ສາ​ເຫດ​ການ​ຈະ​ລາ​ຈອນ​ຕິດ​ຂັດ ແມ່ນ​​ນັກ​ຂັບ​ຂີ່​ຂາດ​ຈິດ​ສຳ​ນຶກ

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ການສັນຈອນແອອັດຢູ່ໃນນະຄອນຫຼວງວຽງຈັນ ແມ່ນມາຈາກຜູ້ຂັບຂີ່ຈໍານວນໜຶ່ງຮັບຮູ້ດ້ານລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກບໍ່ທັນສູງ, ຂາດຄວາມສໍານິສໍານານໃນການຂັບຂີ່, ໃນເວລາສັນຈອນຕາມເສັ້ນທາງມີການລ່ວງລະເມີດເກີດຂຶ້ນ ແລະ ອີກຈໍານວນໜຶ່ງມີຄວາມຮູ້ທາງລະບຽບກົດໝາຍກ່ຽວກັບຈະລາຈອນທາງບົກແຕ່ມີແນວຄິດມັກງ່າຍ, ຂາດຄວາມຮັບຜິດຊອບມີເຈດຕະນາລະເມີດເຊັ່ນ: ຂັບຂີ່ລົດບໍ່ໄປຕາມຊ່ອງຈະລາຈອນ, ແຊງຕັດໜ້າລົດຄັນອື່ນ, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍຕາມທາງໂຄ້ງ, ທາງແຄບ, ທາງຄົບທາງແຍກ, ມີການສວຍໃຊ້ເສັ້ນທາງເປັນບ່ອນຝາກລົດ, ມີການສ້ອມແປງ, ຂາຍເຄື່ອງ, ວາງວັດສະດຸກໍ່ສ້າງ, ກອງດິນ-ຫີນຊາຍ ແລະ ສິ່ງຂອງຕ່າງໆ. ນອກນັ້ນ ເກີດຈາກການຄອບຄຸມ, ບໍລິຫານ ແລະ ການຈັດການວຽກງານຂອງເຈົ້າໜ້າທີ່ກ່ຽວຂ້ອງ ການກໍານົດເສັ້ນທາງ ແລະ ເວລາໃຫ້ລົດບັນທຸກໜັກ, ລົດຂົນສົ່ງສິນຄ້າ, ລົດບໍລິການ ແລ່ນຕາມເສັ້ນທາງໃນຕົວເມືອງບໍ່ທັນເຂັ້ມງວດ; ການກໍານົດເວລາເຂົ້າການ-ເລີກການຂອງພະນັກງານລັດ, ເອກະຊົນ ແລະ ເວລາເຂົ້າຮຽນ-ເລີກຮຽນຂອງນັກຮຽນ-ນັກສຶກສາ ແມ່ນເວລາດຽວກັນ ຕະຫຼອດຮອດການຈັດສັນການຈອດລົດສາທາລະນະທີ່ມີແລ້ວຍັງບໍ່ທັນເໝາະສົມ.

ນອກນັ້ນ ເກີດຈາກສະພາບເສັ້ນທາງ ແລະ ສະພາບແວດລ້ອມ: ຖະໜົນຢູ່ຕາມເທດສະບານເມືອງ ໃນນະຄອນຫຼວງວຽງຈັນເປັນຜັງເມືອງເກົ່າ, ບໍ່ສາມາດກໍ່ສ້າງ ຫຼື ຂະຫຍາຍອອກໄດ້ຕື່ມ, ທາງແຄບ, ທາງຄົບສາມແຍກ, ສີ່ແຍກ ຈຸດປ່ຽນທິດທາງມີຫຼາຍຈຸດຄັບແຄບ ບໍ່ມີຂົວ ຫຼື ທາງລອດພື້ນສໍາລັບຄົນຍ່າງຂ້າມທາງ, ຫຼຸບໂນນ, ເປັນຂຸມເປັນບໍ່, ບາງເສັ້ນທາງເປ່ເພ ແລະ ການສ້ອມແປງຍັງຊັກຊັກ; ການຕິດຕັ້ງປ້ານສັນຍານຈະລາຈອນ ແລະ ເຄື່ອງໝາຍທາງຕາມຂອບທາງ, ບ່າທາງ, ຈຸດສາມແຍກ, ສີ່ແຍກບໍ່ສອດຄ່ອງກັບສະພາບຕົວຈິງ ຈິ່ງເຮັດໃຫ້ການຕິດຕັ້ງລະບົບໄຟອໍານາດບໍ່ເປັນເອກະພາບກັນກັບການປຸກສ້າງທີ່ຕັ້ງສໍານັກງານ, ໂຮງຮຽນ, ໂຮງແຮມ, ທະນາຄານ, ຮ້ານອາຫານ, ຕະຫຼາດ, ຄີວລົດ…. ເຫັນວ່າບ່ອນຈອດລົດບໍ່ພຽງພໍ ມີການນໍາໃຊ້ເສັ້ນທາງເປັນບ່ອນຈອດລົດ ແລະ ສ່ວນໜຶ່ງພາຫະນະທີ່ນໍາໃຊ້ສ່ວນໃຫຍ່ແມ່ນລົດເກົ່າທີ່ນໍາໃຊ້ມາດົນບໍ່ໄດ້ຮັບການກວດກາທາງດ້ານເຕັກນິກ, ລະບົບລູກໜາກຄັນສົ່ງບໍ່ດີ, ຈັກດັບ, ເປ່ເພ ຫຼື ຕາຍຢູ່ກາງທາງ ແລະອື່ນໆ.

ໃນການແກ້ໄຂບັນດາດັ່ງກ່າວ, ເຈົ້າໜ້າທີ່ກໍສຸມໃສ່ລະບາຍການສັນຈອນໃນໂມງໄປການ-ເລີກການ, ຈຸດທີ່ແອອັດ, ທາງຄົບທາງແຍກ, ໄຟອໍານາດຕ່າງໆ ເພື່ອເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນມີຄວາມຄອ່ງຕົວກວ່າເກົ່າ. ນອກນັ້ນ ກໍຍັງສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂການຂາຍເຄື່ອງ, ວາງສິ່ງຂີດຂວາງຕາມສາຍທາງ, ຮື້-ຖອນການຕໍ່ເຕີມເທິບເງິບ, ປ້າຍໂຄສະນາ … ທີ່ເຫັນວ່າເປັນການກີດຂວາງການສັນຈອນ ເພື່ອໃຫ້ແຄມຖະໜົນມີຄວາມເປັນລະບຽບຮຽບຮ້ອຍ. ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແຕ່ກໍຍັງບໍ່ສາມາດແກ້ໄຂບັນຫາການສັນຈອນແອອັດໄດ້.
……………………..
​ທີ່​ມາ: ມີ​ເດຍ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...