Thursday, November 6, 2025
Kbank Laos โอน รับ จ่าย

ລັດຖະ​ບານ ເນັ້ນໜັກ​ຂະ​ແໜງກະສິກຳ ຕ້ອງເອົາໃຈໃສ່ 5 ບັນຫາສຳຄັນ

 

ເພື່ອເຮັດໃຫ້ວຽກງານຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດມີການຫັນປ່ຽນທີ່ຕັ້ງໜ້າ ແລະບັນລຸບັນດາຄາດໝາຍທີ່ໄດ້ກໍານົດໄວ້ໃນທິດທາງ-ແຜນການປີ 2019 ຊຶ່ງໃນໂອກາດທີ່ເຂົ້າຮ່ວມ ແລະໃຫ້ທິດຊີ້ນຳໃນກອງປະຊຸມຕີລາຄາວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈຳປີ 2018 ແລະທິດທາງແຜນການປີ 2019 ລະຫວ່າງວັນທີ 4-5 ມີນາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກໍໄດ້ເນັ້ນໜັກໃຫ້ຂະແໜງກະສິ ກຳ, ປ່າໄມ້ ແລະພັດທະນາຊົນນະບົດເອົາໃຈໃສ່ 5 ບັນຫາສຳຄັນ, ໂດຍສະເພາະການປັບປຸງແຜນຍຸດທະສາດຂອງຂະແໜງການ, ແຜນຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການຜະລິດກະສິກຳເປັນສິນຄ້າ ແລະ ການຟື້ນຟູປ່າໄມ້.

ພາຍຫຼັງທີ່ຮັບຟັງການລາຍງານການ ຈັດຕັ້ງປະຕິບັດວຽກງານຜ່ານມາຈາກ ທ່ານ ລຽນທິ ແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະປ່າໄມ້, ທ່ານ ສອນໄຊ ສີ ພັນດອນ ກໍໄດ້ເນັ້ນໜັກບາງບັນຫາທີ່ເຫັນ ວ່າມີຄວາມສຳຄັນ ແລະຈຳເປັນຕໍ່ການ ຈັດຕັ້ງປະຕິບັດວຽກງານໃນປີຕໍ່ໜ້າ ໂດຍ ສະເພາະແມ່ນ

1) ກ່ຽວກັບດ້ານນະໂຍ ບາຍແມ່ນໃຫ້ກະຊວງກະສິກໍາດໍາເນີນການຄົ້ນຄວ້າ ແລະປັບປຸງແຜນຍຸດທະສາດພັດທະນາກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດຄືນໃໝ່ໂດຍສຸມໃສ່ພັດ ທະນາຂົງເຂດກະສິກໍາໃຫ້ທັນສະໝ, ນໍາໃຊ້ວິທະຍາສາດ ແລະເຕັກໂນໂລຊີ ໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າໃນ ການຜະລິດກະສິກໍາ ແລະໃຫ້ສອດຄ່ອງ ກັບດິນຟ້າອາກາດແນໃສ່ສ້າງແຫຼ່ງວັດ ຖຸດິບໃຫ້ພຽງພໍ ແລະມີຄຸນນະພາບສູງ ຮັບໃຊ້ໃຫ້ແກ່ການປຸງແຕ່ງ;

2) ສຳລັບແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານຕ້ອງຕິດພັນກັບການ ປະຕິບັດຕົວຈິງ ໂດຍສະເພາະຕ້ອງຮັບ ປະກັນໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກທີ່ເຮັດວຽກງານກະສິກໍາລ້ວນໆສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ ຫຼື ມີສະບຽງອາຫານທີ່ພຽງພໍ;

3) ກ່ຽວກັບການຜະລິດກະສິກໍາເປັນສິນຄ້າ: ສິ່ງທ້າທາຍ, ບັນຫາທີ່ພວກເຮົາ ພວມປະສົບແມ່ນການພັດທະນາຜະລິດຕະພັນກະສິກໍາໃຫ້ກາຍເປັນສິນຄ້າຍັງບໍ່ທັນດີມີມາດຖານ, ຄຸນນະພາບບໍ່ທັນສູງທີ່ສອດຄ່ອງກັບເງື່ອນໄຂຕະຫຼາດຕ້ອງ ການ ແລະພຽງພໍດ້ານປະລິມານ; ຍັງມີ ຫຼາຍຂອດຫຼາຍຂັ້ນໃນການອອກອະນຸ ຍາດດໍາເນີນທຸລະກິດ ກໍຄືການຜະລິດເປັນສິນຄ້າຊຶ່ງເປັນສາເຫດເຮັດໃຫ້ການ ຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກ ພົບຂໍ້ຫຍຸ້ງຍາກບໍ່ສາມາດແກ່ງແຍ້ງແຂ່ງຂັນໄດ້, ສະນັ້ນໃຫ້ກະຊວງເປັນ ເຈົ້າການປະສານສົມທົບກັບຂະແໜງອຸດ ສາຫະກໍາ-ການຄ້າ, ຂະແໜງທະນາ ຄານ, ຂະແໜງໄຟຟ້າ ແລະຂະແໜງການ ອື່ນໆຄົ້ນຄວ້າຫາທາງອອກຊ່ວຍປະຊາ ຊົນ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເປັນສິນຄ້າຢ່າງມີຈຸດສຸມໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ຫຼຸດຂອດຂັ້ນການອອກອະນຸຍາດ, ມີການຈັດຕັ້ງສະຫະກອນກຸ່ມການຜະລິດ, ກົນໄກເສດຖະກິດຮ່ວມ ມືຂອງປະຊາຊົນ ແລະຫຼາຍຮູບແບບເສດຖະກິດ, ຊ່ວຍແຫຼ່ງທຶນ, ສິນເຊື່ອ ແລະນະໂຍບາຍດ້ານໄຟຟ້າ, ການກໍ່ສ້າງພື້ນຖານໂຄງລ່າງ ແລະຊອກຕະຫຼາດໃຫ້ກັບປະ ຊາຊົນ;

