Friday, November 14, 2025
Kbank Laos โอน รับ จ่าย

ລາວ ກຽມເຂົ້າເປັນສະມາຊິກສະມາຄົມສະຫະພັນສິນເຊື່ອແຫ່ງອາຊີ

 

ການສຳມະນາ ແລະກອງປະຊຸມສະຫຼຸບວຽກງານສະຫະກອນສິນເຊື່ອ ແລະເງິນຝາກປະຢັດ (ສສງ)ທົ່ວປະເທດປະຈຳປີ 2018 ໄດ້ສຳເລັດໃນວັນທີ 6 ມີນາ ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນພາຍໃຕ້ການສະໜັບສະໜູນຂອງອົງການສະຫະພັນສະຫະກອນໄຣໄຟເຊັນແຫ່ງປະເທດເຢຍລະມັນ (DGRV) ໂດຍການເປັນປະທານຂອງທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ ຊຶ່ງມີການເຂົ້າ ຮ່ວມຂອງສະມາຄົມສະຫະພັນສິນເຊື່ອແຫ່ງອາຊີ (ACCU), ບັນດາ ສສງ ທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ.

ໃນການສຳມະນາຄັ້ງນີ້ໄດ້ນຳສະເໜີຮ່າງພາລະບົດບາດຂອງ ສສງ ໂດຍເນັ້ນກ່ຽວກັບວິໄສທັດ, ພັນທະກິດ, ການວາງແຜນສ້າງຄວາມເຂັ້ມແຂງຂອງເຄືອຂ່າຍ; ພ້ອມນີ້, ຍັງນຳສະເໜີສະພາບລວມ ຂອງການສ້າງຕັ້ງສະມາຄົມຂອງປະເທດ ມຽນມາ ແລະສິ່ງທ້າທາຍແລະການສະເໜີສະພາບລວມຂອງການສ້າງຕັ້ງຊຸມ ນຸມເຄດິດຢຸນຽນຂອງໄທ ແລະກໍລະນີສຶກ ສາຂອງເຄດິດຢຸນຽນຄອງຈັນທັງໝົດ ທັງມວນທີ່ສຳມະນາແມ່ນເພື່ອເປັນການກະກຽມຂໍ້ມູນ ແລະເງື່ອນໄຂທີ່ຈະສ້າງຕັ້ງສະມາຄົມ ສສງ ຂອງ ສປປ ລາວ ເພື່ອນຳສະເໜີອົງການກ່ຽວຂ້ອງພິຈາລະນາ, ອະນຸມັດ ແລະກ້າວໄປເຖິງການເຂົ້າເປັນສະມາຊິກສະມາຄົມສະ ຫະພັນສິນເຊື່ອແຫ່ງອາຊີກໍ່ຄືສາກົນໃນຕໍ່ໜ້າ; ການມີສະມາຄົມຫຼືເປັນສະມາຊິກຂອງສາກົນແມ່ນມີຄວາມໝາຍສຳຄັນຫຼາຍຊຶ່ງມັນຈະປົດເປື້ອງພາລະໃນກາ ນແບກຫາບຂອງພາກລັດ ແລະມັນຍັງເປັນການສ້າງຄວາມເຂັ້ມແຂງໃຫ້ ສສງ ຂອງລາວຕື່ມອີກທັງນີ້ກໍ່ເພື່ອແນໃສ່ປະກອບສ່ວນແຫຼ່ງທຶນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກຂອງຄອບຄົວ, ຂອງຊຸມຊົນໄດ້ໃນລະດັບໃດໜຶ່ງຕື່ມອີກ.

ສຳລັບກອງປະຊຸມສະຫຼຸບວຽກງານ ສສງ ຄັ້ງນີ້ ກໍ່ຍັງໄດ້ນຳສະເໜີການສະຫຼຸບສະພາບການຄຸ້ມຄອງແລະສົ່ງເສີມວຽກງານ ສສງ; ວຽກງານປະຊາສຶກສາທາງດ້ານການເງິນ; ການນຳສະເໜີວຽກ ງານການເຄື່ອນໄຫວຮ່ວມກັບທະນາຄານ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ; ໃນຂະນະດຽວກັນກໍ່ໄດ້ມີການນຳສະເໜີ ຈາກ ສສງ ມິດຕະພາບໃນຫົວຂໍ້: ການຂະຫຍາຍສິນເຊື່ອ ແລະການບໍລິຫານໜີ້ຊັກຊ້າ ສສງ ຄອງຈັນໄດ້ນຳສະເໜີການບໍລິຫານ ແລະການຄວບຄຸມພາຍ ໃນ ສສງ ຫົວແຊ ສະເໜີກ່ຽວກັບການບັນຊີ ແລະ ການລາຍງານ ແລະ ສສງ ເມືອງຜາໄຊ ແຂວງຊຽງຂວາງ ໄດ້ນຳສະເໜີການຂະຫຍາຍສະມາຊິກ ແລະລະ ດົມຮຸ້ນຈາກນັ້ນ,ໃນເວລາຕໍ່ມາກໍ່ມີການມອບໃບຍ້ອງຍໍ ແລະໃບຊົມເຊີຍຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ແກ່ ສສງ ທີ່ດີເດັ່ນໃນການບໍລິຫານ, ການຈັດການ ແລະການບໍລິການລູກຄ້າ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດ.

ໃນປີ 2018 ຜ່ານມາ ສປປ ລາວ ມີ ສສງ ທີ່ຢູ່ໃນການຄຸ້ມຄອງຂອງທະນາ ຄານແຫ່ງ ສປປ ລາວ ທັງໝົດ 27 ແຫ່ງ; ມີສະຫະກອນອອມຊັບ 2 ແຫ່ງຊຶ່ງມີການ ເຄື່ອນໄຫວ ແລະດຳເນີນງານມີທ່າອ່ຽງ ດີຂຶ້ນກ່ວາປີ 2017 ທັງດ້ານປະລິມານ ແລະຄຸນນະພາບ, ສະແດງອອກຄື: ຊັບສິນເພີ່ມຂຶ້ນ18,13%; ໜີ້ສິນເພີ່ມຂຶ້ນ 11,37%; ທຶນທັງໝົດເພີ່ມຂຶ້ນ 33,00%; ກຳໄລເພີ່ມຂຶ້ນ 50,77%; ເງິນຝາກເພີ່ມຂຶ້ນ 11,44%; ເງິນກູ້ ເພີ່ມຂຶ້ນ 21,52%; ໜີ້ຊັກຊ້າເພີ່ມຂຶ້ນ 24,40%; ຈຳນວນສະມາຊິກເພີ່ມຂຶ້ນ 6,43%; ຈຳນວນພະນັກງານຂອງ ສສງ ເພີ່ມຂຶ້ນ 9,05% ແລະໃນປີ 2018 ຜ່ານມາສາມາດມີ ສສງ ດີເດັ່ນຄື: ສສງ ມິດຕະພາບ, ສສງ ຄອງຈັນ; ສສງ ຫົວແຊ ແລະ ສສງ ເມືອງຜາໄຊ ແຂວງຊຽງຂວາງ.

ທີ່​ມາ: ໜັງ​ສື​ພິມ ເສດ​ຖະ​ກິດ-ສັງ​ຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.