ຄຳວ່າ “ຈຳແນກແມ່ຍິງ “ ໝາຍເຖິງທຸກການແບ່ງແຍກ, ການກີດກັ້ນ ຫລື ການຈຳກັດເນື່ອງຈາກເຫດ ຜົນທາງເພດເຊິ່ງມີຜົນ ແລະ ຄວາມມຸ້ງຫວັງທີ່ຈະທຳລາຍ ຫລື ເຮັດໃຫ້ເຊື່ອມເສຍການຍອມຮັບ, ການຊົມໃຊ້ ຫລື ການໃຊ້ສິດຂອງແມ່ ຍິງໂດຍບໍ່ເລືອກຖານະດ້ານການ ຕ່າງໆບົນພື້ນຖານຄວາມສະເໝີ ພາບລະຫວ່າງຍິງ-ຊາຍ, ສິດທິມະນຸດກໍ່ຄືເສລີພາບພື້ນຖານທາງດ້ານ ການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ອື່ນໆ.
ດັ່ງທີ່ຮູ້ນຳກັນແລ້ວວ່າເພດຍິງ ກໍ່ຄືກັນກັບເພດຊາຍ, ສິດທິຂອງແມ່ ຍິງກໍ່ຄືສິດທິມະນຸດ ທີ່ຖືກຄຸ້ມຄອງດ້ວຍ ລັດຖະທຳມະນູນ ແລະ ກົດໝາຍ ທີ່ບໍ່ມີໃຜຈະລ່ວງລະເມີດ ຫລື ກີດກັ້ນໄດ້, ແຕ່ເຖິງແມ່ນວ່າກົດໝາຍຈະກຳນົດສິດສະເໝີພາບ ໄວ້ຢ່າງຈະແຈ້ງເຊັ່ນ: ສິດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບ ຄົວກໍ່ຕາມ, ແຕ່ແມ່ຍິງກໍ່ຍັງຖືກຈຳແນກ ຢູ່ໂດຍສະເພາະແມ່ຍິງໃນເຂດຊົນນະບົດ ແລະ ສັງຄົມສ່ວນໃຫຍ່ ຍັງເຫັນວ່າຜູ້ຍິງເປັນຜູ້ນຳຫລັງຢູ່ທັ້ງໆທີ່ວ່າແມ່ຍິງ ແມ່ນມີຄວາມຮູ້, ຄວາມສາມາດ, ທາງດ້ານວິຊາສະເພາະ ທີ່ປະກອບສ່ວນໃນວຽກງານໃນ ຂັ້ນຕ່າງໆຄືກັນກັບເພດຊາຍເຖິງ ຢ່າງນັ້ນກໍຕາມ ພັກ-ລັດໄດ້ວາງ ມາດຕະການໃນການຍົກສູງສິດທິ ຂອງແມ່ຍິງກໍ່ຄືບົດບາດຂອງແມ່ຍິງທຸກຊົນເຜົ່າໃຫ້ສູງຂຶ້ນໂດຍສະເພາະແມ່ນຢູ່ໃນລັດຖະທຳມະນູນ ຊຶ່ງໄດ້ກຳນົດແຈ້ງຢູ່ບາງມາດຕາ ດັ່ງລຸ່ມນີ້:
ມາດຕາ 35 ພົນລະເມືອງ ລາວໂດຍບໍ່ຈຳແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.
ມາດຕາ 37 ພົນລະເມືອງ ລາວຍິງ-ຊາຍມີສິດເທົ່າທຽມກັນ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ.
ນອກຈາກນັ້ນ, ຢູ່ໃນສົນທິສັນຍາວ່າດ້ວຍການລົບລ້າງທຸກການ ຈຳແນກຕໍ່ແມ່ຍິງມາດຕາ 2 ໄດ້ ລະບຸເຖິງພັນທະຕ່າງໆໃນການລົບລ້າງການຈຳແນກຄື ລັດພາຄີກ່າວປະນາມທຸກຮູບການຈຳແນກຕໍ່ແມ່ຍິງ, ໂດຍໃຊ້ທຸກວິທີການ, ນະໂຍບາຍເພື່ອລົບລ້າງການຈຳແນກ ຕໍ່ແມ່ຍິງ ແລະ ເພື່ອບັນລຸຈຸດປະສົງ ດັ່ງກ່າວຈະຕ້ອງດຳເນີນການດັ່ງຕໍ່ ໄປນີ້:
– ນຳເອົາຫລັກການຄວາມສະ ເໝີພາບລະຫວ່າງຍິງ-ຊາຍ ເຂົ້າໃນລັດຖະທຳມະນູນ ຫລື ກົດໝາຍອື່ນໆ ທີ່ເໝາະສົມຂອງຊາດຕົນ ຖ້າຫາກຍັງບໍ່ທັນໄດ້ເອົາເຂົ້າເທື່ອ ແລະ ຮັບປະກັນໂດຍຜ່ານກົດໝາຍ ແລະ ເຄື່ອງມືທີ່ເໝາະສົມກັບຄວາມເປັນຈິງໃນພາກປະຕິບັດຂອງຫລັກການດັ່ງກ່າວນີ້
– ປະຕິບັດມາດຕະການທາງດ້ານກົດໝາຍທີ່ເໝາະສົມ ແລະ ມາດຕະການອື່ນໆ ລວມທັງການ ລົງໂທດໃນກໍລະນີທີ່ສົມຄວນ, ຫ້າມທຸກການຈຳແນກຕໍ່ແມ່ຍິງ
– ສ້າງການປ້ອງກັນທາງດ້ານກົດໝາຍໃຫ້ແກ່ສິດສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ຮັບປະກັນການປົກ ປ້ອງແມ່ຍິງຢ່າງມີປະສິດທິພາບຈາກທຸກການກະທຳທີ່ເປັນ ການຈຳແນກໂດຍຜ່ານສານທີ່ມີ ອຳນາດຂອງຊາດ ແລະ ສະຖາບັນ ຂອງລັດອື່ນໆ.