4) ດ້ານວຽກງານຟຶ້ນຟູ ແລະຂະ ຫຍາຍປ່າໄມ້: ເປົ້າໝາຍຫຼັກໆຂອງການຟື້ນຟູ ແລະຂະຫຍາຍປ່າໄມ້ແມ່ນເພື່ອຮັກສາແຫຼ່ງນໍ້າ, ເມື່ອປ່າໄມ້ ໄດ້ຮັບການຟື້ນຟູ, ສັດສາວາສິ່ງ ກໍຈະກັບຄືນສູ່ປ່າ, ເຮັດໃຫ້ປະຊາຊົນສາມາດທຳມາຫາກິນຈາກຄວາມອຸດົມສົມບູນຂອງປ່າໄມ້,

ສະນັ້ນ ກະຊວງຕ້ອງປັບປຸງຍຸດທະສາດປ່າໄມ້ ແບບຍືນຍົງທີ່ໄດ້ຮັບຮອງເອົາແລ້ວໃຫ້ ສອດຄ່ອງກັບສະພາບຄວາມເປັນຈິງ, ປັບປຸງກົດໝາຍປ່າໄມ້ທີ່ໄດ້ປະກາດໃຊ້ມາ ແລ້ວນັ້ນໃຫ້ເປັນເຄື່ອງມືຄຸ້ມຄອງມະຫາພາກທີ່ຮັດກຸມ, ຍູ້ແຮງຂະບວນການສົ່ງເສີມການລົງທຶນປູກໄມ້ອຸດສາຫະກໍາ ແລະ ໄມ້ໃຫຍ່ໄວຕາມຄໍາສັ່ງເລກທີ 09/ນຍ; ກວດກາຄືນເນື້ອທີ່ປ່າຜະລິດ, ປ່າປ້ອງກັນ ແລະປ່າສະຫງວນ, ວາງມາດຕະການຄຸ້ມຄອງໃຫ້ເຂັ້ມງວດກວ່າເກົ່າ, ປົກປັກຮັກສາປ່າໄມ້ໄປພ້ອມກັບການ ສົ່ງເສີມການທ່ອງທ່ຽວທຳມະຊາດ, ເພີ່ມທະວີຄວາມສັກສິດ ແລະເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຄໍາສັ່ງເລກທີ 05/ນຍ ວ່າດ້ວຍ ການຄຸ້ມຄອງ ແລະ ກວດກາສັດປ່າ ແລະ ພືດພັນປະເພດຫວງຫ້າມທີ່ໃກ້ຈະສູນພັນແນໃສ່ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຕາມເປົ້າໝາຍວາງໄວ້ ແລະບັນຫາສຸດທ້າຍແມ່ນຂົງເຂດການພັດທະນາຊົນນະບົດຕິດພັນກັບການລົບລ້າງ ຄວາມທຸກຍາກ ຊຶ່ງການພັດທະນາຊົນນະບົດ, ຕ້ອງຖືເອົາການຜະລິດກະສິກໍາ ເປັນໝາກຫົວໃຈຂອງການພັດທະນາ ແລະຕ້ອງຮັບປະກັນຄວາມຍືນຍົງທາງ ດ້ານເສດຖະກິດ-ສັງຄົມ ແລະສະພາບແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນນີ້ຊາວກະສິກອນສາມາດຮັບເອົາວິທະຍາການກະສິກຳທັນສະໄໝແລ້ວຈະເປັນກຳລັງຕົ້ນຕໍໃນການຂັບເຄື່ອນຂະບວນການພັດທະນາກະສິກຳ ແລະຊົນນະບົດ, ການຈັດຕັ້ງການຜະລິດ ແລະສ້າງສັງຄົມຊົນນະບົດໃຫ້ມີຄວາມເຂັ້ມແຂງ.


ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.