ປະ​ຫວັດ​ສາດ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າຄົນລາວມີຊາດ ແລະແຜ່ນດິນ

ຄົນລາວມີຊາດ ແລະແຜ່ນດິນ :

– ປີ ຄ.ສ 1353  (ປີ ພ.ສ 1896)  ພະເຈົ້າຟ້າງຸ່ມແຫລ່ງຫລ້າທໍລະນີ (ກະສັດລາວທີ່ໄດ້ປະກາດສະຖາປະນາຊາດລາວ).

– ປີ ຄ.ສ 1374 (ປີ ພ.ສ 1917) ພະເຈົ້າສາມແສນໄທໄຕພວະນາດ ຫລື ທ້າວອຸ່ນເຮືອນ ( ໂອຣົດເຈົ້າຟ້າງຸ່ມ )

– ປີ ຄ.ສ 1417 ( ປີ ພ.ສ 1960 ) ພະເຈົ້າລ້ານຄໍາແດງ ( ພໍ່ພະເຈົ້າລ້ານຄໍາແດງສຸຣະຄົດແລ້ວ ບ້ານເມືອງກໍເກີດວຸ້ນວາຍ ຍ້ອນນາງແກ້ວພິມພາ ໃຈດໍາອໍາມະຫິດ.

ຍຸກຜູ້ຍິງກາລະຂີນີ

– ປີ ຄ.ສ 1428 ( ປີ ພ.ສ 1971 ) ພະຍາພົມມະທັດ ໂອຣົດອົງໃຫຍ່ຂອງພະເຈົ້າລ້ານຄໍາແດງ (ຂື້ນຄອງເມືອງ ໄດ້ 10 ເດືອນກໍຖືກນາງແກ້ວພິມພາຕັດຄໍທີ່ຜາດ່ຽວໃກ້ກັບແມ່ນ້ໍາຄານ ).

– ປີ ຄ.ສ 1430 ປີ ພ.ສ 1973 ພະຍາປາກຫ້ວຍຫລວງ ຫລືທ້າວຄໍາເຕັມ (ຂື້ນປົກຄອງເມືອງໄດ້ 5 ເດືອນກໍບໍ່ພໍໃຈກັບນາງແກ້ວພິມພາ ຈິ່ງປົດອອກຈາກພະຣາຊະບັນລັງ) .

– ປີ ຄ.ສ 1430 ປີ (ພ.ສ 1973) ພະຍາຄໍາໄສ ຫລື ທ້າວຄໍາໄສໂອຣົດພະເຈົ້າສາມແສນໄທ (ຂື້ນຄອງຣາຊ ຢູ່ໄດ້ 8 ເດືອນ ກໍບໍ່ພໍໃຈນາງແກ້ວພິມພາ ຈິ່ງນໍາໄປປົງພະຊົນທີ່ວັງຊຽງທອງ ).

  • ປີ ຄ.ສ 1431 ປີ (ພ.ສ 1974 ) ພະຍາໂຄຫລື ທ້າວຟ້າໄຄຂື້ນປົກຄອງຣາຊຍໄດ້ 3 ປີ ກໍຖືກນາງແກ້ວພິມພາປະຫານຊີວິດ.
  • ປີ ຄ.ສ 1437 ປີ ພ.ສ 1977 ພະຍາຊຽງສາ ຫລື ທ້າວກອງແກ້ວຂື້ນຄອງຣາຊໄດ້ 7 ເດືອນກໍຖືກນາງແກ້ວພິມພາປະຫານຊີວິດ.
  • ປີ ຄ.ສ 1434 ປີ ພ.ສ 19770 ພະຍາຍຸຄັນ ຂື້ນຄອງຣາຊຢູ່ໄດ້ 2 ປີ ຈິ່ງຮູ້ວ່າຈະຖືກປົງພະຊົນ ກໍເລີຍລັກຫນີແຕ່ກໍຖືກຈັບໄດ້ເອົາໄປປະຫານຊີວິດ.
  • ປີ ຄ.ສ 1437 ປີ ພ.ສ 1980 ພະຍາຄໍາເກີດ ທີ່ກໍາລັງປົກຄອງເມືອງຄໍາເກີດຢູ່ກໍຮຽກຕົວໃຫ້ຂື້ນມາຄອງຣາຊຢູ່ໄດ້ 3 ປີກໍເປັນອາການລົມເປັນພິດຕາຍ.