– ງົດເວັ້ນຈາກການນຳໃຊ້ທຸກການກະທຳ ຫລື ພຶດຕິກຳທີ່ຈຳແນກຕໍ່ແມ່ຍິງ ແລະ ຈະຮັບປະກັນໃຫ້ທຸກອົງ ການປົກຄອງ ແລະ ສະຖາບັນ ຂອງລັດປະຕິບັດໃຫ້ສອດຄ່ອງ ຕາມພັນທະນີ້.
– ປະຕິບັດທຸກມາດຕະການທີ່ ເໝາະສົມ ເພື່ອລົບລ້າງການຈຳ ແນກຕໍ່ແມ່ຍິງໂດຍບຸກຄົນ, ການຈັດ ຕັ້ງ ຫລື ວິສາຫະກິດ.
– ປະຕິບັດທຸກມາດຕະການທີ່ເໝາະສົມ ລວມທັງດ້ານກົດໝາຍ ເພື່ອດັດແກ້ ຫລື ລົບລ້າງກົດໝາຍ, ຂໍ້ກຳນົດ, ປະເພນີ ແລະ ການປະຕິ ບັດ ທີ່ມີຢູ່ໃນປັດຈຸບັນ ທີ່ປະກອບ ສ່ວນເປັນການຈຳແນກຕໍ່ແມ່ຍິງ.
– ຍົກເລີກທຸກມາດຕາຂອງກົດ ໝາຍ ທີ່ປະກອບສ່ວນເປັນການຈຳ ແນກຕໍ່ແມ່ຍິງ.
ສປປ ລາວ ກໍ່ໄດ້ຫັນເອົາບາງ ເນື້ອໃນຂອງສົນທິສັນຍາດັ່ງກ່າວ ມາເປັນລັດຖະທຳມະນູນ ແລະ ກົດໝາຍຄື ສະພາແຫ່ງຊາດໄດ້ປັບປຸງ ລັດຖະທຳມະນູນ ແລະ ມີການທົບທວນກົດໝາຍຕ່າງໆ ເພື່ອບໍ່ໃຫ້ມີການຈຳແນກ, ມາດຕາ 29 ຂອງ ລັດຖະທຳມະນູນສະບັບປັບປຸງປີ 2015 ກຳນົດວ່າ “ລັດ, ສັງຄົມ ແລະ ຄອບຄົວເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາ ແລະ ສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ແລະ ທີ່ສຳຄັນແມ່ນ ໄດ້ກຳນົດໂທດຂອງການຈຳແນກເພດຍິງໄວ້ໃນປະມວນກົດໝາຍອາຍາ ມາດຕາ 224 ຊຶ່ງໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກໄດ້ຈຳແນກ, ແບ່ງແຍກ, ກີດກັ້ນ, ຈຳກັດແມ່ຍິງໃນການເຄື່ອນໄຫວທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ ເນື່ອງຈາກເຫດຜົນທາງເພດ ຈະຖືກຕຳນິວິຈານ ຫລື ດັດສ້າງໂດຍບໍ່ຕັດອິດສະຫລະພາບ ຫລື ລົງໂທດຕັດອິດສະຫລະພາບ ແຕ່ໜຶ່ງປີ ຫາ ສາມປີ ແລະ ຈະຖືກ ປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.
ພິເສດໃນເດືອນຕຸລາ ປີ 2004 ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ, ຊຶ່ງກົດໝາຍນີ້ໄດ້ວາງອອກ ເພື່ອຮອງຮັບ ແລະ ຍົກສູງຖານະບົດບາດຂອງແມ່ຍິງ ແລະ ມີຫລາຍມາດຕາທີ່ໄດ້ກຳນົດສິດຂອງແມ່ຍິງ. ຜ່ານມາລັດຖະບານກໍ່ໄດ້ຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍດັ່ງກ່າວ.
ນອກຈາກນີ້, ລັດຖະບານຍັງສ້າງອົງການປົກປ້ອງແມ່ຍິງຂຶ້ນ ນັ້ນຄືຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ.
ສະນັ້ນ, ເພື່ອຮັບປະກັນສິດທິຂອງແມ່ຍິງພວກເຮົາທຸກຄົນຕ້ອງລົບລ້າງແນວຄິດອະຄະຕິຕໍ່ແມ່ຍິງ ແລະ ຕ້ອງບຸກທະລຸແນວຄວາມຄິດ ທີ່ກ້າວໜ້າຍອມຮັບຄວາມສາມາດຂອງແມ່ຍິງຊຸກຍູ້ສົ່ງເສີມໃຫ້ແມ່ຍິງ ໄດ້ຮັບການພັດທະນາ ແລະ ປະກອບສ່ວນໃນວຽກງານຕ່າງໆໃຫ້ຫລາຍຂຶ້ນ.
ທີ່ມາ: ຂປລ