ຜູ້ປະກອບການຂາຍເຄື່ອງ​ “ຈົ່ມ”​ ມີລົດຈອດຕັນທາງຄົນຍ່າງຫຼາຍ

——————————————————————————-

 

ການຈອດລົດຢູ່ທາງຄົນຍ່າງ ໃນນະຄອນຫຼວງວຽງຈັນ ເຮົາຈະພົບເຫັນໄດ້ຫຼາຍ ໂດຍສະເພາະ ໃນເຂດໃຈກາງເມືອງ ເປັນຕົ້ນແມ່ນເຂດທີ່ມີຫ້ອງການ, ຮ້ານອາຫານ, ແລະ ຮ້ານຂາຍເຄື່ອງຍ່ອຍ ເຊິ່ງຫາກມີການຈອດເປັນຈຳນວນຫຼາຍ ແລະ​ ມັນໄດ້ສ້າງພາບລັກອັນບໍ່ງາມຕາໃຫ້ກັບປະເທດ ແລະ ສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ທີ່ໃຊ້ທາງຍ່າງ ຕ້ອງໄດ້ລົງໄປໃຊ້ທາງລົດ ເຮັດໃຫ້ສ່ຽງກັບການເກີດອຸບັດຕິເຫດໄດ້ ຍິ່ງໄປກວ່ານັ້ນ ຍັງສ້າງຄວາມຫຍຸ້ງຍາກໃຫ້ກັບປະຊາຊົນທີ່ອາໄສຢູ່ເຂດບໍລິເວນນັ້ນອີກດ້ວຍ.

ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍໃນເຂດບ້ານສີຫອມ ໄດ້ກ່າວກັບອິນໄຊລາວເຮົາວ່າ: ໃນແຕ່ລະມື້ແມ່ນມີຄົນມາຈອດລົດໃນເຂດບໍລິເວນນີ້ ຫຼາຍພໍສົມຄວນ ແລະ ສ່ວນຫຼາຍແມ່ນຈະມາຈອດຊື້ເຄື່ອງ ແລະ ບາງເທື່ອກໍມາຈອດກີນເຂົ້າສວຍແຖວນີ້ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ກັບປະຊາຊົນທີ່ທ່ຽວໄປທ່ຽວມາ ກະຍາກຮຽກຮ້ອງໃຫ້ຜູ້ໃຊ້ລົດ ໃຫ້ປະຕິບັດຕາມກົດຈາລະຈອນ ເພື່ອເຮັດໃຫ້ເກີດຄວາມປອດໄພ ແລະ ທີ່ສຳຄັນແມ່ນເພື່ອສ້າງພາບລັກທີ່ດີໃຫ້ປະເທດ.

ຫຼາຍຄົນທີ່ໃຊ້ລົດໃຊ້ຖະໜົນໄປມາຢູ່ຕາມເສັ້ນທາງໃນນະຄອນຫຼວງວຽງຈັນ ເມື່ອເຫັນພາບການສັນຈອນໃນຊູ່ມື້ນີ້ ຄົງຈະມີແນວຄິດແກ້ໄຂໄປຕ່າງໆນາໆ ແຕ່ສະຫລຸບແລ້ວ ກໍ່ຢາກໃຫ້ການສັນຈອນຢູ່ທ້ອງຖະໜົນ ມີຄວາມເປັນລະບຽບຮຽບຮ້ອຍ,ປາສະຈາກອຸປະຕິເຫດ… ເມື່ອຄໍາສະເໜີ ໄປເຖິງພາກສ່ວນທີ່ກ່ຽວຂ້ອງແລ້ວ ມີບາງອັນກໍ່ສາມາດແກ້ໄຂໄດ້ ແຕ່ມີຫຼາຍອັນບໍ່ໄດ້ຮັບການແກ້ໄຂ ຈຶ່ງກາຍເປັນຫ່າງສຽງຈາກປະຊາຊົນ ນີ້ເປັນພຽງບາງບັທນຫາ ຂອງຜູ້ໃຊ້ລົດ ໃຊ້ຖະໜົນ ໃນນະຄອນຫຼວງວຽງຈັນ ເພື່ອໃຫ້ສັງຄົມຮ່ວມມືກັນແກ້ໄຂ ບັນຫາລົດແອອັດ,ຈອດລົດບໍ່ເປັນລະບຽບ,ເພື່ອຫລຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ແລະ ຝາກເຖິງຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ລະມັດລະວັງການຈອດລົດທັບເສັ້ນມ້າລາຍ, ແລ່ນມາແຕ່ກໍ້າຂວາ ພັດຈອດກໍ້າຊ້າຍ, ການລວງໄຟອຳນາດ, ຈອດລົດໃນເຂດທີ່ຫ້າມຈອດ ແລະ ການຈອດລົດຢູ່ທາງຄົນຍ່າງ ເປັນຕ້ນ ເພຶ່ອຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫຼວງວຽງຈັນ ກໍຄືປະເທດລາວເຮົາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...