– ປີ ຄ.ສ 1440 ປີ ພ.ສ 1983 ) ພວກເສນາອາມາດໄດ້ເປິກສາຫາລືກັນ ຈັບນາງແກ້ວພິມພາ (ຍິງກາລະກີນີ) ເອົາໄປປະຫານຊີວິດ.

–  ປີ ຄ.ສ 1440 ປີ ພ.ສ 1983 ພະເຈົ້າໄຊຈັກກະພັດ ຫລື ທ້າວລືໄຊ.

– ປີ ຄ.ສ 1479 ເ ປີ ພ.ສ 2022 ພະເຈົ້າສຸວັນນະບັນລັງ

–  ປີ ຄ.ສ 1486 ເ ປີ ພ.ສ 2029) ພະເຈົ້າຫລ້າແສນໄທ ຫລືພະເຈົ້າຫລ້ານາແສນໂທ.

–  ປີ ຄ.ສ 1496 ເ ປີ ພ.ສ 2039 ) ພະເຈົ້າຊົມພູ

  • ປີ ຄ.ສ 1501 ປີ ພ.ສ 2044 ພະເຈົ້າວິຊຸນຣາຊາທິປັດ ຫລືທ້າວ ພູໄທ ຫລື ທ້າວລຸເພໄຊ ຫລື ທ້າວເພັຊໄສ.
  • ປີ ຄ.ສ 1520 ປີ ພ.ສ 2063 ) ພະເຈົ້າໂພທິສາຣາຊ ຫລື ພະເຈົ້າໂພທິສານຣາຊາບໍດີ.
  • ປີ ຄ.ສ 1548 (ປີ ພ.ສ 2091 ) ພະເຈົ້າໄຊຍະເຊດຖາທິຣາຊ ( ເກີດເສິກພະມ້າເທື່ອທີ 1).

–  ປີ ຄ.ສ 1571 ເ ປີ ພ.ສ 2114 ) ພະຍາແສນສຸຣິນຄ່ວງຟ້າ ຫລື ພະເຈົ້າປູ່ (1) ເພາະເປັນປູ່ຂອງພະຍາຫນໍ່ເມືອງ ( ເກີດເສິກພະມ້າເທື່ອທີ 2 ).

– ປີ ຄ.ສ 1575 ເ ປີ ພ.ສ 2118 ເຈົ້າມະຫາອຸປະຣາຊ ( ເກີດເສິກພະມ້າເທື່ອທີ 3).

–  ປີ ຄ.ສ 1580 ປີ ພ.ສ 2123 ) ພະຍາແສນສຸຣິນຄວງຟ້າ 2)

– ປີ ຄ.ສ 1582 ເ ປີ ພ.ສ 2125 ພະຍານະຄອນນ້ອຍ

– ປີ ຄ.ສ 1591 ເ ປີ ພ.ສ 2134 ພະຫນໍ່ແກ້ວກຸມມານ

– ປີ ຄ.ສ 1596 ເ ປີ ພ.ສ 2139 ) ພະວໍຣະວົງສາທັມມິກະຣາຊ.

–  ປີ ຄ.ສ 1622 ເ ປີ ພ.ສ 2165 ) ເຈົ້າອຸປະເຍົາວະຣາຊ

– ປີ ຄ.ສ 1823 ເ ປີ ພ.ສ 2166 ) ພະເຈົ້າບັນດິດໂພທິສານ

–  ປີ ຄ.ສ 1827 ປີ ພ.ສ 2170 ເຈົ້າຕ່ອນຄຳ

–  ປີ ຄ.ສ 1637 ປີ ພ.ສ 2180 ເຈົ້າສຸຣິຍະວົງສາທັມມິກະຣາຊ (ເກີດເສິກຫໍ້ເທື່ອທີ 1).

– ປີ ຄ.ສ 1994 (ປີ ພ.ສ 2237) ພະເຈົ້າອົງຫລໍ່ ແລະ ພະຍາເມືອງຈັນ.

– ປີ ຄ.ສ 1695 (ປີ ພ.ສ 2238) ເຈົ້ານັນທະຣາຊ ໂອຣົດເຈົ້າປູູ່ ) ຂຶ້ນຄອງຣາຊໄດ້ 3 ປີ ກໍຖືກເຈົ້າໄຊອົງເວ້ຈັບໄປປະຫານຊີວິດ.

– ປີ ຄ.ສ 1698 (ປີ ພ.ສ 2241) ພະໄຊອົງເວ້ ຫລື ພະໄຊຍະເຊດຖາທິຣາຊ ທີ 2.

 

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...