Thursday, November 13, 2025
Kbank Laos โอน รับ จ่าย

ຕົກ​ໃຈ! ອັດຕາການສູບຢາໃນສະຖານທີ່ເຮັດວຽກ-ສາທາລະນະ ຢູ່ລາວຍັງສູງ

ອີງຕາມການສຳຫລວດແຫ່ງຊາດ ໃນປີ 2012 ອັດຕາການສູບຢາໃນສະຖານທີ່ເຮັດວຽກ ຢູ່ສຳນັກງານຂອງພາກລັດ ແລະ ເອກະຊົນ ມີປະມານ 48% ແລະ ເພີ່ມຂຶ້ນເປັນ 63% ໃນປີ 2015; ໃນຂະນະທີ່ການສູບຢາຢູ່ພາຍໃນອາຄານ, ຮ້ານອາຫານຕ່າງໆ ໃນປີ 2012 ສູງເຖິງ 70% ແຕ່ຫລຸດລົງເຫລືອ 58% ໃນປີ 2015; ສ່ວນການສູບຢາຢູ່ໃນລົດ ໂດຍສານສາທາລະນະ, ລົດເມ ມີ 50% ໃນປີ 2012 ແລະ ເຫັນວ່າໃນປີ 2015 ຫລຸດລົງເຫລືອ 31%; ສະເພາະໃນໂຮງໝໍ ມີຜູ້ລະເມີດສູບຢາ ໃນປີ 2012 ມີປະມານ 37% ແລະ ໃນປີ 2015 ເຫັນວ່າຫລຸດລົງເຫລືອ 12%.

ທ່ານ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດແກ່ນັກຂ່າວ ໃນວັນທີ 12 ມີນາ 2019 ຜ່ານມານີ້ວ່າ: ເຖິງຈະມີດຳລັດກ່ຽວກັບການ ຫ້າມສູບຢາໃນເຂດທີ່ເກືອດຫ້າມ ແຕ່ກໍຍັງມີຫລາຍຄົນທີ່ລະເມີດ ເຮັດໃຫ້ເກີດຜົນກະທົບ ຕໍ່ເພື່ອນຮ່ວມງານ ທີ່ເຮັດວຽກໃນບ່ອນດຽວກັນ. ແຕ່ເຖິງຢ່າງ ໃດກໍຕາມກົມອະນາໄມ ຈະສືບຕໍ່ຈັດຕັ້ງປະຕິບັດ ກ່ຽວກັບດຳລັດດັ່ງກ່າວຢ່າງເຄັ່ງຄັດ ໂດຍສະເພາະການສູບຢາໃນສະຖານທີ່ ທາງລັດຖະການ, ສາທາລະນະ ລວມທັງຕຶກອາຄານຕ່າງໆ, ໂຮງໝໍ, ໂຮງຮຽນ, ສາຖານທີ່ການສຶກສາ, ວັດວາອາຮາມອື່ນໆ. ປັດຈຸບັນນີ້ ກຳລັງກະກຽມ ສ້າງຂະບວນການໂຄສະນາຢຸດການສູບຢາ ແລະ ຫລີກເວັ້ນອັນຕະ ລາຍຈາກຄວັນຢາສູບ ໃນວັນຢຸດຕິການສູບຢາໂລກ ໃນວັນທີ 31 ພຶດສະພາ 2019 ທີ່ຈະມາເຖິງນີ້ ໂດຍຈະຈັດໃຫ້ມີຫລາກຫລາຍກິດຈະກຳ ແລະ ການສ້າງຂະບວນການຕ່າງໆ.

ທ່ານ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກ່າວຕື່ມວ່າ: ນອກຈາກກິດຈະກຳຂ້າງເທິງແລ້ວ, ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາກົດໝາຍ ວ່າດ້ວຍ ການຄວບຄຸມຢາສູບ, ດຳລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍການໂຄ ສະນາ ການພິມຄຳເຕືອນຕ່າງໆ, ລວມເຖິງຂໍ້ຕົກລົງຂອງລັດຖະມົນຕີກະ ຊວງສາທາລະນະສຸກ ແລະ ນິຕິກຳກ່ຽວກັບການພິມຄຳເຕືອນ ສຸຂະພາບເປັນຮູບໃສ່ ຊອງ ແລະ ຕຸດຢາ ສູບ ໂດຍຜ່ານກິດຈະກຳຕ່າງໆ ຢູ່ນະຄອນຫລວງວຽງ ຈັນ, ນະຄອນຫລວງພະບາງ, ນະຄອນໄກສອນ ພົມວິຫານ ແລະ ນະຄອນປາກເຊ ເພື່ອໃຫ້ບັນດານະຄອນເຫລົ່ານີ້ປອດຄວັນຢາສູບ ເຊິ່ງປັດຈຸບັນນີ້ ຈະກຽມທົດລອງກຳນົດເອົາຕະຫລາດມືດ ຂອງນະຄອນຫລວງພະບາງ ເປັນຕະ ຫລາດທີ່ປອດຄວັນຢາສູບ.

ທີ່​ມາ: ຂ​ປ​

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.