Saturday, January 25, 2025

ຢືນ​ຢັນ​ແລ້ວ! ຄົນທີ່ອ່ານໜັງສື ມີອາຍຸຍືນກວ່າຄົນທີ່ບໍ່ອ່ານ


ການ​ອ່ານ­ໜັງ­ສື ຄື​ຂະ​ບວນ​ການ​ຮຽນ​ຮູ້​ທີ່​ພັດ­ທະ­ນາ​ຄວາມ​ກ້າວ­ໜ້າ​ຂອງ​ຊີ­ວິດ ແລະ ຍັງ​ເປັນ​ວິ­ທີ​ການ​ລົງ­ທຶນ​ໃສ່​ການ​ສຶກ​ສາ​ທີ່​ປະ­ຢັດ​ທີ່​ສຸດ ປີ 2018 ຜ່ານ​ມາ​ນີ້ ພວກ​ເຮົາ​ລອງ​ຫັນ​ມາ​ທົບ​ທວນ­ຄືນ ລອງ​ເບິ່ງ​ວ່າ​ໄດ້​ອ່ານ​ປື້ມ​ໝົດ​ຈັກ​ຫົວ ຫຼື ໄດ້​ໃຊ້​ເງິນ ລົງ­ທຶນ​ຊື້​ປື້ມ​ມາ​ອ່ານ​ເພື່ອ​ພັດ­ທະ­ນາ​ຄວາມ​ຄິດ​ຂອງ​ຕົນ​ຈັກ​ຫົວ? ພວກ​ເຮົາ​ບໍ່​ຄວນ​ລືມ​ວ່າ ປັດ​ໄຈ​ທີ​ໜຶ່ງ​ຂອງ​ຄວາມ​ສຳ­ເລັດ​ສຳ­ລັບ​ຜູ້­ນຳ​ສ່ວນ​ໃຫຍ່​ທົ່ວ ໂລກ​ນັ້ນ ກໍ​ຄື ການ​ຮູ້­ຈັກ​ເລືອກ​ປື້ມ​ທີ່​ດີ​ມາ​ອ່ານ ຄົ້ນ­ຄວ້າ ເພື່ອ​ພັດ­ທະ­ນາ​ຄວາມ​ຮູ້​ໃຫ້​ກ້າວ​ທັນ​ໂລກ.

ຕາມ​ຜົນ​ຂອງ​ການ​ວິ­ໄຈ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ Yale ຂອງ​ອາ​ເມ​ຣິ​ກາ ທີ່​ໄດ້​ເຮັດ​ວິ­ໄຈ​ກັບ​ຄົນ​ຈຳ­ນວນ 3.635 ຄົນ ອາ­ຍຸ 50 ປີ ພົບ​ວ່າ ຜູ້​ທີ່​ອ່ານ­ໜັງ­ສື​ມື້​ລະ 30 ນາ­ທີ ຈະ​ມີ​ອາ­ຍຸ​ຍືນ​ກວ່າ​ຜູ້​ບໍ່​ອ່ານ­ໜັງ­ສື ເນື່ອງ​ຈາ​ກວ່າ ການ​ອ່ານ­ໜັງ­ສື​ຈະ​ຊ່ວຍ​ສ້າງ​ຄວາມ​ເຊື່ອມ​ໂຍງ​ໃນ​ດ້ານ​ການ​ຮັບ​ຮູ້​ຫຼາຍ​ດ້ານ ເຊັ່ນ: ທັກ​ສະ­ການ​ຄິດ ວິ­ເຄາະ ການ​ຕັ້ງ​ສະ­ມາ­ທິ​ຈົດ­ຈໍ່ ແລະ ຊ່ວຍ​ສ້າງ​ຄວາມ​ສະ­ຫຼາດ​ທາງ​ດ້ານ​ອາ­ລົມ​ຫຼາຍ​ຂຶ້ນ (EQ) ເຊິ່ງ​ເປັນ​ປັດ​ໄຈ​ຜັກ​ດັນ ໃຫ້​ຊີ­ວິດ​ຍືນ​ຍາວ​ຫຼາຍ​ຂຶ້ນ ສຸດ​ທ້າຍ ການ​ອ່ານ­ໜັງ­ສື ມັນ​ຍັງ​ຊ່ວຍ​ໃຫ້​ຜູ້­ກ່ຽວ​ມີ​ມະ­ນຸດ​ສຳ­ພັນ​ດີ​ຂຶ້ນ​ກັບ​ສັງ­ຄົມ ຂະ­ນະ​ດຽວ​ກັນ​ກໍ​ຊ່ວຍ​ເຮັດ​ໃຫ້​ນອນ​ຫຼັບ​ດີ​ຂຶ້ນ.

