ການ​ຂຽນ​ສັບ​ພາ​ສາ​ລາວ​ຢູ່​ບ້ານ​ເຮົາ ຍັງ​ບໍ່​ລົງ​ຮອຍ​ກັນ​ຈັກ​ເທື່ອ!

ບົດນີ້ ຍັງເວົ້າເຖິງບາງດ້ານຂອງການຊົມໃຊ້ຄໍາສັບ ໃນພາສາລາວ ທີ່ເປັນຂໍ້ຖົກຖຽງ ລະຫວ່າງການຖືເອົາຄວາມ ຊິນເຄີຍ (ຂອງຜູ້ໃຊ້ເອງ ຫລື ເຄີຍຜ່ານລະບົບການຮຽນ ໃນໄລຍະປະຫວັດສາດໃດໜຶ່ງ) ກັບຫລັກການປາກເວົ້າ ແລະ ຂີດຂຽນ (ຫລັກໄວຍາກອນ) ທີ່ພວມໃຊ້ເຊິ່ງໄດ້ ກາຍເປັນບັນຫາໜຶ່ງ ເຮັດໃຫ້ປະກົດມີປະກົດການ ໃນການໃຊ້ (ຄຳສັບ) ໃນພາສາລາວພວກເຮົາ ໃນໄລຍະປັດຈຸບັນ ມີຄໍາຈຳນວນໜຶ່ງ ຍັງຂາດຄວາມເປັນເອກະພາບ ເປັນຕົ້ນ ໃນບົດນີ້ ຂໍຍົກເອົາຄຳ: ອະນຸລັກ/ ອະນຸຮັກ ມາສຶກສາ ຮ່ວມກັນ.

ເຖິງຢ່າງໃດ ກໍ່ດີ, ຈິດໃຈຂອງຜູ້ຂຽນ ທີ່ນໍາມາສຶກສາຮ່ວມກັນນີ້ ບໍ່ໄດ້ມີເຈຕະນາອື່ນໄກ ທີ່ນອກເໜືອໄປກວ່າການນໍາເອົາຄຳຄິດຄໍາເຫັນຈາກສັງຄົມຈໍານວນໜຶ່ງທີ່ຍັງມີຂໍ້ຖົກຖຽງ ເພື່ອສະແຫວງຈຸດຮ່ວມ ໃຫ້ສາມາດຍອມຮັບນໍາກັນໄດ້ ແລະ ອາດເປັນສ່ວນປະກອບເລັກນ້ອຍໃຫ້ແກ່ການຄົ້ນຄວ້າຂອງພາກສ່ວນທີ່ກ່ຽວຂ້ອງ ຍ້ອນວ່າ ພາສາລາວ ເປັນຂອງຄົນລາວທຸກຄົນນັ້ນເອງ.

ໃນຄວາມເປັນຈິງ ດ້ານພາສາສາດຂອງໂລກນັ້ນ, ບັນດາປະເທດກໍ່ລ້ວນແຕ່ ມີຈຸດພິເສດພາສາແຕກຕ່າງກັນ ແລະ ມີບາງອັນໃນດ້ານຫລັກການຄ້າຍຄືກັນ.

ຄໍາສັບທີ່ເປັນຮູບຂຽນຕ່າງກັນ, ໃກ້ຄຽງກັນອາດຈະມີຫລາຍຄໍາ ທີ່ມີຄວາມໝາຍຄ້າຍຄືກັນ, ຄືກັນ, ເຫລື່ອມກັນ ແລະ ຕ່າງກັນ, ທັງນີ້ກໍ່ຍ້ອນການປະດິດສ້າງເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນຂະບວນວິວັດ ຂອງສັງຄົມ.

ໃນພາສາລາວກໍ່ເຊັ່ນດຽວກັນ ອາດຈະມີຄຳສັບຈໍານວນໜຶ່ງ ທີ່ມີຮູບການຮຽນໃກ້ຄຽງກັນ, ຕ່າງກັນ… ມີຄວາມໝາຍ ອັນດຽວ, ຄ້າຍຄືກັນ (ໃຊ້ແທນກັນບໍ່ໄດ້) ແລະ ອາດຕ່າງກັນຂາດຂັ້ນ. ບາງຄໍາເໝາະສົມ ແລະ ນິຍົມໃຊ້ ໃນການປະພັນ ໃນບົດປະພັນຄໍາຮ້ອຍກອງ (ກະວີ), ບາງຄໍາກໍ່ນິຍົມໃຊ້ເວົ້າ ແຕ່ບໍ່ໃຊ້ຂຽນ ແລະ ອື່ນໆ, ຖືເປັນຄວາມ ອຸດົມສົມບູນໃນຄັງສາງວັດຈະນານຸກົມ…

ສໍາລັບຄໍາທີ່ຍົກຂຶ້ນ:​ ອະນຸລັກ ແລະ ອະນຸຮັກ ເຊິ່ງຕາມການສັງລວມ ການຊົມໃຊ້ໃນຕົວຈິງຂອງພາກສ່ວນ ທີ່ກ່ຽວຂ້ອງ ເຫັນວ່າສັງຄົມ ໃຊ້ຄໍາ:ອະນຸລັກ ຫລາຍກວ່າ (ຕາມເອກະສານ ແລະ ຄຳເຫັນໃນບັ້ນສໍາມະນາ ວິຊາການ ການໃຊ້ພາສາລາວ ໃນສື່ມວນຊົນ).

ເຖິງຢ່າງໃດກໍ່ດີໃນສອງຮູບຂຽນນີ້ ມັນກໍ່ມີຄວາມໝາຍດຽວກັນ, ແຕ່ການບັນຈຸໄວ້ ໃນວັດຈະນານຸກົມນັ້ນແມ່ນຮູບ: ອະນຸຮັກ ເຊິ່ງຈະອາດຈະມີການເວົ້າຄືນ ຈະຮັກສາໄວ້ສອງຮູບຂຽນ ຫລື ແນວໃດ ກໍ່ຍັງເປັນເລື່ອງອະນາຄົດ ດ້ານວິຊາການ ທີ່ພວມຊອກຫາຈຸດຮ່ວມ ທີ່ເຫັນວ່າ ເໝາະສົມ, ສົມເຫດສົມຜົນ ໃນດ້ານຫລັກການ (ພາສາສາດ) ແລະຄວາມຊິນເຄີຍຂອງສັງຄົມ.

ດັ່ງນັ້ນ, ຈຶ່ງນໍາພາສຶກສາຮ່ວມກັນ ຄືດັ່ງນີ້ແລ, ຜິດພາດປະການໃດ ຂໍອະໄພນໍາຜູ້ຮູ້, ຜູ້ຊ່ຽວຊານ ແລະ ພີ່ນ້ອງທຸກຄົນມານະໂອກາດ ນີ້ດ້ວຍ, ພໍ້ກັນໃໝ່ບົດຕໍ່ໄປ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...