່ງ ສປ ຈີນ, ວິທະຍຸສາກົນຝຣັ່ງ ແລະ ວິທະຍຸສາກົນອົສຕຣາລີ. ປັດຈຸບັນ, ໄດ້ມີການພັດ ທະນາການກະຈາຍສຽງທາງເວັບໄຊ ເປັນ 5 ພາສາຄື: ພາສາລາວ, ກຶມມຸ, ມົ້ງ, ອັງກິດ ແລະ ຝຣັ່ງ, ກະຈາຍສຽງລະບົບອອນລາຍ, ເຮັດໃຫ້ຜູ້ຟັງສາມາດຮັບໄດ້ເກືອບທົ່ວໂລກ, ໂດຍຜ່ານອິນເຕີເນັດ; ທາງດ້ານເຕັກນິກ ພວມມີການພັດທະນາໄປສູ່ລະບົບທີ່ທັນສະໄໝດີຈີຕອນເປັນກ້າວໆ. ສໍາລັບສະຖານີໂທລະພາບ ທີ່ກະຈາຍຢູ່ສູນ ກາງ ແລະ ທ້ອງຖິ່ນທົ່ວປະເທດ ໃນນີ້ ມີສະຖານີ ທີ່ເປັນຂອງລັດ 3 ຊ່ອງ, ເອກະຊົນ 3 ຊ່ອງ ແລະ ຖ່າຍທອດລາຍການຂອງຕ່າງປະເທດອີກ 3 ຊ່ອງ; ລາຍການໂທລະພາບ ໄດ້ຖ່າຍທອດ ເປັນພາສາລາວບັນດາເຜົ່າ ຄື: ພາສາລາວ, ມົ້ງ, ກຶມມຸ ແລະ ພາສາຕ່າງປະເທດ.

ນອກຈາກນັ້ນ ຍັງມີນະໂຍບາຍໃຫ້ປະຊາຊົນສາມາດເຂົ້າເຖິງແລະ ຊົມໃຊ້ອິນເຕີເນັດ. ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີບົດຂອງບັນດານັກວິທະຍາກອນຕ່າງປະເທດ ທີ່ມີປະສົບການປະຕິບັດຕົວຈິງ ຂອງສໍານັກຂ່າວຕ່າງໆ ເປັນຕົ້ນ ສໍານັກຂ່າວຂອງຝຣັ່ງ, ສູນການສຶກສາດ້ານສື່ ແລະ ການລາຍງານຂ່າວ, ມະຫາວິທະຍາໄລຮົງກົງ ແລະ ຜູ້ອໍານວຍການໂຄງການສື່ໃນອາຊີ, ສິງກະໂປ. ນອກນັ້ນ, ຍັງມີວິທະຍາກອນ ຈາກກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ທີ່ໄດ້ຍົກໃຫ້ເຫັນ ຂອງກົດໝາຍພາຍໃນ ແລະ ກົດໝາຍສາກົນ ໃນການກໍານົດຂໍ້ຈໍາກັດ ແລະ ຄວາມຮັບຜິດຊອບຂອງບຸກ ຄົນ ໃນການສະແດງອອກ.

ນອກຈາກນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບດ້ານຕັ້ງໜ້າ ແລະ ດ້ານຫຍໍ້ ທໍ້ຂອງສື່ອອນລາຍ, ການຄຸ້ມຄອງ ແລະ ມາດຕະການນໍາໃຊ້ ສື່ອອນລາຍ ທີ່ຂາດຄວາມຮັບຜິດຊອບ ໂດຍຍົກໃຫ້ເຫັນບົດ ຮຽນຂອງສາກົນ ແລະ ຂອງ ສປປ ລາວ.

ທີ່​ມາ: ໜັງ​ສື​ພິມ ປ​ະ​ຊາ​ຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...