ຜົນ​ການ​ວິ­ໄຈ​ດັ່ງ­ກ່າວ​ຍັງ​ບອກ​ວ່າ ປັດ​ໄຈ​ສ່ວນ​ໃຫຍ່​ຂອງ​ຜູ້​ສຳ­ເລັດ​ໃນ​ຊີ­ວິດ​ກໍ​ມາ​ຈາກ​ການ​ອ່ານ­ໜັງ­ສື ເພາະ​ຄົນ​ຜູ້​ນັ້ນ​ເປັນ​ຄົນ​ໄຝ່​ຮູ້­ສຶກ​ສາ​ຫາ​ແນວ­ທາງ​ສູ່​ຄວາມ​ສຳ­ເລັດ​ຜົນ ການ​ວິ­ໄຈ​ລະ­ອຽດ​ຕື່ມ​ອີ​ກວ່າ: ຄົນ​ທີ່​ອ່ານ​ນະ­ວະ​ນິ­ຍາຍ​ຊ່ວຍ​ເປີດ​ມູມ​ມອງ​ຄວາມ​ຄິດ ແລະ ຈະ​ມີ​ຄວາມ​ຄິດ​ສ້າງ­ສັນ​ຫຼາຍ​ຂຶ້ນ ສູນ​ວິ­ໄຈ​ດັ່ງ­ກ່າວ​ຍັງ​ໃຫ້​ຄຳ​ແນະ­ນຳ​ວ່າ ປີ​ໜຶ່ງ ຄົນ​ເຮົາ​ຄວນ​ແບ່ງ​ເວ­ລາ​ໃຫ້​ອ່ານ​ປື້ມ​ໄດ້​ປະ­ມານ 50 ຫົວ ເຊິ່ງ​ເປັນ​ເວ­ລາ​ທີ່​ຄົນ​ໃນ​ກະ­ແສ​ໂລ­ກາ​ພິ​ວັດ ສາ­ມາດ​ເຮັດ​ໄດ້ ເພາະ​ເວ­ລາ​ດັ່ງ­ກ່າວ​ທີ່​ສູນ​ເສຍ​ໄປ​ກັບ​ໜ້າ​ຈໍ​ໂທລະ­ສັບ ຄວນ​ໃຊ້​ໃຫ້​ເກີດ​ປະ­ໂຫຍດ ເຊັ່ນ: ອ່ານ​ປື້ມ​ກ່ອນ​ນອນ ອ່ານ​ຍາມ​ມີ​ເວ­ລາ​ວ່າງ ຫຼື ວັນ​ເສົາ ແລະ ອາ­ທິດ ໃນ​ປື້ມ​ສຳ​ມະ​ນາ​ບົດ­ບາດ​ຂອງ​ຄູ​ອາ­ຈານ​ຕໍ່​ການ​ສົ່ງ­ເສີມ​ວັດ­ທະ­ນະ­ທຳ​ລາວ 1994 ກະ­ຊວງ​ສຶກ​ສາ ທ່ານ ສຳ­ເພົາ ພອນ​ແກ້ວ ໄດ້​ແນະ­ນຳ​ວ່າ: ຄູ​ຕ້ອງ​ສອນ​ໃຫ້​ນັກ­ຮຽນ​ມີ​ຄວາມ​ສົນ­ໃຈ​ຕໍ່​ຄຸນ­ຄ່າ​ຂອງ​ການ​ອ່ານ​ປື້ມ ຮູ້​ຮັກ­ສາ​ປື້ມ ຮູ້­ຈັກ​ແລກ­ປ່ຽນ​ປື້ມ​ອ່ານ ຄວນ​ພາ​ນັກ­ຮຽນ​ໄປ​ເບິ່ງ ການ​ຮັກ­ສາ​ປື້ມ​ຢູ່​ຫໍ­ສະ­ໝຸດ ແລະ ການ­ຈັດ­ຕັ້ງ​ກ່ຽວ­ຂ້ອງ ຕ້ອງ​ຈັດ​ຕັ້ງ​ຫໍ­ສະ­ໝຸດ​ໂຮງ­ຮຽນ​ຂຶ້ນ ເພື່ອ​ໃຫ້​ນັກ­ຮຽນ​ໄດ້​ອ່ານ​ປື້ມ.

ຜູ້​ຂຽນ​ຈຶ່ງ​ຂໍ​ສະ­ຫຼຸບ​ວ່າ: ໃນ​ຊີ­ວິດ​ຂອງ​ຄົນ​ນັ້ນ ຍ່ອມ​ປະ­ສົບ​ກັບ​ຄວາມ​ໂຊກ​ດີ ແລະ ໂຊກ​ຮ້າຍ ແຕ່​ທຸກ​ຄົນ​ກໍ​ປາ­ຖະ­ໜາ​ຄວາມ​ສຳ­ເລັດ ດັ່ງ­ນັ້ນ ຄວາມ​ໂຊກ​ດີ​ອາດ​ມີ​ຫຼາຍ​ຄັ້ງ ແຕ່​ຄວາມ​ໂຊກ​ຮ້າຍ ກໍ​ບໍ່​ມີ​ຄັ້ງ​ດຽວ ມັນ​ຍ່ອມ​ເກີດ​ຂຶ້ນ​ຊ້ຳ​ອີກ​ໄດ້ ຖ້າ­ວ່າ​ເຮົາ​ຂາດ​ການ​ຮຽນ​ຮູ້​ຈົດ​ຈຳ ໂດຍ​ສະ­ເພາະ ການ​ສ້າງ​ຄ່າ​ນິ­ຍົມ​ໃຫ້​ຄົນ​ໃນ​ສັງ­ຄົມ​ຮັກ​ການ​ອ່ານ​ປື້ມ ພໍ່​ແມ່​ອ່ານ​ປື້ມ​ໃຫ້​ລູກ​ໄດ້​ເບິ່ງ​ເປັນ​ຕົວ­ຢ່າງ ຜູ້​ກ່ຽວ­ຂ້ອງ​ກັບ​ວຽກ​ສຶກ​ສາ​ສົ່ງ­ເສີມ​ການ​ຂຽນ​ປື້ມ ແລະ ສ້າງ​ຫໍ­ສະ­ໝຸດ ແລະ ສຳ­ຄັນ​ທີ່​ສຸດ ປີ 2019 ເຮົາ​ຈະ​ເລີ່ມ​ຕົ້ນ​ອ່ານ​ປື້ມ​ໝົດ​ຈັກ​ຫົວ? ເພາະ​ການ​ອ່ານ​ຄື ປັດ​ໄຈ​ເຮັດ​ໃຫ້​ຊີ­ວິດ​ປະ­ສົບ​ຄວາມ​ສຳ­ເລັດ.

​ທີ່​ມາ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