Thursday, March 20, 2025

9 ຂໍ້​ຫ້າມ​ເຮັດ​ເດັດ​ຂາດ “ຄະ​ລຳ” ເວ​ລາ​ໄປ​ງານ​ສົບ​ຄົນ​ຕາຍ

ຂໍ້ຫ້າມຂອງຄົນບູຮານ ທີ່ຮຸ່ນປູ່ຍ່າຕານາຍເຖົ້າແກ່ ອາວຸໂສເພິ່ນເຄີຍຫ້າມກັນວ່າ “ຄະລຳ” ເຊິ່ງໝາຍເຖິງ ການຫຼີກລ້ຽງບໍ່ເຮັດໃນສິ່ງ ດັ່ງກ່າວນັ້ນ, ຖ້າຜູ້ໃດຂືນເຮັດ ໄປກໍຈະເຮັດໃຫ້ມີອັນເປັນໄປ ໄດ້ແກ່ຄວາມເຈັບໄຂ້ໄດ້ພະ ຍາດ ຈົນເຖິງຂັ້ນເສຍຊີວິດ ກໍມີ. ສິ່ງທີ່ຊາວບູຮານຫ້າມ ນັ້ນມີຫຼາກຫຼາຍ ໃນບົດນີ້ຜູ້ ຂຽນຈະນຳສະເໜີເຫດຜົນ ຂອງການຫ້າມກ່ຽວກັບການໄປຮ່ວມງານສົບ ຫຼື ສົ່ງສະ ການຄົນຕາຍທັງໝົດ 9 ຂໍ້ຄື:

1)ຫ້າມບໍ່ໃຫ້ຄົນຖືພາ ໄປງານສົ່ງສະການ ເພາະ ຊາວບູຮານເຊື່ອວ່າຜີຈະມາ ເອົາຂວັນເດັກ ນ້ອຍຢູ່ໃນ ທ້ອງໄປ. ການທີ່ຊາວບູຮານ ຫ້າມນັ້ນມີເຫດ ຜົນຍ້ອນວ່າ ແມ່ມານເປັນຜູ້ທີ່ອຸ້ມທ້ອງ ເຮັດໃຫ້ມີຄວາມລຳບາກໃນການຍ່າງ ເວລາໄປຕື່ນຕົກໃຈ ເຮັດໃຫ້ມີຜົນກະທົບດ້ານລົບຕໍ່ ເດັກໃນທ້ອງ.

2)ຫ້າມຄົນເປັນປະຈຳ ເດືອນໄປງານສົບ ເພາະເຊື່ອ ວ່າຜີເຫັນເລືອດໄຫລອອກມາ ແລ້ວຜີຊິເອົາຂວັນຜູ້ນັ້ນ ໄປຢູ່ນຳ. ເລື່ອງນີ້ຕ້ອງນຶກ ເຖິງຄົນສະໄໝບູຮານຍັງ ບໍ່ທັນມີຜ້າອະນາໄມຮອງ ຄືປັດຈຸບັນນີ້, ດັ່ງນັ້ນຜູ້ເປັນ ປະຈຳເດືອນຕ້ອງໄດ້ຢູ່ເຮືອນ ຈົນກວ່າເລືອດຈະອອກມາ ຫວິດແລ້ວ ຈຶ່ງໄປຫາສັງຄົມໄດ້ ເຊິ່ງບໍ່ແມ່ນຫ້າມສະເພາະ ແຕ່ງານສົບເທົ່ານັ້ນງານ ອື່ນໆ ກໍ ຫ້າມເຊັ່ນກັນ.

3) ຫ້າມຍ້ອງດອກ ໄມ້ຢູ່ ເຮືອນສົບວ່າງາມ ເພາະເປັນ ລາງວ່າຢາກໄດ້ແລ້ວກໍຈະ ເຮັດໃຫ້ມີອັນເປັນໄປ. ແຕ່ ຄວາມເປັນຈິງ ດອກໄມ້ທີ່ຢູ່ ໃນ ງານສົບນັ້ນເປັນສັນຍະລັກບອກວ່າ ຊີວິດຂອງຄົນ ເຮົາກໍຈະຫ່ຽວໄປຕາມການ ເວລາ ແລະ ຖ້າຍ້ອງວ່າງາມ ພໍ່່ແມ່ພີ້ນ້ອງຜູ້ຕາຍກໍຈະບໍ່ ດີໃຈ.

