ສວນພຶກສາ ເນັ້ນໃສ່ເອກະລັກຂອງແຕ່​ລະຊົນເຜົ່າ ເພື່ອດຶງດູດນັກທ່ອງທ່ຽວ

 

ານ ຄຳພູວົງ ພະມີສິດ ເຈົ້າຂອງສວນພຶກສາ

ທີ່ສວນພຶກສາ ນະຄອນຫລວງວຽງຈັນ, ທ່ານ ຄຳພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ເປັນເຈົ້າພາບຈັດງານສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 109 ປີ ໃຫ້ສະມາຄົມຜູ້ອາຍຸສູງ ນະຄອນຫລວງວຽງຈັນຂຶ້ນ ທີ່ສວນດັ່ງກ່າວ, ເພື່ອໃຫ້ຜູ້ອາຍຸສູງໄດ້ມາພັກຜ່ອນ ແລະ ຊົມທິວທັດໃນສວນພຶກສາແຫ່ງນີ້ ເຊັ່ນ: ສວນດອກໄມ້ນາໆຊະນິດ, ຫໍແຫ່ງຄວາມຮັກ, ຢ້ຽມຊົມສວນນໍ້າ, ສວນປູກຜັກປອດສານພິດ, ເຮືອນຊົນເຜົ່າ ແລະ ຫ້ອງວາງສະແດງເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຊົນເຜົ່າຕ່າງໆ ຂອງລາວ ແລະ ອື່ນໆ.

ທ່ານ ພູວົງ ພະມີສິດ ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຜູ້ເປັນແມ່, ແມ່ຍິງທຸກຖ້ວນໜ້າ ແລະ ມື້ນີ້ ກໍເປັນວັນແມ່ຍິງສາກົນຄົບຮອບ 109 ປີ ຂ້າພະເຈົ້າຂໍເປັນສ່ວນໜຶ່ງທີ່ເຮັດໃຫ້ແມ່ຍິງໄດ້ມີຮອຍຍິ້ມ, ມີຄວາມສຸກກາຍສະບາຍໃຈ ທີ່ໄດ້ມາພັກຜ່ອນໃນສະ ຖານທີ່ແຫ່ງນີ້.

ພ້ອມນີ້, ພວກເຮົາກຳລັງຕົບແຕ່ງຫ້ອງວາງສະແດງເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຊົນ ເຜົ່າທີ່ເປັນເອກະລັກ ແລະ ເຊື່ອວ່າຫ້ອງວາງສະແດງນີ້ ຈະເປັນຈຸດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນ ທີ່ຈະເຂົ້າມາລາວ, ເຊິ່ງໃນປີນີ້ກໍເປັນປີທ່ອງທ່ຽວ ລາວ-ຈີນ ເພື່ອໃຫ້ເຂົາເຈົ້າໄດ້ສຶກສາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າຂອງລາວເຮົາ ແລະ ພວກເຮົາກຳລັງຈະສ້າງທີ່ພັກ ໄວ້ຕ້ອນຮັບນັກທ່ອງທ່ຽວທີ່ມັກທຳມະຊາດ ທ່າມກາງສວນພຶກສາ ຄາດວ່າຈະສຳເລັດພາຍໃນປີນີ້.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...