4) ຫ້າມຕໍ່ທຽນຈາກຜູ້ ອື່ນເວລາໄປຈູດສົບ ຂໍ້ນີ້ເປັນ ປິດສະໜາທຳວ່າດ້ວຍ ການ ເກີດ, ການກະທຳ, ການຕາຍ ເປັນເລື່ອງຂອງບຸກຄົນເຮົາ ຕ້ອງເຮັດດ້ວຍຕົນເອງ ດັ່ງນັ້ນ ການຈູດໄຟ ກໍຄືຊີວິດ ຕ້ອງເຮັດໃຫ້ຮຸ່ງໃສດ້ວຍຕົວ ເຮົາເອງ.

5)ຫ້າມຄົນທີ່ບໍ່ສະບາຍ ໄປງານສົບ ເພາະເຊື່ອວ່າ ຂວັນອ່ອນຜິຊິເອົາໄດ້ງ່າຍ ເຊິ່ງໃນຄວາມເປັນຈິງແລ້ວ ຜູ້ບໍ່ສະບາຍ ບໍ່ວ່າອະດີດ ຫຼື ປັດຈຸບັນກໍບໍ່ສົມຄວນ.

6)ຫ້າມຫົວສຽງດັງ ເພາະເຊື່ອວ່າງານສົບແມ່ນ ງານທີ່ມີຄວາມສຸກຂອງ ຜີຖ້າຫາກໃຜຫົວສຽງດັງ ຜີຈະຄິດວ່າເປັນພວກດຽວ ກັບມັນ. ເມື່ອເຮົາອ່ານແລ້ວ ກໍເຮັດໃຫ້ເຮົານຶກເຫັນວ່າ ຜີນັ້ນມີຕົວຕົນ ແລະ ຢູ່ ໃກ້ໆ ກັບຕົວເຮົາແຕ່ຄວາມເປັນຈິງແລ້ວການທີ່ເພິ່ນຫ້າມແມ່ນຍ້ອນເຫດຜົນ ທີ່ວ່າງານສົບນັ້ນເປັນງານໂສກເສົ້າ, ໄວ້ອາໄລ, ເຕັມ ໄປດ້ວຍຄວາມຄິດຮອດຄິດ ເຖິງຂອງຍາດພີ່ນ້ອງຜູ້ຍັງ ມີຊີວິດຢູ່ ການທີ່ເຮົາຈະໄປ ຫົວສຽງແຮງໃນງານສົບ ກໍຈະເປັນການບໍ່ໃຫ້ກຽດ ພີ່ນ້ອງ ຫຼື ບາງທີອາດຄິດ ໄປວ່າເປັນການໄປເຢາະ ເຢີ້ຍກໍເປັນໄດ້ ເຊິ່ງເປັນການ ບໍ່ສົມຄວນ.

7) ຫ້າມເອົາອາຫານ ທີ່ເປັນເສັ້ນ, ເປັນເຄືອໄປກິນ ຫຼື ເຮັດໃນງານສົບ ເພາະເຊື່ອ ວ່າຈະເຮັດໃຫ້ມີການສືບ ທອດການຕາຍໄປສູ່ຄົນອື່ນໆໃນຄອບຄົວ. ໃນຄວາມເປັນ ຈິງ ອາຫານທີ່ເປັນເສັ້ນ ໄດ້ແກ່ເຂົ້າປຸ້ນ, ໝີ່, ເຝີ ໃນ ເມື່ອກ່ອນນັ້ນບໍ່ມີຂາຍຕາມ ທ້ອງຕະຫຼາດ ຕ້ອງໄດ້ເຮັດ ເອງ ເຊິ່ງໃຊ້ເວລາດົນ ຈຶ່ງ ເປັນອາຫານທີ່ບໍ່ເໝາະສົມ ສຳລັບງານສົບທີ່ເຕັມໄປ ດ້ວຍຄວາມໂສກເສົ້າ.

8 ) ຫ້າມນໍາອາຫານ ໃນງານສົບກັບບ້ານເດັດ ຂາດ ເພາະເຊື່ອວ່າຜີຈະນຳ ໄປເອົາຄືນ. ເລື່ອງນີ້ຕ້ອງ ເຂົ້າ ໃຈເຖິງສະພາບວ່າ ງານ ສົບນັ້ນເປັນງານທີ່ທຸກຄົນ ຕ້ອງເອົາເຄື່ອງຢູ່ຂອງກິນ ຫຼື ເຂົ້າສານໄປ ຊ່ວຍຍາດ ພີ່ນ້ອງຜູ້ຍັງຢູ່ ບໍ່ແມ່ນໄປ ເອົາ ອາຫານນຳເພິ່ນມາ ກິນ. ຜູ້ຂຽນເບິ່ງເຫັນວ່າ ຜູ້ ຄິດ ຂໍ້ຫ້າມຂໍ້ນີ້ເຂົ້າໃຈເຖິງ ນິດໄສຄົນລາວທີ່ມັກເອົາ ຂອງກິນຢູ່ເຮືອນບຸນຕ່າງໆ ກັບເມືອເຮືອນຂອງຕົນເອງ ເພື່ອບໍ່ໃຫ້ເກີດກັບງານສົບ.

9) ເວລາເຜົາສົບແລ້ວ ຫ້າມຫຼຽວຫຼັງໄປເບິ່ງສົບ ເພາະເຊື່ອວ່າຈະເຮັດໃຫ້ຜູ້ ຕາຍບໍ່ໄດ້ໄປເກີດ ເຊິ່ງຂໍ້ ຫ້າມ ຂໍ້ນີ້ເປັນປິດສະໜາທຳວ່າ ດ້ວຍການຮ້ອງໄຫ້ລຳພັນ ຫາຜູ້ຕາຍນັ້ນບໍ່ມີປະໂຫຍດ ຫຍັງເຮົາຕ້ອງດຳເນີນຊີວິດ ໄປຕໍ່ ແລະເປັນການເຕືອນ ວ່າ ການຕາຍບໍ່ສາມາດເອົາ ຫຍັງໄປໄດ້ ແມ່ນແຕ່ພີ່ນ້ອງ ກໍຍ່າງໜີ ດັ່ງນັ້ນ ກ່ອນຕາຍ ຄວນເຮັດດີ ທຳດີ ຈະມີຄຸນ ຄວາມດີໄວ້ໃຫ້ລູກຫຼານສືບທອດ ດັ່ງນີ້ເປັນຕົ້ນ.

ຂໍ້ຫ້າມທັງໝົດນີ້ຊາວ ລາວບູຮານຫ້າມດ້ວຍເຫດ ແລະຜົນ ແຕ່ບໍ່ມີການອະທິ ບາຍຂະຫຍາຍຄວາມພຽງ ແຕ່ເອົາຄວາມຕາຍມາອ້າງ ດັ່ງນັ້ນ ຜູ້ສຶກສາຕ້ອງທຳ ຄວາມເຂົ້າໃຈເອງ ເມື່ອຜ່ານ ຫຼາຍຟ້າຫຼາຍປີ ຫຼາຍສະໄໝ ເຮັດໃຫ້ຜູ້ບໍ່ໄດ້ສຶກສາ ບໍ່ມີ ຄວາມເຂົ້າໃຈກໍມັກເຊື່ອວ່າ ຊາວບູຮານຫ້າມບໍ່ມີເຫດຜົນ, ເວົ້າວ່າຄົນບູຮານເຊື່ອ ຖືງົມງວາຍ ແລະ ບໍ່ສົນໃຈ ໃຝ່ຮູ້ ບໍ່ສຶກສາໃຫ້ເຂົ້າໃຈເນື້ອ ແທ້ຂອງພູມປັນຍາ ດັ່ງນັ້ນ ທາງທີ່ດີຄົນຮຸ່ນໃໝ່ທີ່ຄິດ ວ່າມີຄວາມຮູ້ ບໍ່ງົມງວາຍ ຈົ່ງສຶກສາໃຫ້ເຂົ້າໃຈແຈ້ງ ຕໍ່ບັນຫາດັ່ງກ່າວນີ້.

ໂດຍ: ຄຳພຸດ ເທບພະນົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.